Home ຂ່າວໜ້າໜຶ່ງ ປະທານປະເທດເນັ້ນ ພັດທະນາຊັບ ພະຍາກອນມະນຸດໃຫ້ມີຄຸນນະພາບຮອງຮັບການຫັນເປັນດີຈິຕອນ

ປະທານປະເທດເນັ້ນ ພັດທະນາຊັບ ພະຍາກອນມະນຸດໃຫ້ມີຄຸນນະພາບຮອງຮັບການຫັນເປັນດີຈິຕອນ

0

ໃນວັນທີ 23 ທັນວາ 2022, ໂອກາດເຂົ້າຮ່ວມ ກອງປະຊຸມລະດັບສູງ ກ່ຽວກັບການຫັນເປັນດີຈີຕອນ ແຫ່ງຊາດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ, ທ່ານໄດ້ເນັ້ນໃຫ້ພັດທະ ນາຊັບ ພະຍາກອນມະນຸດທີ່ມີຄຸນະພາບສູງ ເພື່ອຮອງຮັບການຫັນເປັນດີຈິຕອນຂອງປະ ເທດເຮົາ, ເອົາໃຈໃສ່ຍົກລະ ດັບ ແລະ ປັບປຸງເນື້ອໃນການສຶກສາ ແລະ ການຝຶກອົບຮົມເພື່ອໃຫ້ນັກຮຽນ, ນັກສຶກສາເຂົ້າເຖິງແຫລ່ງຄວາມຮູ້ທາງດ້ານດີຈິຕອນ, ມີຫົວຄິດປະດິດສ້າງ ແລະ ມີການພັດທະນາໃຫ້ທັນກັບຄວາມກ້າວໜ້າ ຂອງເຕັກໂນໂລຊີທີ່ປ່ຽນແປງຢູ່ສະເໝີ; ສົ່ງເສີມການຮຽນຮູ້ທັກສະທາງດ້ານເຕັກໂນໂລຊີດີຈິຕອນຂັ້ນພື້ນຖານ ແລະ ພາສາຕ່າງປະເທດເຂົ້າໃນຫລັກສູດການສຶກສາລະດັບສາມັນທົ່ວໄປ; ປັບປຸງວິທີການຮຽນການສອນໃຫ້ທັນສະໄໝ ບົນພື້ນ ຖານການນຳໃຊ້ເຕັກໂນໂລຊີດີຈິຕອນ; ຖືເອົາຄວາມຕ້ອງການທາງດ້ານຕະ ຫລາດແຮງງານ ແລະ ການປະເມີນຂອງວິສາ ຫະກິດ ເປັນຕົວຊີ້ວັດໃນການປັບປຸງຄຸນະພາບຂອງການຮຽນການສອນຢູ່ໃນມະຫາວິທະຍາໄລ; ສົ່ງເສີມໃຫ້ນັກຮຽນນັກສຶກສາສ້າງທັກສະທາງດ້ານດີຈິຕອນ ແລະ ແຂ່ງຂັນຄວາມຮູ້ກ່ຽວກັບເຕັກໂນໂລຊີດີຈິຕອນ.

ທ່ານ ທອງລຸນ ສີສຸລິດ ຍັງໄດ້ເນັ້ນອີກວ່າ: ການຫັນເປັນດີຈິຕອນ ເປັນກະແສຟອງໃນທົ່ວໂລກໃນຍຸກແຫ່ງການປະຕິວັດອຸດສາຫະກຳຄັ້ງທີ 4 ຫລື ເອີ້ນຫຍໍ້ວ່າຍຸກອຸດສາຫະກຳ 4.0, ສປປ ລາວ ຂອງພວກເຮົາມີຄວາມຈຳເປັນຕ້ອງຫັນເປັນດີຈິຕອນ ເພື່ອພັດທະນາປະເທດໃຫ້ທັນກັບກະແສຟອງຂອງຍຸກສະໄໝປັດຈຸບັນ. ຖ້າພວກເຮົາບໍ່ຫັນປ່ຽນ, ຖ້າພວກເຮົາຊັກຊ້າຈະເຮັດໃຫ້ການພັດທະນາປະເທດເຮົາຫລ້າຊ້າ ແລະ ທົດຖອຍລົງ, ຈະເຮັດໃຫ້ພວກເສຍກາລະໂອກາດ ແລະ ກາຍເປັນປະເທດທີ່ຫລ້າຫລັງ. ສະນັ້ນ ພວກເຮົາຈະຕ້ອງພ້ອມກັນຕັດສິນໃຈ ດຳເນີນພາ ລະກຳປະຫວັດສາດທີ່ສຳຄັນດັ່ງກ່າວ ເພື່ອພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງຕາມແນວທາງຂອງພັກເຮົາວາງໄວ້. ຢາກເຮັດໄດ້ຄືແນວນັ້ນ, ກ່ອນອື່ນໝົດຄະນະພັກ ແລະ ອົງການປົກຄອງທຸກຂັ້ນຕ້ອງນຳພາ-ຊີ້ນຳການຫັນເປັນດີຈິຕອນໃນຂົງເຂດຂອງຕົນ ໃຫ້ປະສົບຜົນສຳເລັດເປັນຢ່າງດີ; ສະພາແຫ່ງຊາດ ເປັນເຈົ້າການສ້າງ ແລະ ປັບປຸງບັນດານິຕິກຳຕິດພັນກັບການພັດທະນາເສດຖະກິດດີຈິຕອນ ພ້ອມທັງຕິດຕາມ, ກວດກາ ການຈັດຕັ້ງປະຕິບັດໃຫ້ຖືກຕ້ອງຕາມລັດຖະທຳມະນູນ ແລະ ກົດໝາຍຂອງ ສປປ ລາວ, ລັດຖະບານເປັນເຈົ້າການໃນການຄົ້ນຄວ້າ ຜັນຂະຫຍາຍແຜນຍຸດທະສາດການພັດທະນາເສດຖະກິດດີຈິຕອນໃຫ້ເປັນນິຕິກຳ, ເປັນແຜນພັດທະນາ, ໂຄງການ ແລະ ຈັດຕັ້ງປະຕິບັດຕາມຄວາມເໝາະສົມ ແນໃສ່ຊຸກຍູ້ສົ່ງເສີມການຂະຫຍາຍຕົວເສດຖະກິດ ດີຈິຕອນຂອງປະເທດເຮົາໃຫ້ມີຄວາມວ່ອງໄວທັນກັບສະພາບການໃໝ່.

ເຕັກໂນໂລຊີ ດີຈິຕອນ ເປັນກຳລັງຂັບເຄື່ອນຕົ້ນຕໍຂອງການຫັນເປັນດີຈິຕອນຢູ່ປະເທດເຮົາ, ສະນັ້ນຕ້ອງຂະຫຍາຍການນຳໃຊ້ເຕັກໂນໂລຊີດີຈິຕອນໃຫ້ກວ້າງ ຂວາງ ແລະ ມີປະສິດທິພາບສູງ ຈຶ່ງຈະນຳໄປສູ່ການປ່ຽນແປງໄວ ແລະ ກ້າວສູ່ການພັດທະນາແບບກ້າວກະໂດດຂອງເສດ ຖະກິດ-ສັງຄົມ ແລະ ການປົກຄອງບໍລິຫານລັດ ເປັນ ຕົ້ນ ຕ້ອງນຳໃຊ້ ເຕັກໂນໂລຊີປັນຍາປະດິດ, ລະບົບສື່ສານຄວາມໄວສູງ, ອິນເຕີເນັດແຫ່ງສັບພະສິ່ງ, ລະບົບຂໍ້ມູນມະຫາສານ, ລະບົບຄລາວ, ເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ, ກະເປົາເງິນເອເລັກໂຕຣນິກ ແລະ ເຕັກໂນໂລຊີການຊຳລະສະສາງແບບເອເລັກໂຕຣນິກ ທີ່ຈະເພີ່ມກຳລັງແຮງໃຫ້ປະຊາຊົນ ແລະ ຜູ້ປະກອບການ ໃນການສ້າງກາລະໂອກາດ ໃໝ່, ການບໍລິການໃໝ່, ທັງໝົດນີ້ ຈະນຳໄປສູ່ການຫັນປະເທດເຮົາໃຫ້ເປັນອຸດສາຫະກຳ ແລະ ທັນສະໄໝຢ່າງໜັກ ແໜ້ນຕາມແນວທາງທີ່ພັກວາງໄວ້.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version