Home ຂ່າວພາຍໃນ ພິທີມອບລາງວັນຊະນະເລີດປະກວດແຕ້ມຮູບ

ພິທີມອບລາງວັນຊະນະເລີດປະກວດແຕ້ມຮູບ

0

ກົມສິລະປະ-ວັດທະນະທໍາ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດພິທີມອບລາງວັນຊະນະເລີດໃນການປະກວດແຕ້ມຮູບ ຫົວຂໍ້: ຊີວິດວັດທະນະທໍາລາວ ຂຶ້ນໃນວັນທີ 27 ມິຖຸນາ ນີ້ ເພື່ອຄັດເລືອກເອົາລາງວັນທີ 1 ຫາ 4 ເພື່ອສົ່ງເຂົ້າຮ່ວມງານມະຫະກໍາສິລະປະຂອງນັກຮຽນມັດທະຍົມຕອນປາຍ ຄັ້ງທີ 23 ປະຈໍາປີ 2022 ທີ່ປະເທດຍີ່ປຸ່ນ. ໂດຍການເຂົ້າຮ່ວມ ແລະ ມອບລາງວັນ ຂອງທ່ານ ບຸນເພັງ ສຸພາບ ຮອງຫົວໜ້າກົມສິລະປະ-ວັດທະນະທໍາ ກະຊວງ ຖວທ; ມີຜູ້ຕາງໜ້າຈາກພາກສ່ວນສະໜັບສະໜູນ ແລະ ນັກຮຽນມັດທະຍົມປາຍເຂົ້າຮ່ວມ.

ທ່ານ ບຸນເພັງ ສຸພາບ ໄດ້ລາຍງານໃຫ້ຮູ້ວ່າ: ໂຄງການປະກວດຮູບແຕ້ມໃນຫົວຂໍ້: “ງານມະຫະກຳສິລະປະຂອງນັກຮຽນມັດທະຍົມຕອນປາຍ” ທີ່ປະເທດຍີ່ປຸ່ນ ແມ່ນໄດ້ຈັດຂຶ້ນທຸກໆປີ ແລະ ໄດ້ເຊີນບັນດາປະເທດຕ່າງໆເຂົ້າຮ່ວມສົ່ງຮູບ ຊະນະເລີດທີ 1 ຫາ 4 ຂອງຕົນເຂົ້າຮ່ວມວາງສະແດງໃນງານດັ່ງກ່າວໂດຍການຄັດເລືອກເອົາຮູບແຕ້ມ ທີ່ເປັນຜົນງານການແຕ້ມຂອງນັກຮຽນຂັ້ນມັດທະຍົມຕອນປາຍ ອາຍຸບໍ່ກາຍ 18 ປີ ຊຶ່ງຈັດຂຶ້ນໂດຍ ກອງທຶນສາກົນເພື່ອສິລະປະ ແລະ ວັດທະນະທໍາຍີ່ປຸ່ນ (The International Foundation For Art and Culture – IFAC) ດັ່ງນັ້ນ ກົມສິລະປະ-ວັດທະນະທໍາ ຈຶ່ງໄດ້ຈັດການປະກວດແຕ້ມຮູບດັ່ງກ່າວຂຶ້ນ. ໂຄງການນີ້ ໄດ້ເລີ່ມຈັດຕັ້ງປະຕິບັດມາເປັນເວລາ 23 ປີ (1999-2022) ມີບັນດາປະເທດເຂົ້າຮ່ວມປີລະ 19-20 ກວ່າປະເທດ ສົ່ງຜົນງານເຂົ້າຮ່ວມວາງສະແດງໃນງານມະຫະກໍາດັ່ງກ່າວນີ້. ສໍາລັບ ສປປ ລາວ ແມ່ນໄດ້ສົ່ງຜົນງານເຂົ້າຮ່ວມເລີ່ມປີ 2008 ຈົນເຖິງ ປີ 2022 ເປັນ 13 ປີ ແລ້ວ ແລະ ໃນປີ 2022 ແມ່ນເປັນປີທີ 14.

ສໍາລັບຫົວຂໍ້ການປະກວດຮູບແຕ້ມແຕ່ລະປະເທດສາມາດປະກາດການປະກວດຮູບແຕ້ມເອງ ໂດຍກຳນົດໃຫ້ສອດຄ່ອງກັບສະພາບການບ້ານເມືອງ, ວັດທະນະທຳ, ວິຖີຊີວິດທີ່ເປັນເອກະລັກພົ້ນເດັ່ນ, ສະຖານທີ່ທ່ອງທ່ຽວທີ່ສຳຄັນ ແລະ ຫົວຂໍ້ອື່ນໆ ຂອງປະເທດຕົນເອງ.

ໃນການແຂ່ງຂັນຮູບແຕ້ມຄັ້ງນີ້ ແມ່ນມີນັກຮຽນສົ່ງຜົນງານເຂົ້າຮ່ວມທັງໝົດ 30 ຜົນງານ ໃນຂອບເຂດທົ່ວປະເທດ ແລະ ຄັດເລືອກເອົາ 4 ຜົນງານ ຊຶ່ງສາມາດເລືອກໄດ້ລາງວັນຊະນະເລີດ ນາງ ອໍາມະລິນ ວິໄລພັນ ອາຍຸ 18 ຫ້ອງຮຽນ ຊັ້ນ ມ.6 ໂຮງຮຽນມັດທະຍົມສົມບູນດອນໜູນ ຮູບແຕ້ມທີ່ມີຊື່ວ່າ: ການດໍາລົງຊີວິດຕິດພັນກັບທໍາມະຊາດ ໄດ້ຮັບເງິນລາງວັນ 2 ລ້ານກີບ ພ້ອມໃບຢັ້ງຢືນ; ລາງວັນທີ2 ນາງ ມະນີວັນ ອຸດົມ ອາຍຸ 17 ປີ ຫ້ອງຮຽນ ຊັ້ນ ມ.6 ໂຮງຮຽນມັດທະຍົມຊ້າງນ້ອຍ ຮູບແຕ້ມທີ່ມີຊື່ວ່າ: ວິຖີຊີວິດການດໍາລົງຊີວິດຂອງປະຊາຊົນລາວໃນຊົນນະບົດ ໄດ້ຮັບເງິນລາງວັນ 6 ແສນກີບ ພ້ອມໃບຢັ້ງຢືນ; ລາງວັນທີ 3 ນາງ ລິນດາ ອຸດົມພອນ ອາຍຸ 16 ປີ ຫ້ອງຮຽນ ຊັ້ນ ມ.5 ໂຮງຮຽນມັດທະຍົມສົມບູນເພຍວັດ ຮູບແຕ້ມທີ່ມີຊື່ວ່າ: ມ່ວນຊື່ນຮາວກະທົບໄມ້ ໄດ້ຮັບເງິນລາງວັນ 4 ແສນກີບ ພ້ອມໃບຢັ້ງຢືນ ແລະ ລາງວັນທີ 4 ນາງ ທິບອັກສອນ ມິ່ງບຸບຜາ ອາຍຸ 15 ປີ ຫ້ອງຮຽນ ຊັ້ນ ມ.5 ໂຮງຮຽນ ມັດທະຍົມສົມບູນວຽງຈັນ ຮູບແຕ້ມທີ່ມີຊື່ວ່າ: ມ່ວນຊື່ນວັນບຸນກິນຈຽງເຜົ່າອາຄາ (ສະຫຼອງປີໃໝ່ເຜົ່າອາຄາ) ໄດ້ຮັບເງິນລາງວັນ 3 ແສນກີບ ພ້ອມໃບຢັ້ງຢືນ ຊຶ່ງຜົນງານທັງ 4 ແມ່ນຈະໄດ້ສົ່ງເຂົ້າຮ່ວມວາງສະແດງໃນງານມະຫະກໍາສິລະປະຂອງນັກຮຽນມັດທະຍົມຕອນປາຍຄັ້ງທີ 23 ປະຈໍາປີ 2022 ທີ່ປະເທດຍີ່ປຸ່ນ.

ຂ່າວ-ພາບ: ຍຸພິນທອງ

#Medialaos MMD (ແຫຼ່ງຂໍ້ມູນຈາກ: ໜັງສືພິມປະຊາຊົນ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version