Home ຂ່າວການເມືອງ ພິທີປະດັບຫຼຽນໄຊອິດສະຫຼະຊັ້ນ 1 ໃຫ້ຂະແໜງກະສິກໍາແລະປ່າໄມ້

ພິທີປະດັບຫຼຽນໄຊອິດສະຫຼະຊັ້ນ 1 ໃຫ້ຂະແໜງກະສິກໍາແລະປ່າໄມ້

0

ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ຈັດພິທີປະດັບຫຼຽນໄຊອິດສະຫຼະຊັ້ນ 1 ໃຫ້ແກ່ຂະແໜງກະສິກໍາ ແລະ ປ່າໄມ້ ຕະຫຼອດໄລຍະ 60 ປີ, ໃນວັນທີ 29 ທັນວານີ້ ທີ່ຫ້ອງປະຊຸມສູນການຮ່ວມມືສາກົນ ແລະ ຝຶກອົບຮົມ(ICTC) ນະຄອນຫຼວງວຽງຈັນ.

ເປັນກຽດໃນພິທີ ໂດຍທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະ ມົນຕີແຫ່ງ ສປປ ລາວ, ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ (ກສ), ລັດຖະມົນຕີ, ເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງ, ຮອງລັດຖະມົນຕີ-ທຽບເທົ່າ, ຄະນະພັກ, ຄະນະນໍາ ຂອງ ບັນດາກະຊວງ-ອົງການ ແລະ ອົງການປົກຄອງທ້ອງຖິ່ນ, ບັນດາທູດ, ທູຕານຸທູດ, ອົງການຈັດຕັ້ງສາກົນ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງທາງສັງຄົມ, ບັນດາຜູ້ປະກອບການຫ້ອງການ ພ້ອມແຂກທີ່ຖືກເຊີນ.

ໃນພິທີ ທ່ານ ລິນຄໍາ ດວງສະຫວັນ ຂຶ້ນຜ່ານປະຫວັດການເຕີບໃຫຍ່ຂະຫຍາຍຕົວວຽກງານກະສິກຳ ແລະ ປ່າໄມ້ ແຕ່ອະດີດຮອດປັດຈຸບັນ, ບັນດາ ເນື້ອໃນລະອຽດ ປະຫວັດຄວາມເປັນມາ ແລະ ການພັດທະນາ ວຽກງານກະສິກຳ ແລະ ປ່າໄມ້ ໃນແຕ່ລະໄລຍະ, ກະຊວງກະສິກຳ ແລະ ປ່າໄມ້ ໃນເມື່ອກ່ອນ ກໍຄື ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໃນປັດຈຸບັນ ໄດ້ສັງລວມ ແລະ ຮຽບຮຽງເປັນປຶ້ມ ຊື່ວ່າ:“ 60 ປີ ປະຫວັດຄວາມເປັນມາຂອງຖໍ້າກະສິກຳ ແລະ ຜົນງານກະຊວງກະສິກຳ ແລະ ປ່າໄມ້, ປີ ຄສ 1965 ຫາ ປີ ຄສ 2025” ເພື່ອເປັນການຫວນຄືນປະຫວັດສາດ ແຫ່ງການກຳເນີດ ແລະ ຂະຫຍາຍຕົວຂອງຂະແໜງການກະສິກຳ ແລະ ປ່າໄມ້ ຊຶ່ງແມ່ນຜົນງານອັນໃຫຍ່ຫຼວງ ຂອງພະນັກງານການນຳທຸກຂັ້ນ, ພະນັກ ງານລັດຖະກອນທັງໝົດ ຂອງຂະແໜງການແຕ່ອະດີດ ຮອດປັດຈຸບັນ.

ຫຼັງຈາກ ມີການປັບປຸງກົງຈັກການຈັດຕັ້ງ ດ້ວຍການໂຮມສອງກະຊວງ ເປັນ ກະຊວງກະສິກຳ ແລະ ສິ່ງ ແວດລ້ອມ ແລະ ເພື່ອສືບຕໍ່ພັດທະນາຂະແໜງການຢ່າງໝັ້ນຄົງ ສ້າງຜົນງານໃຫ້ຍິ່ງໃຫຍ່ກວ່າເກົ່າ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ກຳນົດແຜນພັດທະນາ 5 ປີ (2026-2030) ເປັນ 7 ແຜນງານ ແລະ 4 ວຽກຈຸດສຸມປິ່ນອ້ອມຄື: 1: ແຜນງານຄ້ຳປະກັນດ້ານສະບຽງອາຫານ ແລະ ໂພຊະນາການ 2: ແຜນງານຜະລິດ ແລະ ປຸງແຕ່ງກະສິກຳ ແລະ ປ່າໄມ້ເປັນສິນຄ້າ, 3: ແຜນງານຄຸ້ມຄອງ, ປົກປັກຮັກສາ ແລະ ນຳໃຊ້ປ່າໄມ້, 4: ແຜນງານຈັດສັນແລະ ຄຸ້ມຄອງທີ່ດິນ, 5: ແຜນງານຄຸ້ມຄອງຊັບພະຍາກອນນ້ຳ, 6: ແຜນງານການປົກປັກຮັກສາສິິ່ງແວດລ້ອມ, 7: ແຜນງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ແລະ 4 ວຽກຈຸດສຸມ ປິ່ນອ້ອມ ຄື: 1: ວຽກເສນາທິການ, ນະໂຍບາຍ ແລະ ນິຕິກຳ, 2: ວຽກປັບປຸງກົງຈັກການຈັດຕັັ້ງ ແລະ ການພັດທະນາຊັບພະຍາກອນມະນຸດ, 3: ວຽກການເຊືິ່ອມໂຍງ, ຮ່ວມມື ແລະ ການລົງທຶນພາກພື້ນ ແລະ ສາກົນ ແລະ 4: ວຽກງານກວດກາ.

ໂອກາດດັ່ງກ່າວ ທ່ານ ສອນໄຊ ສີພັນດອນ ໄດ້ມີຄໍາເຫັນໂອ້ລົມ ບາງເນື້ອໃນສໍາຄັນ ວ່າ: ເພື່ອຮັກສາມູນເຊື້ອອັນດີງາມ ແລະ ເສີມຂະຫຍາຍຜົນງານອັນດີເດັ່ນທີ່ຜ່ານມາ ແລະ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງປະເທດຊາດໃນຕໍ່ໜ້າ,ຂະແໜງກະສິກຳ ແລະ ສິ່ງແວດລ້ອມ ຂອງພວກເຮົາຕ້ອງໄດ້ຄົ້ນຄິດ ຕຶກຕອງຕື່ມອີກ ເພື່ອຮັບປະກັນ“ຄ້ໍາປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ, ມີຜະລິດຕະພັນກະສິກຳເປັນສິນຄ້າສົ່ງອອກ, ຊົນນະບົດໄດ້ຮັບການພັດທະນາ, ສິ່ງແວດລ້ອມ ສີຂຽວ ແລະ ຍືນຍົງ”, ທ່ານສອນໄຊ ສີພັນດອນ ຍັງຮຽກຮ້ອງມາຍັງ ຄະນະພັກ-ຄະນະນຳ, ພະນັກງານ-ລັດຖະກອນ ຕະຫຼອດຮອດ ປະຊາຊົນລາວບັນດາເຜົ່າ, ຊາວກະສິກອນ ຄື: 1. ສືບຕໍ່ຊຸກຍູ້ສົ່ງເສີມການຜະລິດກະສິກໍາ ເພື່ອຄໍ້າປະກັນຄວາມໝັ້ນຄົງດ້ານສະບຽງອາຫານ, 2. ຍູ້ແຮງວຽກງານການສົ່ງເສີມການຜະລິດກະສິກໍາ ເປັນສິນຄ້າ ເພື່ອສະໜອງພາຍໃນ ແລະ ສົ່ງອອກ, 3. ເອົາໃຈໃສ່ຂອດ ການຈັດຕັ້ງການຜະລິດໃໝ່ ທີ່ເຂັ້ມແຂງ ຕິດພັນກັບການນຳໃຊ້ເຕັກໂນໂລຊີທັນສະໄໝ, 4. ເອົາໃຈໃສ່ຕໍ່ການຄຸ້ມຄອງ, ປົກປັກຮັກສາ ແລະ ນໍາໃຊ້ປ່າໄມ້, 5. ວຽກງານຄຸ້ມຄອງ ແລະ ພັດທະນາທີ່ດິນ, 6. ວຽກງານປົກປັກຮັກສາສິ່ງແວດລ້ອມ ແລະ 7. ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ: ບັນຫານີ້ເປັນບັນຫາສໍາຄັນ ທີ່ຈະຕ້ອງຈັດເປັນບຸລິມະສິດໃນການແກ້ໄຂ, ຕ້ອງຄົ້ນຄວ້າກຳນົດແຜນຍຸດທະສາດພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຕິດພັນກັບການຈັດສັນພູມລໍາເນົາ, ອາຊີບຄົງທີ່ ໃຫ້ປະຊາຊົນ ເພື່ອການຫຼຸດຜ່ອນບັນຫາປະຊາຊົນ ຍົກຍ້າຍຖິ່ນຖານ ບໍ່ຖືກຕ້ອງ; ແກ້ໄຂສະພາບທຸກຍາກຢູ່ບ້ານເກົ່າຍັງບໍ່ແລ້ວ ຍັງໄປທຸກອີກຢູ່ບ້ານອື່ນ, ເມືອງອື່ນ, ແຂວງອື່ນອີກ ເຮັດໃຫ້ຂະບວນການແກ້ໄຂຄວາມທຸກຍາກ ບໍ່ມີທ່າອ່ຽງຫຼຸດລົງ; ຕ້ອງໄດ້ສຸມໃສ່ແກ້ໄຂຢ່າງແຂງແຮງ,ມີຈຸດສຸມ, ມີໂຄງການຈະແຈ້ງ ພ້ອມທັງດຶງດູດນັກລົງທຶນ-ຜູ້ປະກອບການ ເຂົ້າຮ່ວມການແກ້ໄຂຄວາມທຸກຍາກໃຫ້ຫຼາຍຂຶ້ນ ແລະ ສະເໜີໃຫ້ ຄະນະພັກ-ຄະນະນຳກະຊວງ ພ້ອມທັງພະນັກງານທັງໝົດ ຂອງຂະແໜງການກະສິກຳ ແລະ ສິ່ງແວດລ້ອມ, ຊາວນາ ຊາວກະສິກອນ ຈົ່ງຮັບເອົາພາລະໜ້າທີ່ອັນມີກຽດຂອງຕົນ ເພື່ອຄົ້ນຄວ້າ ແລະ ພັດທະນາ ວຽກງານການຜະລິດກະສິກຳ ໃຫ້ທັນສະໄໝ ຕາມທິດສີຂຽວ ແລະ ຍືນຍົງ ເພື່ອປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ພັດທະນາທ້ອງຖິ່ນ ໃຫ້ຈະເລີນຮຸ່ງເຮືອງຂຶ້ນໄປເລື່ອຍໆ.

ນອກນັ້ນ ທ່ານ ສອນໄຊ ສີພັນດອນ ຮຽກຮ້ອງມາຍັງບັນດາການນໍາຂອງພັກ, ລັດ, ອົງການຈັດຕັ້ງມະຫາ ຊົນຂັ້ນຕ່າງໆ, ອົງການຈັດຕັ້ງສາກົນ, ຄູ່ຮ່ວມພັດທະນາ, ຜູ້ປະກອບການ ທັງພາຍໃນ ແລະ ຕ່າງປະເທດ ຈົ່ງສືບຕໍ່ເປັນເຈົ້າການຊ່ວຍຊຸກຍູ້ສົ່ງເສີມ, ອຳນວຍຄວາມສະດວກ,ອູ້ມຊູຊ່ວຍເຫຼືອ ແລະ ຕໍານິຕິຊົມເພື່ອໃຫ້ຂະແໜງກະສິກຳ ແລະ ສິ່ງແວດລ້ອມ ທຸກໆຂັ້ນ ໃຫ້ສາມາດປະຕິບັດໜ້າທີ່ຂອງຕົນໃຫ້ສຳເລັດຕາມລະດັບຄາດໝາຍ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version