ກອງປະຊຸມສາມັນ ຄົບຄະນະກຳມະການສູນກາງແນວລາວສ້າງຊາດ (ສນຊ) ຄັ້ງທີ 5 ສະໄໝທີ XI ປິດລົງດ້ວຍຜົນສຳເລັດຢ່າງຈົບງາມ ໃນວັນທີ 25 ທັນວາ 2025 ທີ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ມີຮອງປະທານ, ຫົວໜ້າກົມ, ຮອງກົມ ແລະ ແຂກຖືກເຊີນເຂົ້າຮ່ວມ.

ທ່ານ ສິນລະວົງ ຄຸດໄພທູນ ໄດ້ກ່າວວ່າ: ຕົ້ນປີ 2026 ນີ້ເປັນໄລຍະທີ່ສຳຄັນ, ເປັນປີທີ່ຈະກ້າວເຂົ້າສູ່ການກະກຽມກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ກອງປະຊຸມທົ່ວປະເທດ ຄັ້ງທີ XII ຂອງແນວລາວສ້າງຊາດ ແລະ ທົ່ວປະເທດມີຫລາຍວຽກງານໃຫຍ່. ເພື່ອເຮັດສໍາເລັດໜ້າທີ່ ທີ່ກອງປະຊຸມກຳນົດໄວ້ຈະຕ້ອງກໍາແໜ້ນ ແລະ ເອົາໃຈໃສ່ແຜນວຽກທີ່ເຄັ່ງຮ້ອນຄື: ພວກເຮົາຈະພ້ອມກັນຄົ້ນຄວ້າເຊື່ອມຊຶມມະຕິຕ່າງໆຂອງສູນກາງພັກ ເປັນຕົ້ນມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ XI ແລະ XII ທີ່ຈະມາເຖິງໃນສະໄໝທີ XI ແລະ ສະ ເໜີໃຫ້ກຳມະການ ສນຊ ທຸກທ່ານ, ການຈັດຕັ້ງທຸກຂັ້ນນຳໄປຈັດຕັ້ງປະຕິບັດຕາມພາລະບົດບາດ, ໜ້າທີ່ຂອງຕົນໃຫ້ບັນລຸຜົນເປັນຢ່າງດີ; ພ້ອມກັນນໍາເອົາມະຕິກອງປະຊຸມຄັ້ງນີ້ ແລະ ມະຕິອື່ນໆ ຂອງ ສນຊ ນໍາໄປປະຕິບັດໃຫ້ເກີດດອກອອກຜົນ, ຫັນເປັນແຜນວຽກແຜນງານຂອງຄະນະກໍາມະການ ສນຊ ແຕ່ລະຂັ້ນ, ພິເສດໃຫ້ພ້ອມກັນກະກຽມກອງປະຊຸມໃຫຍ່ ຄັ້ງທີ XII; ສືບຕໍ່ປັບປຸງແບບແຜນວິທີເຮັດວຽກຂອງຄະນະກໍາມະການ ສນຊ ທຸກຂັ້ນ, ກຳມະການ ສນຊ ທຸກທ່ານຕ້ອງເປັນເຈົ້າການ 4 ເສີມສ້າງ (ເສີມສ້າງຄຸນງາມຄວາມດີ, ເສີມສ້າງຄວາມສາມັກຄີ, ເສີມສ້າງຄຸນວຸທິ ແລະ ເສີມສ້າງຄຸນນະທໍາ) ບົນຈິດໃຈເອົາໃຈໃສ່ປະຕິບັດຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ ເປັນຕົ້ນ 9 ຂໍ້ແຂ່ງຂັນຂອງອົງການແນວລາວສ້າງຊາດ ເລກທີ 388/ຄປຈ ອອກແຮງປຸກລະດົມຂົນຂວາຍປະຊາຊົນ, ພະຍາຍາມລົງຫາປະຊາຊົນ, ເອົາໃຈໃສ່ປະຊາຊົນ ແລະ ນໍາເອົາຜົນປະໂຫຍດມາໃຫ້ປະຊາຊົນບ່ອນຕົນເອງຢູ່; ເພີ່ມທະວີຄວາມຮັບຜິດຊອບ ແລະ ຄວາມເປັນແບບຢ່າງຂອງກໍາມະການແນວລາວສ້າງຊາດທຸກຂັ້ນ ທຸກທ່ານໃຫ້ສູງກວ່າເວລາໃດໝົດ, ເພື່ອເຮັດແນວໃດໃນພື້ນທີ່ຕົນຮັບຜິດຊອບຕ້ອງເສີມສ້າງຄວາມສາມັກຄີປອງດອງ, ຄວາມເປັນປຶກແຜ່ນໃນໝູ່ປະຊາຊົນ, ເສີມສ້າງຄຸນງາມຄວາມດີໃຫ້ປະກົດເດັ່ນ, ເສີມສ້າງຄຸນວຸທິ ເຮັດໃຫ້ເກີດມີຫົວຄິດປະດິດສ້າງ ລວມທັງພຶດຕິກໍາ ແລະ ການບູລະນະ ນະໂຍບາຍໃນຂົງເຂດແນວໂຮມໃຫ້ຈະແຈ້ງ, ເຮັດໃຫ້ກົມກອງທ້ອງຖິ່ນຂອງຕົນມີໃບໜ້າໃໝ່, ຈົ່ງພ້ອມກັນເສີມສ້າງໃຫ້ໄດ້ຄຸນນະທໍາ, ອະລິຍະທໍາໃນການເຄື່ອນໄຫວຂອງທຸກສາສະໜາ ໃຫ້ສາສະນິກະຊົນ ໃຫ້ປະຊາຊົນມີສັດທາຍິ່ງໆຂຶ້ນ.
ພາບ: ສນຊ