Home ຂ່າວໜ້າໜຶ່ງ ພິທີປິດ ຊຸດບຳລຸງພາສາອັງກິດ ຊຸດທີ 44 ສຳລັບພະນັກງານກະຊວງການຕ່າງປະເທດ, ຄະນະພົວພັນຕ່າງປະເທດ ສູນກາງພັກ ແລະ ບັນດາກະຊວງອ້ອມຂ້າງສູນກາງ

ພິທີປິດ ຊຸດບຳລຸງພາສາອັງກິດ ຊຸດທີ 44 ສຳລັບພະນັກງານກະຊວງການຕ່າງປະເທດ, ຄະນະພົວພັນຕ່າງປະເທດ ສູນກາງພັກ ແລະ ບັນດາກະຊວງອ້ອມຂ້າງສູນກາງ

0

ໃນວັນທີ 23 ທັນວາ 2022, ສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ ໄດ້ຈັດພິທີປິດຊຸດບຳລຸງພາສາອັງກິດ ຊຸດທີ 44 ສຳລັບ ພະນັກງານກະຊວງການຕ່າງປະເທດ, ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ບັນດາກະຊວງອ້ອມຂ້າງສູນກາງ, ເຊິ່ງໄດ້ດໍາເນີນມາເປັນເວລາ 06 ເດືອນ (ເລີ່ມແຕ່ວັນທີ 25 ກໍລະກົດ – 23 ທັນວາ 2022), ໂດຍການເປັນປະທານຂອງ ທ່ານ ຕິ່ງ ສຸກສັນ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ມີຜູ້ເຂົ້າຮ່ວມ ຈາກບັນດາກົມຕ່າງໆ ພາຍໃນກະຊວງການຕ່າງປະເທດ, ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ຜູ້ເຂົ້າຮັບການບໍາລຸງທັງໝົດ 50 ກວ່າທ່ານ.

ໃນພິທີດັ່ງກ່າວ, ທ່ານ ໄມ ໄຊຍະວົງສ໌, ຫົວໜ້າສະຖາບັນການຕ່າງປະເທດ ໄດ້ສະຫຼຸບລາຍງານຜົນສໍາເລັດຂອງຊຸດບໍາລຸງພາສາອັງກິດ ຊຸດທີ 44, ເຊິ່ງຊຸດຮຽນດັ່ງກ່າວ ແມ່ນໄດ້ບັນລຸຜົນສໍາເລັດຕາມຄາດໝາຍທີ່ວາງໄວ້ ຜູ້ເຂົ້າຮ່ວມສາມາດຍົກລະດັບພາສາອັງກິດ ໄດ້ໃນລະດັບດີຂຶ້ນ ເປັນຕົ້ນການສົນທະນາ, ການນຳສະເໜີບົດ, ການຂີດຂຽນ ແລະ ການຟັງ. ພອ້ມດຽວກັນນັ້ນ, ຜູ້ເຂົ້າຮັບການບໍາລຸງ ຍັງໄດ້ຮຽນຮູ້ ກ່ຽວກັບ ຄວາມຮູ້ພື້ນຖານຂອງວຽກງານອາຊຽນ, ກາລະໂອກາດ ແລະ ສິ່ງທ້າທາຍຂອງ ສປປ ລາວ ໃນການເຂົ້າເປັນສະມາຊິກອາຊຽນ ແລະ ການກະກຽມເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024, ວຽກງານພິ ທີການທູດ, ມາລະຍາດທາງສັງຄົມ, ພາລະບົດບາດ-ຄວາມສໍາຄັນ ດ້ານວຽກງານພິທີການ ແລະ ການກະກຽມການເປັນເຈົ້າພາບຈັດກອງປະຊຸມສາກົນຕ່າງໆ ແລະ ວິທີການຂຽນຈົດໝາຍການທູດ ເພື່ອນໍາໄປໝູນໃຊ້ເຂົ້າໃນການປະຕິບັດວຽກງານວິຊາສະເພາະ ຢູ່ກົມກອງຂອງຕົນ. ພ້ອມດຽວກັນນັ້ນ, ກໍ່ໄດ້ມີການມອບໃບຍ້ອງຍໍໃຫ້ຜູ້ເຂົ້າຮ່ວມຝຶກອົບຮົມທີ່ດີເດັ່ນ ປະຈໍາຊຸດຮຽນ ຈໍານວນ 06 ທ່ານ (ຍິງ 03 ທ່ານ).

ນອກຈາກການຮຽນ-ການສອນ ພາຍໃນຫ້ອງຮຽນແລ້ວ, ຊຸດບໍາລຸງດັ່ງກ່າວ ຍັງໄດ້ສ້າງກິດຈະກໍາເຄື່ອນໄຫວນອກຫຼັກສູດ ເປັນຕົ້ນໄດ້ນໍາພາຜູ້ເຂົ້າຮວ່ມບໍາລຸງ ໄປທັດສະນະສຶກສາ ທີ່ບໍລິສັດ Vientiane Logistics Park, ສູນພັດທະນາແມ່ຍິງພິການລາວ, ສູນຂໍ້ມູນ-ຂ່າວສານຄົນພິການ (COPE), ເຂື່ອນໄຟຟ້ານໍ້າມັງ 3 ແລະ ຈັດການແຂ່ງ ຂັນກິລາຕ່າງໆ ເພື່ອຮັບຕ້ອນວັນສໍາຄັນຕ່າງໆຂອງຊາດ ແລະ ເພື່ອເປັນການຮັດແໜ້ນຄວາມສາມັກຄີ ລະຫວ່າງ ພະ ນັກງານສະຖາບັນການຕ່າງປະເທດ ແລະ ຜູ້ເຂົ້າຮ່ວມຊຸດບໍາລຸງດັ່ງກ່າວ ທີ່ມາຈາກພາກສ່ວນອື່ນໆ ໃຫ້ມີບັນຍາກາດຟົດຟື້ນ ແລະ ແໜ້ນແຟ້ນກວ່າເກົ່າ.

ພ້ອມດຽວກັນນີ້, ທ່ານ ຕິ່ງ ສຸກສັນ, ປະ ທານພິທີປິດຊຸດບໍາລຸງດັ່ງກ່າວ. ໄດ້ໃຫ້ກຽດມອບໃບຢັ້ງຢືນ ໃຫ້ແກ່ຜູ້ເຂົ້າຮັບການບໍາລຸງ. ພ້ອມທັງໄດ້ໂອ້ລົມ ໃຫ້ທິດຊີ້ນໍາ ຕໍ່ພະນັກງານທີ່ສໍາເລັດການບໍາລຸງພາສາອັງກິດ ຄັ້ງນີ້, ໂດຍໄດ້ເນັ້ນເຖິງຄວາມສຳຄັນ ແລະ ຄວາມຈຳເປັນຕໍ່ກັບການຍົກລະດັບພາສາຕ່າງປະເທດ ແລະ ວິຊາສະເພາະ ເພື່ອເປັນເຄື່ອງມືໃນການພົວພັນຮ່ວມມືກັບສາກົນ ໃນໄລຍະໃໝ່, ການຍົກລະດັບພາສາອັງກິດ ຈຶ່ງເປັນວຽກງານໜຶ່ງທີ່ຈໍາເປັນຕ້ອງໄດ້ເອົາໃຈໃສ່ຢ່າງຈິງຈັງ ເພື່ອສ້າງພື້ນຖານຄວາມຮູ້ດ້ານພາສາຕ່າງປະເທດໃຫ້ແກ່ພະນັກງານລັດ ໃຫ້ມີຄວາມຮູ້-ຄວາມສາມາດສູງຂຶ້ນກວ່າເກົ່າ. ນອກຈາກການນຳໃຊ້ເຂົ້າໃນວຽກ ງານປະຈໍາວັນແລ້ວ, ຍັງສາມາດນຳໄປໝູນໃຊ້ໃນເວທີສາກົນ ເຊັ່ນ: ການເຂົ້າ ຮ່ວມກອງປະຊຸມສາກົນ ທັງພາຍໃນ ແລະ ຕ່າງປະເທດ, ກອງປະຊຸມສໍາມະນາຖອດຖອນບົດຮຽນໃນຫົວຂໍ້ຕ່າງໆ ລວມທັງການຂຽນບົດ ຫຼື ເອກະສານທາງການຕ່າງໆ.

ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version