Home ຂ່າວການເມືອງ ສະຫລຸບວຽກງານຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ ປະຈຳປີ 2025

ສະຫລຸບວຽກງານຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ ປະຈຳປີ 2025

0

ກອງປະຊຸມສະຫລຸບວຽກງານ ຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ ປະຈຳປີ 2025 ແລະ ວາງທິດທາງແຜນການ ປະຈຳປີ 2026 ໄດ້ໃນວັນທີ 25 ທັນວາ 2025 ໂດຍການເປັນປະທານຂອງ ທ່ານ ພົອ ວິໄລ ຫລ້າຄຳຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ປະທານຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ, ມີ ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ຮອງປະທານ-ຜູ້ປະຈຳການ, ພ້ອມດ້ວຍຮອງລັດຖະມົນຕີ/ທຽບເທົ່າ, ຫົວໜ້າ-ຮອງຫົວໜ້າກົມ, ຕາງໜ້າຈາກບັນດາກະຊວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໃນກອງປະຊຸມ, ທ່ານ ມີນາໄຊ ພິລາວົງ ຫົວໜ້າສູນອິນເຕີເນັດແຫ່ງຊາດ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ສະເໜີຮ່າງສະຫລຸບການເຄື່ອນໄຫວວຽກງານ ຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ ປະຈໍາປີ 2025 ແລະ ທິດທາງແຜນການ ປະຈໍາປີ 2026, ສະເໜີຮ່າງການປັບປຸງ ດໍາລັດວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງ ຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ ໂດຍໄດ້ຍົກໃຫ້ເຫັນຜົນສຳເລັດຫລາຍດ້ານ ທີ່ຕິດພັນກັບການຄຸ້ມຄອງ, ການພັດທະນາ ແລະ ການນໍາໃຊ້ອິນເຕີເນັດ, ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ການພັດທະນາຂົງເຂດດັ່ງກ່າວ, ເຂົ້າໃນການຈັດຕັ້ງປະຕິບັດວຽກງານ, ການດຳເນີນທຸລະກິດ, ການດຳລົງຊີວິດ, ການຕິດຕໍ່ພົວພັນກັບສັງຄົມຕ່າງໆ, ຄຽງຄູ່ກັບຜົນປະໂຫຍດອັນມະຫາສານຈາກອິນເຕີເນັດ, ກໍເຫັນໄດ້ແຈ້ງເຖິງບັນຫາ ແລະ ສິ່ງທ້າທາຍຕ່າງໆ ໂດຍສະເພາະ ການນໍາໃຊ້ສື່ສັງຄົມອອນລາຍ ແລະ ການນຳໃຊ້ອິນເຕີເນັດໄປໃນທາງທີ່ບໍ່ດີ ຊຶ່ງຄະນະກຳມະການຄຸ້ມຄອງ ອິນເຕີເນັດແຫ່ງຊາດ ກໍໄດ້ຊີ້ນຳພາກສ່ວນທີ່ກ່ຽວຂ້ອງ ສຸມໃສ່ຄົ້ນຄວ້າຫາວິທີການແກ້ໄຂ ດ້ວຍມາດຕະການຕ່າງໆ ເພື່ອແກ້ໄຂປາກົດການຫຍໍ້ທໍ້ທີ່ເກີດຂຶ້ນ. ໃນໄລຍະຜ່ານມາ, ສາມາດຈຳກັດ ແລະ ມີຜົນສຳເລັດໃນເບື້ອງຕົ້ນ ຂົງເຂດລວມສູນການສື່ສານ, ການກວດກາຄື້ນຄວາມຖີ່ວິທະຍຸສື່ສານ, ການນຳໃຊ້ສັນຍານ-ການນຳໃຊ້ສາຍສົ່ງໂທລະຄົມມະນາຄົມ, ການສຸມໃສ່ຂຶ້ນທະບຽນເລກໝາຍໂທລະສັບ, ການປັບປຸງພື້ນຖານໂຄງລ່າງດີຈິຕອນ, ການຄຸ້ມຄອງຄວາມປອດໄພທາງດ້ານໄຊເບີ, ເນື້ອໃນຂໍ້ມູນຂ່າວສານຜ່ານອິນເຕີເນັດ ແລະ ດ້ານອື່ນໆ. ໂອກາດກັນນີ້, ຍັງໄດ້ມີພິທີເປີດນຳໃຊ້ ສູນຕ້ານການຫລອກລວງທາງອອນລາຍ ສາຍດ່ວນ 1533 ຢ່າງເປັນທາງການ ໂດຍຈະການເປີດດຳເນີນການຕົວຈິງ ໃນວັນທີ 29 ທັນວາ 2025 ນີ້.

ໃນຕອນທ້າຍ, ທ່ານ ພົອ ວິໄລ ຫລ້າຄຳຟອງ ໄດ້ເນັ້ນໃຫ້ເອົາໃຈໃສ່ບາງບັນຫາ ເປັນຕົ້ນ ການຄົ້ນຄວ້າປັບປຸງພາລະບົດບາດ ຂອງຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ, ການປັບປຸງ ແລະ ສ້າງບັນດາຈຸດປະສານງານຢູ່ແຕ່ລະກະຊວງ, ອົງການພັກ-ລັດ ແລະ ບັນດາຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ ຂັ້ນແຂວງ/ນະຄອນ ຫລວງວຽງຈັນ ໃຫ້ສອດຄ່ອງກັບສະພາບການຕົວຈິງ, ເອົາໃຈໃສ່ຄົ້ນຄວ້າ ແລະ ປັບປຸງບັນດານິຕິກຳທີ່ມີແລ້ວ, ນິຕິກໍາໃດຄວນໄດ້ປັບປຸງຄືນ ເພື່ອໃຫ້ສອດຄ່ອງກັບສະພາບການໃໝ່ ໃນປັດຈຸບັນ ໂດຍສະເພາະ ປັບປຸງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກຳທາງລະບົບຄອມພິວເຕີ, ປັບປຸງດໍາລັດວ່າດ້ວຍ ການຄຸ້ມຄອງຂໍ້ມູນຂ່າວສານ ຜ່ານອິນເຕີເນັດ, ສ້າງຍຸດທະສາດການພັດທະນາໂທລະຄົມມະນາຄົມ ແລະ ອິນເຕີເນັດ ແຫ່ງຊາດ, ສ້າງຍຸດທະສາດຄວາມປອດໄພໄຊເບີແຫ່ງຊາດ, ສ້າງຍຸດທະສາດການພັດທະນາ ພື້ນຖານໂຄງລ່າງດີຈິຕອນ, ສ້າງຍຸດທະສາດການພັດທະນາ ເລກໝາຍອິນເຕີເນັດ ຮຸ່ນທີ 6 ແລະ ນິຕິກຳອື່ນໆ ເພື່ອເປັນບ່ອນອີງໃຫ້ວຽກງານຄຸ້ມຄອງອິນເຕີເນັດ ແລະ ຄຸ້ມຄອງຄວາມປອດໄພ ທາງໄຊເບີ ຢ່າງຄົບຖ້ວນ, ຮັດກຸມ ແລະ ແທດເໝາະກັບສະພາບການ ໃນແຕ່ລະໄລຍະ, ເພີ່ມທະວີ ແລະ ປັບປຸງວຽກງານຕິດຕາມ, ກວດກາ ແລະ ຕອບໂຕ້ ຫາງສຽງບໍ່ດີໃນສັງຄົມ ໃຫ້ ເຂັ້ມ ແຂງ ແລະ ມີປະສິດທິພາບກວ່າເກົ່າ, ເພີ່ມທະວີການຄຸ້ມຄອງຜູ້ໃຫ້ບໍລິການໂທລະຄົມມະນາຄົມ ແລະ ອິນເຕີເນັດ, ເລັ່ງຈັດຕັ້ງປະຕິບັດການລົງທະບຽນເລກໝາຍໂທລະສັບ ໃຫ້ສໍາເລັດຕາມແຜນການ ແລະ ພັດທະນາໂທລະຄົມມະ ນາຄົມ ແລະ ອິນເຕີເນັດ, ຂະຫຍາຍລະບົບໂທລະຄົມມະນາຄົມ ແລະ ອິນເຕີເນັດ ໄປສູ່ເຂດຫ່າງໄກສອກຫລີກສາ ມາດ ເຂົ້າເຖິງການນໍາໃຊ້ອິນເຕີເນັດໄດ້.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version