Home ຂ່າວໜ້າໜຶ່ງ ກິລາຍິງປືນ ຊຽງຂວາງເກມ ປກຊ ຍາດໄດ້ອັນທີໜຶ່ງ

ກິລາຍິງປືນ ຊຽງຂວາງເກມ ປກຊ ຍາດໄດ້ອັນທີໜຶ່ງ

0

ການແຂ່ງຂັນກິລາ​ຍິງ​ປືນ​ ໃນ​ງານ​ມະຫະກຳ​ກິລາ​ແຫ່ງ​ຊາດ ຄັ້ງ​ທີ XI ຫຼື ​​ຊຽງ​ຂວາງເກມ 2022 ໄດ້ແບ່ງການແຂ່ງຂັນອອກເປັນ 3 ໄລຍະ ຄື: ໄລຍະທີ 1 ​ເລີ່ມ​ແຂ່ງຂັນ​​ ວັນ​ທີ 14-20 ພະຈິກ, ໄລຍະທີ 2 ວັນທີ 23-29 ພະຈິກ 2022 ຢູ່​​ສະໜາມຝຶກຊ້ອມກິລາ​ຍິງ​ປືນ 5 ເມສາ ນະຄອນຫຼວງ​ວຽງ​ຈັນ, ສ່ວນໄລຍະທີ 3 ໄດ້ເປີດການແຂ່ງຂັນ ໃນວັນທີ 14-15 ທັນວາ 2022 ຢູ່ໂຮງຮຽນ ປກສ ຊັ້ນຕົ້ນ ເລກ 3 ແຂວງຊຽງຂວາງ.

​ກິລາ​ຍິງ​ປືນ​ ມີ 9 ພາກສ່ວນ​ເຂົ້າ​ຮ່ວມ​ແຂ່ງຂັນ ​ຄື: ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ, ກະຊວງ​ປ້ອງ​ກັນ​ປະເທດ, ນະຄອນຫລວງ​ວຽງ​ຈັນ, ແຂວງ​ຊຽງ​ຂວາງ ເຈົ້າພາບ, ຄຳ​ມ່ວນ, ຜົ້ງສາລີ, ຫລວງ​ພະ​ບາງ, ຫົວພັນ ແລະ ແຂວງສະຫວັນ​ນະ​ເຂດ, ມີການແຂ່ງຂັນທັງໝົດ 34 ລາຍການ, ຊີງ 34 ຫຼຽນຄໍາ, 34 ຫຼຽນເງິນ ແລະ 68 ຫຼຽນທອງ.

ສະຫຼຸບຜົນການແຂ່ງຂັນກິລາຍິງປືນ ກະຊວງປ້ອງກັນປະເທດຍາດໄດ້ 11 ຫຼຽນຄໍາ, 14 ຫຼຽນເງິນ, 12 ຫຼຽນທອງ, ກະຊວງປ້ອງກັນຄວາມສະຫງົບ 11 ຫຼຽນຄໍາ, 11 ຫຼຽນເງິນ, 14 ຫຼຽນທອງ, ນະຄອນຫຼວງວຽງຈັນ 6 ຫຼຽນຄໍາ, 2 ຫຼຽນເງິນ, 17 ຫຼຽນທອງ, ຊຽງຂວາງ ເຈົ້າພາບ 2 ຫຼຽນຄໍາ, 1 ຫຼຽນເງິນ, 7 ຫຼຽນທອງ, ຫຼວງພະບາງ 1 ຫຼຽນຄໍາ, 2 ຫຼຽນເງິນ, 8 ຫຼຽນທອງ, ຄໍາມ່ວນ, 1 ຫຼຽນຄໍາ, 2 ຫຼຽນເງິນ, 6 ຫຼຽນທອງ, ຜົ້ງສາລີ 1 ຫຼຽນຄໍາ, 1 ຫຼຽນເງິນ, 1 ຫຼຽນທອງ, ຫົວພັນ 1 ຫຼຽນຄໍາ, 1 ຫຼຽນເງິນ, 1 ຫຼຽນທອງ ແລະ ແຂວງສະຫວັນນະເຂດ ໄດ້ 2 ຫລຽນທອງ.

(ຂ່າວ-ຮູບ ສູນຂ່າວ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version