Home ຂ່າວການເມືອງ ກອງປະຊຸມເປີດກວ້າງ ຄັ້ງທີ 3 ສະໄໝທີ V ຂອງຄະນະໂຄສະນາອົບຮົມສູນກາງພັກ

ກອງປະຊຸມເປີດກວ້າງ ຄັ້ງທີ 3 ສະໄໝທີ V ຂອງຄະນະໂຄສະນາອົບຮົມສູນກາງພັກ

0

ຄະນະພັກຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກ ຄັ້ງທີ 3 ສະໄໝທີ V ຂອງຕົນຂຶ້ນ ໃນວັນທີ 28 ມິຖຸນານີ້ ທີ່ສະໂມສອນຂອງ ຄອສພ, ພາຍໃຕ້ການເປັນປະທານຂອງ ສະຫາຍ ຄໍາພັນ ເຜີຍຍະວົງ ເລຂາຄະນະພັກ ຫົວໜ້າ ຄອສພ, ເຂົ້າຮ່ວມມີບັນດາສະຫາຍຄະນະປະຈໍາພັກ, ບັນດາສະຫາຍຮອງຫົວໜ້າ ຄອສພ, ແຂກຖືກເຊີນ ພ້ອມດ້ວຍສະມາຊິກພັກ, ພະນັກງານຫຼັກແຫຼ່ງພາຍໃນ ຄອສພ ເຂົ້າຮ່ວມ.

ສະຫາຍ ຄໍາພັນ ເຜີຍຍະວົງ ກ່າວວ່າ: ກອງປະຊຸມຄັ້ງນີ້ແມ່ນມີຄວາມໝາຍສໍາຄັນ ຊຶ່ງຈະພ້ອມກັນສະຫຼຸບ, ຕີລາຄາຄືນການນໍາພາ, ຊີ້ນໍາ ໃນການຈັດຕັ້ງປະຕິບັດວຽກງານ 6 ເດືອນຜ່ານມາ ແລະ ພ້ອມກັນກໍານົດທິດທາງຈຸດສຸມຈໍານວນໜຶ່ງ ແຕ່ນີ້ຫາທ້າຍປີ 2022 ແລະ ຈະໄດ້ປຶກສາຫາລື ກົງຈັກການຈັດຕັ້ງຂອງ ຄອສພ ເປັນຕົ້ນ ພາລະບົດບາດຂອງ ຄອສພ ແລະ ພາລະບົດບາດຂອງໂຄສະນາອົບຮົມແຂວງ, ເມືອງໃນທົ່ວປະເທດ ຊຶ່ງເປັນການຈັດຕັ້ງປະຕິບັດມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ຄອສພ ທີ່ໄດ້ກໍານົດນັ້ນກໍຄື ແຜນພັດທະນາວຽກງານໂຄສະນາອົບຮົມກ້າວໄປສູ່ໄລຍະໃໝ່ ພ້ອມນັ້ນຈະໄດ້ພ້ອມກັນເບິ່ງຄືນການຈັດຕັ້ງປະຕິບັດວຽກງານວິຊາສະເພາະການຊີ້ນໍາ-ນໍາພາຂອງອົງການຈັດຕັ້ງມະຫາຊົນໄລຍະຜ່ານມາ ແລະ ພ້ອມກັນກວດກາຄືນ ການຈັດຕັ້ງປະຕິບັດແຜນງົບປະມານຂອງ ຄອສພ ໄລຍະຜ່ານມາ ກໍຄື ວຽກງານຈຸດສຸມໃນຕໍ່ໜ້າ. ນອກຈາກນັ້ນ ກອງປະຊຸມ ຍັງຈະໄດ້ພ້ອມກັນເຊື່ອມຊຶມເຜີຍແຜ່ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 4 ສະໄໝທີ XI ເພື່ອຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານຕົວຈິງ.

ສະຫາຍ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າ ຄອສພ ໄດ້ຂຶ້ນຜ່ານຮ່າງບົດສະຫຼຸບວຽກງານໄລຍະ 6 ເດືອນຕົ້ນປີ ແລະ ທິດທາງແຜນການ ໄລຍະ 6 ເດືອນທ້າຍປີ 2022 ຊຶ່ງໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຂາດຕົກບົກຜ່ອງ ແລະ ບົດຮຽນທີ່ຖອດຖອນໄດ້ໃນຕໍ່ໜ້າ ເປັນຕົ້ນ ຄອສພ ໄດ້ເອົາໃຈໃສ່ສຶກສາອົບຮົມສະມາຊິກພັກ-ພະນັກງານ, ລັດຖະກອນພາຍໃນ ຄອສພ ໃຫ້ມີຄວາມຮັບຮູ້, ເຂົ້າໃຈ, ເຊື່ອມຊຶມ ແລະ ກໍາແໜ້ນທິດສະດີມາກ-ເລນິນ, ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ໄດ້ເອົາໃຈໃສ່ໃນການນໍາພາ-ຊີ້ນໍາວຽກງານພັກ-ພະນັກງານ, ກໍ່ສ້າງພັກທາງດ້ານການເມືອງ-ແນວຄິດ, ກໍ່ສ້າງພັກທາງດ້ານການຈັດຕັ້ງ, ກໍ່ສ້າງພັກທາງດ້ານແບບແຜນນໍາພາ,ເອົາໃຈໃສ່ວຽກງານການບໍາລຸງ-ກໍ່ສ້າງພະນັກງານ, ວຽກງານປັບປຸງກົງຈັກການຈັດຕັ້ງ, ການນໍາພາ-ຊີ້ນໍາວຽກງານກວດກາ, ວຽກງານຫ້ອງການ, ວຽກງານວິຊາສະເພາະ, ການນໍາພາ-ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ ແລະ ວຽກງານອຶ່ນໆ.

ເພື່ອເປັນທິດນໍາໃນຕໍ່ໜ້າ ສະຫາຍ ຄໍາພັນ ເຜີຍຍະວົງ ໄດ້ເນັ້ນໃຫ້ແຕ່ລະພາກສ່ວນເອົາໃຈໃສ່ໜ້າວຽກ ຄື: ການປັບປຸງພັກດ້ານການຈັດຕັ້ງໃຫ້ເຂັ້ມແຂງ, ໜັກແໜ້ນ ແລະ ປອດໃສ ແມ່ນຄວາມຮຽກຮ້ອງຕ້ອງການຂອງວຽກງານທີ່ຈະຕ້ອງປະຕິບັດໃຫ້ໄດ້ຮັບໝາກຜົນທີ່ເປັນຮູບປະທໍາ, ປະຕິບັດໃຫ້ຖືກຕ້ອງ, ທັນການ ແລະ ມີປະສິດທິຜົນ; ຄະນະນໍາທຸກສະຫາຍ ຕ້ອງກວດກາຄືນບັນດາຈຸດອ່ອນ, ຂໍ້ບົກຜ່ອງຂອງວຽກງານຢ່າງມີຄວາມຮັບຜິດຊອບ; ເອົາໃຈໃສ່ເສີມສ້າງໂອກາດໃຫ້ຄົນດີ, ຄົນເກັ່ງ ມີຄວາມຮູ້, ຄວາມສາມາດ ແລະ ມີຄຸນສົມບັດສິນທໍາ ໄດ້ຮັບໜ້າທີ່ວຽກງານສົມກັບຄຸນສົມບັດ, ຄຸນທາດການເມືອງ ແລະ ຄວາມຮູ້, ຄວາມສາມາດຂອງເຂົາເຈົ້າ; ຄະນະພັກຜູ້ຊີ້ນໍາວຽກງານພັກ-ພະນັກງານ ຕ້ອງໄດ້ໃກ້ຊິດຕິດ ແທດໃຫ້ການຊີ້ນໍາຜູ້ເຮັດວຽກງານຈັດຕັ້ງ-ພະນັກງານ ແລະ ບັນດາໜ່ວຍພັກ, ອົງການຈັດຕັ້ງມະຫາຊົນພາຍໃນ ຄອສພ ໃຫ້ເດີນຕາມແນວທາງ, ນະໂຍບາຍລວມຂອງພັກ, ປັບປຸງກົງຈັກການຈັດຕັ້ງ, ສັບຊ້ອນຈັດວາງພະນັກງານຕາມລະບອບແບບແຜນວິທີເຮັດວຽກ ແລະ ມີປະຊາທິປະໄຕລວມສູນຢ່າງເຄັ່ງຄັດ; ຍົກສູງຄວາມເປັນເຈົ້າການ ແລະ ເປັນໃຈກາງປະສານງານກັບບັນດາກົມ ແລະ ພາກສ່ວນທີ່ກ່ຽວຂອງ ໃນການປະຕິບັດໜ້າທີ່ເປັນເສນາທິການ ໃຫ້ ຄອສພ ດ້ານວຽກງານແຜນການ-ການເງິນ, ວຽກບໍລິຫານ,ວຽກງານຄຸ້ມຄອງ ແລະ ການບໍລິການຮັບໃຊ້ ຕາມທິດການບໍລິການວ່ອງໄວ, ປະທັບໃຈ ແລະ ເອົາໃຈໃສ່ວຽກງານອື່ນໆ.

ຂ່າວ-ພາບ: ແສງຈັນ

#Medialaos MMD (ແຫຼ່ງຂໍ້ມູນຈາກ: ໜັງສືພິມປະຊາຊົນ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version