Home ຂ່າວໜ້າໜຶ່ງ ເຊປັກກະຕໍ້ ຄູ່ຊຸດຊາຍ ປກສ ຊະນະ ຊຽງຂວາງເຈົ້າພາບ ໄດ້ຮັບຫລຽນຄໍາ

ເຊປັກກະຕໍ້ ຄູ່ຊຸດຊາຍ ປກສ ຊະນະ ຊຽງຂວາງເຈົ້າພາບ ໄດ້ຮັບຫລຽນຄໍາ

0

ກິລາກະຕໍ້ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ຫລື ຊຽງຂວາງເກມ 2022 ທີ່ແຂວງຊຽງຂວາງເປັນເຈົ້າພາບ ໄດ້ເລີ່ມແຂ່ງຂັນ ໃນວັນທີ 9 ທັນວາ 2022 ທີ່ເດີ່ນໃນຮົ່ມວິທະຍາໄລຄັງໄຂ ເມືອງແປກ ແລະ ຈະດໍາເນີນໄປຮອດວັນທີ 19 ທັນວາ 2022. ໃນນີ້, ແຂ່ງຂັນ 2 ປະເພດ ຄື: ກະຕໍ້ຊິນລອນ ແລະ ເຊປັກກະຕໍ້ ໂດຍຈະມີການຊີງຫລຽນຄຳທັງໝົດ 14 ຫລຽນຄໍາ, 14 ຫລຽນເງິນ ແລະ 28 ຫລຽນທອງ.

ກິລາກະຕໍ້ ມີ 11 ພາກສ່ວນເຂົ້າຮ່ວມແຂ່ງຂັນ ປະກອບ ມີ: ນະຄອນຫລວງວຽງຈັນ, ແຂວງບໍ່ແກ້ວ, ຫລວງພະບາງ, ຊຽງຂວາງ ເຈົ້າພາບ, ອັດຕະປື, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ, ຈໍາປາສັກ, ກະຊວງ ປກສ ແລະ ກະຊວງປ້ອງກັນປະເທດ.

ສະເພາະກະຊວງ ປກສ ໄດ້ສົ່ງນັກກິລາລົງແຂ່ງຂັນ 9 ສະຫາຍ, ເຂົ້າຮ່ວມແຂ່ງຂັນປະເພດເຊປັກກະຕໍ້ ຈໍານວນ 3 ລາຍການ ຄື: ທີມຄູ່ຊຸດຊາຍ, ຄູ່ດ່ຽວຊາຍ ແລະ ທີມດ່ຽວຊາຍ, ເຊິ່ງໄດ້ເລີ່ມແຂ່ງຂັນລາຍການ ທີມຄູ່ຊຸດຊາຍ ໃນວັນທີ 11 ທັນວາ 2022 ໄດ້ຜ່ານຮອບຄັດເລືອກ ແລະ ຊີງຫລຽນຄໍາ ໃນວັນທີ 15 ທັນວາ 2022 ພົບກັບ ແຂວງຊຽງຂວາງ ເຈົ້າພາບ ສາມາດເອົາຊະນະ ໄດ້ຮັບຫລຽນຄໍາມາຄອງ ໃນລາຍການນີ້ ແລະ ຈະສືບຕໍ່ແຂ່ງຂັນອີກ 2 ລາຍການ ຄູ່ດ່ຽວຊາຍ ແລະ ທີມດ່ຽວຊາຍ.

ຂ່າວ: ແກ້ວ

+7

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version