Home ຂ່າວໜ້າໜຶ່ງ ຫຼາຍແຫຼ່ງທ່ອງທ່ຽວ ເມືອງຄໍາ ເລີ່ມຄຶກຄື້ນ ຄາດຕົວເລກນັກທ່ອງທ່ຽວຈະເພີ່ມຂຶ້ນສູງ

ຫຼາຍແຫຼ່ງທ່ອງທ່ຽວ ເມືອງຄໍາ ເລີ່ມຄຶກຄື້ນ ຄາດຕົວເລກນັກທ່ອງທ່ຽວຈະເພີ່ມຂຶ້ນສູງ

0

ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ເຮັດໃຫ້ຫຼາຍແຫຼ່ງທ່ອງທ່ຽວຢູ່ເມືອງຄໍາ ແຂວງຊຽງຂວາງຢຸດຊະງັກ ແລະ ປິດໃຫ້ບໍລິການ ເຮັດໃຫ້ຕົວເລກນັກທ່ອງທ່ຽວໃນໄລຍະ 2 ປີທີ່ຜ່ານມາເປັນສູນ; ນັບແຕ່ເດືອນ 1 ປີນີ້ມາ ກ່ອນການເປີດປະເທດ ມີພຽງນັກທ່ອງທ່ຽວພາຍໃນ ແຕ່ເມື່ອເລີ່ມເປີດປະເທດ ການທ່ອງທ່ຽວຢູ່ເມືອງຄໍາ ກັບມາຄຶກຄື້ນອີກຄັ້ງ, ໂດຍສະເພາະໃນໄລຍະງານຊຽງຂວາງເກມ ນີ້ ນັກທ່ອງທ່ຽວໄດ້ເພີ່ມຂຶ້ນຫຼາຍ.

ທ່ານ ຄໍາໃບ ແສງຈັນເພັງ ຮອງຫົວໜ້າຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ເມືອງຄຳ ໃຫ້ສໍາພາດເມື່ອວັນທີ 16 ທັນວາຜ່ານມາວ່າ: ກ່ອນການແຜ່ລະບາດຂອງພະຍາດໂຄວິດ-19 ນັກທ່ອງທ່ຽວທີ່ເຂົ້າມາທ່ຽວຊົມຕາມສະຖານທີ່ຕ່າງໆໃນເມືອງຄໍາແມ່ນມີຫຼາຍກວ່າ 30.000 ຄົນຕໍ່ປີ. ໄລຍະທີ່ມີການແຜ່ລະບາດຂອງໂຄວິດ-19, ແຫຼ່ງສະຖານທີ່ທ່ອງທ່ຽວຕ່າງໆແມ່ນຢຸດຊະງັກ ແລະ ປິດໃຫ້ບໍລິການ ເຮັດໃຫ້ຕົວເລກນັກທ່ອງທ່ຽວໃນໄລຍະ 2 ປີທີ່ຜ່ານມາເປັນສູນ; ໃນໄລຍະເດືອນ 1 ປີນີ້ມາ ຮອດກ່ອນເປີດປະເທດ ນັກທ່ອງທ່ຽວທີ່ມາກໍແມ່ນນັກທ່ອງທ່ຽວພາຍໃນ ແຕ່ເມື່ອມີການເປີດປະເທດຢ່າງເປັນທາງການ, ສະເພາະການທ່ອງທ່ຽວໃນເມືອງຄຳແມ່ນເລີ່ມຄຶກຄື້ນຂຶ້ນ ສະເລ່ຍຈໍານວນນັກທ່ອງທ່ຽວ ນັບແຕ່ເດືອນ 1-11 ມີປະມານ 28.000 ກວ່າຄົນ. ເຖິງຢ່າງໃດກໍຕາມ, ການທ່ອງທ່ຽວ ກໍຍັງມີລັກສະນະກ້າວກະໂດດ ໂດຍສະເພາະໃນໄລຍະທີ່ມີການແຂ່ງຂັນກິລາ ທີ່ແຂວງຊຽງຂວາງ ເປັນເຈົ້າພາບ, ນັກທ່ອງທ່ຽວໄດ້ເພີ່ມຂຶ້ນຫຼາຍ ແລະ ຄາດວ່າຈະມີຈໍານວນເພີ່ມສູງຂຶ້ນອີກ ໃນທ້າຍເດືອນທັນວານີ້.

ທ່ານ ຮອງຫົວໜ້າຫ້ອງການ ຖວທ ເມືອງຄໍາ ຍັງໄດ້ກ່າວວ່າ: ອໍານາດການປົກຄອງເມືອງ ໄດ້ກຳນົດເອົາການທ່ອງທ່ຽວ ຢູ່ເມືອງຄຳຕິດພັນກັບທໍາມະຊາດ ແລະ ປະຫວັດສາດ ລວມທັງແຫ່ງທ່ອງທ່ຽວທີ່ເປີດຢ່າງເປັນທາງການ ກໍມີຫຼາຍເຊັ່ນ: ຖໍ້າປິວ, ບໍ່ນໍ້າອຸ່ນທີ1 ທີ່ຕັ້ງຢູ່ບ້ານ ນໍ້າຮົ່ມ ຊຶ່ງເປັນບໍ່ນໍ້າທີ່ໃຫຍ່ກວ່າໝູ່, ບໍ່ນໍ້າອຸ່ນທີ 2 ທີ່ບ້ານຊາງ, ບໍ່ນໍ້າອຸ່ນທີ3 ທີ່ບ້ານພູເມືອງ ແລະ ໄຫຫີນທີ່ອົງການ UNESCO ຮັບຮອງຂຶ້ນເປັນມໍລະດົກໂລກ ໃນນັ້ນມີໄຫຫີນທີ 23 ທີ່ບ້ານນໍ້າຮົ່ມ (ຈໍານວນ27 ໜ່ວຍ) ແລະ ໄຫຫີນ42 ທີ່ພູຊ້າງ ບ້ານຊາງ ທີ່ມີລະດັບຄວາມສູງຈາກໜ້ານໍ້າທະເລ 1.200 ກວ່າແມັດ (ຈໍານວນ 100 ກວ່າໜ່ວຍ). ນອກນີ້, ກໍຍັງມີອີກຫຼາຍແຫ່ງ ທີ່ຍັງບໍ່ທັນເປີດໃຫ້ບໍລິການຢ່າງເປັນທາງການ ເຊັ່ນ: ຖໍ້າ ແລະ ນໍ້າຕົກຕາດແຫ່ງຕ່າງໆ ເນື່ອງຈາກຍັງຢູ່ໃນຂັ້ນຕອນການສໍາຫຼວດ, ຄົ້ນຄວ້າ ແລະ ກະກຽມດ້ານເອກະສານ. ສະເພາະສະຖານທີ່ທ່ອງທ່ຽວທາງປະຫວັດສາດ ຖໍ້າປິວ ແມ່ນຂຶ້ນກັບການຄຸ້ມຄອງຂອງລັດຖະບານລາວໂດຍກົງ ແຕ່ເປີດໃຫ້ປະຊາຊົນມີສ່ວນຮ່ວມ ບໍ່ວ່າຈະເປັນການເຝົ້າຍາມຕະຫຼອດ 24 ຊົ່ວໂມງ, ຮ້ານອາຫານ, ການໃຫ້ບໍລິການຕ່າງໆ ລວມໄປເຖິງການມີສ່ວນຮ່ວມ ໃນເລື່ອງການປົກປັກຮັກສາທໍາມະຊາດບໍລິເວນອ້ອມຮອບຖໍ້າ ໄປຈົນເຖິງເຂດແດນທີ່ຕິດຈອດກັບທີ່ດິນຂອງພໍ່ແມ່ປະຊາຊົນ.

ໃນຕອນທ້າຍ, ທ່ານ ຄໍາໃບ ແສງຈັນເພັງ ກໍໄດ້ຂໍເຊີນຊວນພີ່ນ້ອງປະຊາຊົນລາວ ແລະຊາວຕ່າງຊາດ ເຂົ້າມາທ່ຽວຊົມແຫຼ່ງທ່ອງທ່ຽວຕ່າງໆຂອງເມືອງຄໍາ ກໍຄືເມືອງອື່ນໆຂອງແຂວງຊຽງຂວາງ ເພື່ອຟື້ນຟູ, ຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວລາວ ພ້ອມທັງໃຫ້ມີການອະນຸລັກ ແລະພັດທະນາໄປພ້ອມໆກັນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version