Home ຂ່າວການເມືອງ ສສຊ ປະກອບຄຳເຫັນໃສ່ ກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ

ສສຊ ປະກອບຄຳເຫັນໃສ່ ກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ

0

ພາຍຫຼັງ ທ່ານ ບຸນເຫຼືຶອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄດ້ຂຶ້ນສະເໜີກົດໝາຍ ວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງ ສະພາແຫ່ງຊາດ ຊຸດທີ IX ໃນວັນທີ 28 ມິຖຸນາ ນີ້ ພາຍໃຕ້ການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ, ຈາກນັ້ນ ບັນດາສະມາຊິກສະພາແຫ່ງຊາດ ໄດ້ພ້ອມກັນປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ເພື່ອໃຫ້ມີເນື້ອໃນຮັດກຸມ, ຖືກຕ້ອງ ແລະ ສອດຄ່ອງໃນການຈັດຈັດຕັ້ງປະບັດໃຫ້ສະພາບປັດຈຸບັນ.

ທ່ານ ພົນຈັດຕະວາ ມາລາ ວໍລະຈິດ ສະມາຊິກສະມາແຫ່ງຊາດ ປະຈຳເຂດເລືອກຕັ້ງ ທີ 13 ແຂວງສະຫວັນນະເຂດ ໄດ້ມີຄຳເຫັນວ່າ: ຜ່ານການຄົ້ນຄວ້າ ເນື້ອໃນແຕ່ລະພາກ, ແຕ່ລະໝວດ, ແຕ່ລະມາດຕາ ໂດຍສົມທຽບກັັບສະພາບຄວາມເປັນຈິງ ພຶດຕິກຳຄຸ້ມຄອງເງິນຕາຕ່າງປະເທດຢູ່ປະເທດເຮົາ ຊຶ່ງການຄຸ້ມຄອງນຳໃຊ້ເງິນຕາຕ່າງປະເທດຢູ່ປະເທດເຮົານັ້ນ ບາງມາດຕາຂອງກົດໝາຍ ໂດຍສະເພາະພາກທີ 1 ໄດ້ສ້າງຈິດສຳນຶກຄວາມຮັບຮູ້ໃໝ່ ໃນດ້ານຈຸດປະສົງ, ຄາດໝາຍ, ເນື້ອໃນ, ນະໂຍບາຍ ແລະ ຫຼັກການຂອງກົດໝາຍສະບັບນີ້, ແຕ່ເພື່ອໃຫ້ຈະແຈ້ງ ແລະ ເຫັນບັນຫາ ຄວນແກ້ໄຂໃນການຄຸ້ມຄອງເງິນຕາຕ່າງປະເທດນັ້ນຄືຢູ່ໃນມາດຕາ ທີ 4 ວັກ 2 ທີ່ຂຽນວ່າລັດຊຸກຍູ້ປຸກລະດົມໃຫ້ບຸກຄົນ, ນິິຕິບຸກຄົນ ແລະ ການຈັດຕັ້ງທຸກພາກສ່ວນເຂົ້າຮ່ວມໃນການຄຸ້ມຄອງເງິນຕາຕ່າງປະເທດ ໂດຍການນຳໃຊ້ເງິນຕາຕ່າງປະເທດໃຫ້ສອດຄ່ອງກັບກົດໝາຍສະບັບນີ້ ຕໍ່ກັບເນື້ອໃນວັກ 2 ນີ້ ແມ່ນຢາກສະເໜີປັບປຸງຄືນຖ້າຈະເຈາະຈົງໃສ່ວ່ານຳໃຊ້ເງິນຕາໃຫ້ສອດຄ່ອງຕາມກົດໝາຍສະບັບນີ້ ຄິດວ່າຍັງມີກົດໝາຍອື່ນທີ່ກ່ຽວພັນ ແລະ ກ່ຽວຂ້ອງບັນຫາການຄຸ້ມຄອງ ຄິດວ່າ ໃຫ້ຕັດອອກໂດຍການນຳໃຊ້ເງິນຕາຕ່າງປະເທດໃຫ້ສອດຄ່ອງຕາມກົດໝາຍ, ສ່ວນວັກທີ 3 ລັດເອົາໃຈໃສ່ໂຄສະນາເຜີຍແຜ່ສຶກສາອົບຮົມ ສະໜອງຂໍ້ມູນຂ່າວສານໃຫ້ທົ່ວປວງຊົນຮັບຮູ້, ເຂົ້າໃຈກ່ຽວກັບຫຼັກການ ການນຳໃຊ້ເງິນຕາຕ່າງປະເທດໃຫ້ຖືກຕ້ອງຕາມກົດໝາຍ ຕໍ່ບັນຫານີ້ຄິດວ່າຖ້າຈະໃຊ້ແຕ່ຫຼັກການ ແລະ ຕໍ່ລະບຽບການຢາກໃຫ້ຕື່ມໃສ່ ຫຼັກການ ແລະ ລະບຽບການໃນການນໍາໃຊ້ເງິນຕາຕ່າງປະເທດເພື່ອໃຫ້ໜັກແໜ້ນ ແລະ ຮັດກຸມຂຶ້ນຕື່ມ, ໃນນັ້ນຕໍ່ມາດຕາທີ 8 ແລະ ທີ 9 ຊຶ່ງສອງມາດຕາດັ່ງກ່າວໄດ້ຕອບໂຈດຕໍ່ສັງຄົມທີ່ໄດ້ເປັນຫ່ວງຕໍ່ການຄຸ້ມຄອງເງິນຕ່າງປະເທດຢູ່ປະ ເທດເຮົາ ຊຶ່ງກໍເຫັນວ່າສອງເນື້ອໃນດັ່ງກ່າວເປັນເນື້ອໃນທີ່ສຳຄັນ ແລະ ຈະແຈ້ງ ສະແດງເຖິງຄວາມເຂັ້ມແຂງໃນການຄຸ້ມຄອງຂອງລັດໃນຂົງເຂດເງິນຕາຕ່າງປະເທດ ແຕ່ຍັງເປັນຫ່ວງໃນການຈັດຕັ້ງປະຕິບັດຕົວຈິງ ໂດຍສະເພາະຢູ່ໃນມາດຕາທີ 8 ທີ່ໄດ້ກຳນົດເຖິງການຄຸ້ມຄອງເງິນຕາຕ່າງປະເທດ ທີ່ບົ່ງບອກວ່າການຖືຄອງເງິນສົດ ຫຼື ບັນຊີເງິນຝາກ ແຕ່ຢູ່ໃນດ້ານການຄຸ້ມຄອງເງິນສົດນີ້ຢູ່ໃນນິຕິກຳໃຕ້ກົດໝາຍແລ້ວ ແຕ່ຢາກໃຫ້ລະບຸວ່າ ຄຸ້ມຄອງແບບໃດ ເພາະທີ່ຜ່ານມາເຫັນວ່າ ມີການນຳເງິນຕາຕ່າງປະເທດອອກໄປ ຊຶ່ງຍັງເປັນບັນຫາທ້າທາຍ.

ທ່ານ ຄຳໃຕ ແກ້ວດວງດີ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງ ທີ 15 ແຂວງຈຳປາສັກ ໄດ້ມີຄຳເຫັນວ່າ: ໃນນິຍາມມາດຕາ 3 ຂໍ້ 9 ຜູ້ໃຫ້ບໍລິການຊຳລະ ໝາຍເຖິງ ທະນາຄານທຸລະກິດ ຫຼື ນິຕິບຸກຄົນອື່ນ ຊຶ່ງຄຳວ່ານິຕິບຸກຄົນອື່ນທີ່ສ້າງບັນຫາໃຫ້ສັງຄົມເຮົາມີສະພາບບໍ່ປົກກະຕິໃນປັດຈຸບັນ ເພາະ ສະນັ້ນ ຈຶ່ງຢາກໃຫ້ນິຕິບຸກຄົນອື່ນໃຫ້ຕັດອອກໃຫ້ໄປຜັນຂະຫຍາຍຢູ່ນິຕິກຳໃຕ້ກົດໝາຍ ເພາະຜ່ານມາ ທະນາຄານ ໄດ້ມາສະເໜີຕໍ່ສະພາວ່າ: ຈະບໍ່ໃຫ້ມີຮ້ານແລກປ່ຽນ ຫຼື ຫາກມີແມ່ນໃຫ້ມີໜ້ອຍທີ່ສຸດ ແຕ່ມາຮອດປັດຈຸບັນມີຈຳນວນເພີ່ມຂຶ້ນຫຼາຍເທົ່າຕົວ ຫຼື ຖ້າຈະຮັກສາໄວ້ຜູ້ໃຫ້ບໍລິການຕ້ອງໃຊ້ມາດຕະຖານດຽວກັບທະນາຄານ ແຫ່ງ ສປປ ລາວ ທີ່ໄດ້ກຳນົດໃຫ້ທະນາຄານທຸລະກິດ ປະກາດໃຊ້ຕາມອັດຕາແລກປ່ຽນ ແລະ ໃນມາດຕາ 16 ຢູ່ວັກ 2 ຜູ້ອອກແຮງງານລາວທີ່ໄປເຮັດວຽກຢູ່ຕ່າງປະເທດຕ້ອງໂອນເງິນລາຍຮັບທີ່ເປັນຄ່າແຮງ ແລະ ອື່ນໆເຂົ້າ ສປປ ລາວ ຜ່ານຜູ້ບໍລິການຊຳລະ ນີ້ກໍເປັນບັນຫາ ແຕ່ເຖິງຢ່າງໃດກໍຕາມ ທະນາຄານພວກເຮົາຕ້ອງໄດ້ເປີດປະຕູເປີດກ້ວາງ ເພື່ຶອເຮັດແນວໃດໃຫ້ລູກຫຼານເຮົາທີ່ໄປເຮັດວຽກຢູ່ຕ່າງປະເທດໄດ້ໂອນເງິນເຂົ້າມາລາວເຮົາໃຫ້ສອດຄ່ອງ ຖືກຕ້ອງຕາມລະບົບ ແລະ ລະບຽບກົດໝາຍ.

ຂ່າວ-ພາບ: ສຳນານ

#Medialaos MMD (ແຫຼ່ງຂໍ້ມູນຈາກ: ສຳນັກຂ່າວສານປະເທດລາວ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version