Home ຂ່າວການເມືອງ ກະຊວງປ້ອງກັນປະເທດ ໄດ້ຈັດງານພົບປະອະດີດນາຍທະຫານກອງທັບ ປະຊາຊົນລາວ ທີ່ຮຽນຢູ່ ໂຮງຮຽນກອງທັບປະຊາຊົນຫວຽດນາມ

ກະຊວງປ້ອງກັນປະເທດ ໄດ້ຈັດງານພົບປະອະດີດນາຍທະຫານກອງທັບ ປະຊາຊົນລາວ ທີ່ຮຽນຢູ່ ໂຮງຮຽນກອງທັບປະຊາຊົນຫວຽດນາມ

0

ວັນທີ 22 ທັນວາ 2022 ນີ້, ກະຊວງປ້ອງກັນປະເທດໄດ້ ຈັດງານພົບປະອະ ດີດນາຍທະຫານກອງທັບປະຊາຊົນລາວ ທີ່ຮຽນຢູ່ ໂຮງຮຽນກອງທັບປະ ຊາຊົນຫວຽດນາມ ໃນໂອກາດ ສະເຫຼີມສະຫຼອງປີສາມັກຄີມິດ ຕະພາບລະຫວ່າງ ຫວຽດ ນາມ-ລາວ, ລາວ-ຫວຽດນາມ ແລະ ວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ຄົບຮອບ 78 ປີ ໃນປີ 2022 ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະ ມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີກະຊວງປ້ອງກັນຄວາມສະຫງົບ, ສະຫາຍ ພົນໂທ ເລືອງ ດິງ ຮົ້ງ ເລຂາຄະ ນະພັກ ຫົວໜ້າການ ເມືອງ ວິທະ ຍາຄານ ປ້ອງກັນຊາດ ສສ ຫວຽດນາມ, ສະຫາຍ ຟາມ ມິງ ຈ້ຽນ ຕາງໜ້າສະຖານເອກ ອັກທຄະລັດຖະທູດ ສສ ຫວຽດ ນາມ ປະຈຳ ສປປ ລາວ, ມີບັນດາສະຫາຍກຳມະການສູນກາງພັກ, ຄະນະປະຈຳສະພາແຫ່ງ ຊາດ, ຄະນະນຳກະຊວງປ້ອງກັນປະ ເທດ, ຄະນຳບັນດາກົມໃຫຍ່, ບັນດາອະດີດການນຳກະຊວງ ປ້ອງກັນປະເທດ, ຮອງລັດຖະ ມົນຕີ, ບັນດາພະນັກງານຫຼັກແຫ່ງກະຊວງປ້ອງກັນປະເທດ, ຄູ-ອາ ຈານ, ອະດີດນັກສືກສາ ນາຍທະຫານກອງທັບປະຊາ ຊົນລາວ ທີ່ຮຽນຈົບຈາກໂຮງ ຮຽນ, ວິທະຍາຄານກອງທັບປະ ຊາຊົນຫວຽດນາມ, ນັກທຸລະ ກິດ ແລະ ແຂກທີ່ຖືກເຊີນເຂົ້າ ຮ່ວມ. ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ກ່າວວ່າ: ການຈັດ ງານພົບປະອະດີດນັກສຶກ ສາທະຫານກອງທັບປະຊາຊົນລາວທີ່ ຮຽນ ຈົບຈາກ ສສ ຫວຽດນາມ, ແມ່ນກິດຈະກໍາໜຶ່ງທີ່ສໍາຄັນ, ເປັນການປະ ກອບສ່ວນໃນການ ສະເຫຼີມສະຫຼອງປີສາມັກຄີ ມິດ ຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ແລະ ກໍ່ແມ່ນກົງກັບວັນສ້າງຕັ້ງກອງທັບປະ ຊາຊົນຫວຽດ ນາມ ຄົບຮອບ 78 ປີ, ເຊິ່ງພັກ-ລັດຖະ ບານຫວຽດນາມໄດ້ຈັດຕັ້ງສະເຫຼີມສະຫຼອງ ວັນບຸນທີ່ສໍາຄັນຂອງຊາດ, ວັນ ບຸນທີ່ມີມູນເຊື້ອອົງອາດກ້າຫານ ເຊິ່ງໄດ້ເຕີບໃຫຍ່ຂະຫຍາຍຕົວ ພາຍໃຕ້ຄັນທຸງຂອງພັກກອມມູ ນິດຫວຽດນາມ ແລະ ມີຜົນສຳ ເລັດອັນ ຍິ່ງໃຫຍ່ຕະຫຼອດມາ ພັກ, ລັດ, ກອງທັບ ແລະ ປະຊາຊົນ ລາວຈົດຈຳລ້ຳລຶກຢູ່ສະເໝີ ແລະ ຢ່າງເລິກເຊິ່ງວ່າ ທຸກໄຊຊະນະ ໃນພາລະກິດປະຕິວັດເພື່ອປົດ ປ່ອຍຊາດ, ພາລະກິດປົກປັກຮັກ ສາ ແລະ ສ້າງສາປະເທດຊາດ ລ້ວນແຕ່ຕິດພັນກັບຄວາມສາ ມັກຄີ ແລະ ການຊ່ວຍເຫຼືອລໍ້າ ຄ່າ, ຂອງກອງທັບ ແລະ ປະຊາ ຊົນຫວຽດນາມອ້າຍນ້ອງ. ໃນພິທີທີ່ມີຄວາມໝາຍສໍາຄັນ ນີ້, ພວກເຮົາຍິ່ງຈົດຈໍາລໍ້າລຶກ, ຮູ້ບຸນຄຸນຢ່າງເລິກເຊິ່ງ ແລະ ຈາລຶກບັນດາຄຳສັ່ງສອນຂອງປະ ທານ ໂຮ່ຈິມິນຜູ້ຍິ່ງໃຫຍ່, ປະທານ ໄກ ສອນພົມວິຫານ ແລະ ປະທານ ສຸພານຸວົງ ທີ່ແສນເຄົາລົບຮັກ, ຜູ້ທີ່ໄດ້ກໍ່ສ້າງຮາກ ຖານ ແລະ ເປັນແວ່ນແຍງໃສແຈ້ງເຊິ່ງ ໄດ້ຮັບການເພີ່ມພູນຄູນສ້າງຈາກ ຮຸ່ນການນຳປະຕິວັດຂອງ ສອງ ພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນສອງຊາດ ໄດ້ ກາຍເປັນມໍລະດົກອັນລ້ຳຄ່າ ໃຫ້ແກ່ສອງຊາດ ແລະ ສອງກອງທັບລາວ-ຫວຽດ ນາມ, ຫວຽດນາມ-ລາວຕະຫຼອດມາ, ສາຍພົວພັນ ແລະ ການຮ່ວມມືລະຫວ່າງ ຫວຽດ ນາມ-ລາວ ຢູ່ໃນຖ່ວງທ່າ ພັດທະ ນາອັນຈົບງາມ, ນັບມື້ນັບ ເລິກເຊິ່ງ ແລະ ກວ້າງຂວາງ, ມີປະສິດທິຜົນໃນທຸກຂົງ ເຂດ ພິເສດແມ່ນໃນຂົງເຂດດ້ານການເມືອງ, ປ້ອງກັນຊາດ, ປ້ອງກັນຄວາມສະ ຫງົບ, ການສຶກສາ, ການກໍ່ສ້າງຊັບພະ ຍາກອນມະນຸດ, ການຮ່ວມມືດ້ານເສດ ຖະກິດ ໄດ້ເພີ່ມທະວີດ້ານຄຸນນະພາບ. ພັກ, ລັດ, ກອງທັບ ແລະ ປະຊາຊົນລາວຍາມໃດກໍຖືສຳຄັນ, ໃຫ້ບູລິມະສິດສູງສຸດ ແລະ ຈະເຮັດ ສຸດຄວາມສາມາດພ້ອມກັບພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດນັບມື້ນັບເກີດດອກອອກຜົນຢ່າງບໍ່ຢຸດຢັ້ງ. ສະຫາຍ ພົນໂທ ເລືອງ ດິງ ຮົ້ງ ໄດ້ຂຶ້ນກ່າວຄຳປາໄສວ່າ ຄະນະພະນັກງານກອງທັບປະຊາຊົນ ຫວຽດນາມ ສຸດທີ່ມີຄວາມເບີກ ບານມ່ວນຊື່ນ ທີ່ໄດ້ເຂົ້າຮ່ວມ ງານພົບປະອາດິດນັກສຶກສາການທະຫານລາວທີ່ໄດ້ສຶກສາ ຮໍ່າຮຽນຢູ່ສສ ຫວຽດນາມ. ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍແທດເໝາະກັບຕົວຈິງ ເພື່ອ ແນໃສ່ລະນືກເຖິງຄວາມຮູ້ບຸນຄຸນສະແດງເຖິງນໍ້າໃຈອັັນປະເສີດຄວາມເຫັນອົກເຫັນໃຈລະ ຫວ່າງອາຈານ ແລະ ນັກສຶກສາ, ຫວຽດ ນາມ ແລະ ລາວ ແມ່ນ ສອງປະເທດບ້ານໃກ້ເຮືອນຄຽງ, ຕິດພັນຢ່າງສະໜິດສະ ໜົມເຊິ່ງກັນ ແລະ ກັນໃນຕະຫຼອດໄລຍະປະຫວັດສາດອັນຍາວນານ ໃນການສ້າງສາ ແລະ ພັດທະນາປະເທດຊາດ.

ຜ່ານຜ່າສິ່ງທ້າທາຍທີ່ດຸເດືອດຂອງສົງ ຄາມ ແຕ່ນ້ຳໃຈມິດຕະພາບອັນສົດໃສເປັນຄູ່ຮ່ວມສູ້ຮົບ, ສາຍພົວພັນມິດຕະ ພາບ ຫວຽດນາມ-ລາວຍັງສະເໝີຕົ້ນສະເໝີປາຍ, ບໍລິສຸດຜຸດ ຜ່ອງແບບທໍາມະຊາດ, ເປັນກົດເກນຄົງຕົວ ແລະ ຫຍາຍຕົວ ຂອງສອງຊາດ, ສາຍພົວພັນນັ້ນ ໄດ້ກາຍເປັນເອກະລັກທີ່ສວຍ ງາມຢ່າງສະເໝີຕົ້ນສະເໝີປາຍ, ປອດໃສ “ມີໜື່ງບໍ່ມີສອງ” ໃນປະຫວັດສາດໂລກ ແລະ ແມ່ນຊັບສົມບັດອັນລໍ້າຄ່າຂອງສອງພັກ, ສອງຊາດ, ແມ່ນປັດໄຈຮັບປະກັນການຄົງຕົວ ແລະ ການຂະຫຍາຍຕົວຂອງສອງຊາດ. ພຶດຕິກໍາໄດ້ສະແດງໃຫ້ເຫັນວ່າ: ແຕ່ລະບັ້ນໄຊຊະນະໃນພາລະ ກິດຕໍ່ສູ້ປົດປ່ອຍຊາດ, ເອກະພາບປະເທດຊາດໃນສະໄໝກ່ອນ ກໍ່ຄືແຕ່ລະຜົນງານໃນການປ່ຽນ ແປງໃໝ່, ກໍ່ສ້າງ ແລະ ປົກປັກ ຮັກສາປະເທດຊາດໃນປັດຈຸບັນ ນີ້ຂອງສອງປະເທດ ລ້ວນແຕ່ ມີການຕິດພັນກັບການພັດທະນາຢ່າງດີງາມຂອງສາຍພົວ ພັນ ສາມັກຄີພິເສດ ຫວຽດນາມ- ລາວ.

ບັນດາສະຫາຍນັກສຶກສາ ລາວທີ່ໄດ້ຮໍ່າຮຽນຢູ່ຫວຽດນາມ ໄດ້ ແລະ ກໍາລັງຮັບຜິດຊອບບັນດາໜ້າທີ່ສໍາຄັນໃນບັນດາອົງການນໍາພາຂອງພັກ, ລັດ, ກອງທັບປະຊາຊົນລາວ; ຫຼາຍ ສະຫາຍໄດ້ກາຍ ເປັນການນໍາ ຂັ້ນສູງ, ບັນດານາຍພົນ, ບັນດາ ຜູ້ບັນຊາດີເດັ່ນຂອງກອງທັບປະຊາຊົນປະຕິວັດລາວ, ບັນດາອະດິດນັກສຶກສາລາວໄດ້ສຶກສາຢູ່ ບັນດາວິ ທະຍາຄານ, ໂຮງຮຽນ ຂອງກອງທັບປະຊາ ຊົນຫວຽດນາມໄດ້ ແລະ ກໍາລັງແມ່ນປັດໃຈສໍາຄັນປະກອບສ່ວນໃນການ ກໍ່ສ້າງກອງທັບປະຊາຊົນລາວ ນັບມື້ເຂັ້ມແຂງ; ພ້ອມກັນນັ້ນ ເປັນຂົວຕໍ່ກັບກອງທັບລະ ຫວ່າງ ສອງປະເທດ, ບໍ່ຢຸດຢັ້ງໃນການ ເພີ່ມທະວີ, ເພີ່ມພູນຄູນສ້າງໃຫ້ສາຍພົວ ພັນສາມັກຄີພິເສດສະເໝີຕົ້ນ, ສະເໝີປາຍ ແລະ ສາຍ ພົວພັນຮ່ວມສໍາພັນສູ້ຮົບຫວຽດນາມ-ລາວ, ລາວ-ຫວຽດນາມ ນັບມື້ນັບໝັ້ນຄົງທະນົງແກ່ນ. ພ້ອມດຽວກັນນີ້ອະດີດນາຍທະ ຫານກອງທັບປະຊາຊົນລາວ ທີ່ຮຽນຢູ່ ໂຮງຮຽນກອງທັບ ປະຊາ ຊົນຫວຽດນາມ ກໍ່ຍັງ ໄດ້ຂື້ນກ່າວແດງຄວາມຮູ້ສຶກຕໍ່ ສະຖາບັນການສຶກສາ ແລະ ຄູ-ອາຈານທີ່ໄດ້ໃຫ້ການສິດສອນສົ່ງຄວາມຮູ້, ໃນນີ້ມີ ສະຫາຍ ພົນໂທ ແສງນວນ ໄຊຍະລາດ, ພົນຕີ ວົງສັກ ພັນທະວົງ, ພົນຈັດຕະວາ ສົງກາ ບຸນຄຸນ, ພົນຈັດຕະວາ ບົວສິງ ອິນທະວົງ, ພົນຈັດ ຕະວາ ສຸລິນພອນ ຄຳພະຈັນ ແລະ ຕາງໜ້ານັກສຶກສາ ສສ ຫວຽດນາມ ທີ່ມາສຶກສາຢູ່ມະຫາວິທະຍາໄລແຫ່ງຊາດລາວ.

ໂດຍ: ອາຫວຸ້ນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version