Home ຂ່າວໜ້າໜຶ່ງ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ເປັນເຫດການສຳຄັນທາງປະຫວັດສາດຂອງພັກ-ຂອງຊາດ

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ເປັນເຫດການສຳຄັນທາງປະຫວັດສາດຂອງພັກ-ຂອງຊາດ

0

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ແມ່ນເປັນເຫດ ການທາງປະຫວັດສາດສໍາຄັນຂອງພັກ ແລະ ຂອງຊາດ, ມີຄວາມໝາຍສຳຄັນພິເສດ, ກອງປະຊຸມໃຫຍ່ເປັນອົງການນຳພາສູງສຸດຂອງພັກ, ຕັດສິນບັນຫາຍຸດທະສາດ, ພື້ນຖານ ແລະ ຍາວນານ ຂອງການປະຕິວັດແຫ່ງການພັດທະນາປະເທດຊາດໃນແຕ່ລະໄລຍະ.

ສະຫາຍ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ຕາງໜ້າກອງເລຂາກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໄດ້ໃຫ້ສໍາພາດ ຕໍ່ສື່ມວນຊົນ ໃນວັນທີ 2 ມັງກອນ 2026 ກ່ຽວກັບຄວາມໝາຍຄວາມສຳຄັນ ຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ວ່າ: ກອງປະຊຸມຈະໄດ້ເລືອກເອົາ ຄະນະບໍລິຫານງານສູນກາງພັກ ຊຸດໃໝ່ ເພື່ອມາປະຕິບັດເຈດຈຳນົງ, ຄວາມມຸ່ງຫວັງ, ກຳລັງແຮງຄວາມສາມັກຄີຂອງທົ່ວພັກ, ທົ່ວປວງຊົນ, ກອງປະຊຸມໃຫຍ່ມີຄວາມໝາຍທາງການເມືອງ-ສັງຄົມທີ່ເລິກເຊິ່ງ ເປັນການສ້າງຄວາມເຊື່ອໝັ້ນຕໍ່ປະຊາຊົນ ແລະ ເຊີດຊູບົດ ບາດການນຳພາຂອງພັກ, ສະທ້ອນໃຫ້ເຫັນເຖິງການພັດທະນາປະເທດຊາດໃນຊຸມປີຕໍ່ໜ້າ; ກອງປະຊຸມຄັ້ງນີ້, ດໍາເນີນພາຍໃຕ້ຄໍາຂວັນ “ຍົກສູງບົດບາດການນຳພາທີ່ເຂັ້ມແຂງຂອງພັກ ຕັ້ງໜ້າສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ”; ກອງປະຊຸມໃນຄັ້ງນີ້, ຈະໄດ້ຄົ້ນຄວ້າພິຈາລະນາ ແລະ ຮັບຮອງເອົາເອກະສານສໍາຄັນ ຄື: ຮ່າງໂຄງການການເມືອງ ສະບັບທີ 3 ຂອງພັກ, ຮ່າງລາຍງານການເມືອງຂອງ ຄະນະບໍລິຫານງານສູນກາງພັກ ສະໄໝທີ XI, ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030), ຮ່າງກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XII ແລະ ເອກະສານສໍາຄັນອື່ນໆ. ບັນດາເອກະສານສໍາຄັນດັ່ງກ່າວ ແມ່ນເປັນການກໍານົດແນວທາງການເມືອງ ແລະ ແນວທາງການຈັດຕັ້ງປະຕິບັດຂອງພັກ ໃນຊຸມປີຕໍ່ໜ້າ ຢ່າງມີວິທະຍາສາດ ແລະ ແທດກັບສະພາບຄວາມເປັນຈິງ ຂອງ ສປປ ລາວ ໃນປັດຈຸບັນ ແລະ ອະນາຄົດ, ກອງປະຊຸມຍັງຈະໄດ້ດໍາເນີນການເລືອກຕັ້ງເອົາຄະນະບໍລິຫານງານສູນກາງພັກ ສະໄໝທີ XII ທີ່ເປັນອົງການນໍາພາສູງສຸດຂອງພັກ ເພື່ອແບກຫາບພາລະໜ້າທີ່ອັນໜັກໜ່ວງ ທີ່ພັກ ກໍຄື ປະຊາຊົນໄດ້ມອບໝາຍໃຫ້ໃນ 5 ປີຕໍ່ໜ້າ.

ສະຫາຍ ຄໍາພັນ ເຜີຍຍະວົງ ຍັງໃຫ້ຮູ້ຕື່ມວ່າ: ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ ໃນຄັ້ງນີ້ ມີລັກສະນະຄ້າຍໆຄືຜ່ານໆມາ, ແຕ່ພິເສດໃນຄັ້ງນີ້ ແມ່ນພວກເຮົາຈະໄດ້ຮັບຮອງເອົາໂຄງການການເມືອງ ສະ ບັບທີ 3 ຂອງພັກ ພາຍຫລັງ 50 ກວ່າປີທີ່ພັກ ບໍ່ໄດ້ມີໂຄງການການເມືອງ ແຕ່ນຳພາດ້ວຍການວາງແນວທາງໃນແຕ່ລະສະໄໝກອງປະຊຸມ. ໃນໂຄງການການເມືອງເທື່ອນີ້, ພວກເຮົາກຳນົດແຈ້ງທິດທາງ, ຈຸດໝາຍ ແລະ 11 ນະໂຍ ບາຍໃຫຍ່. ພິເສດໄດ້ກຳນົດແຈ້ງໄລຍະການພັດທະນາປະເທດຊາດ ຮອດປີ 2055 ເມື່ອວັນສ້າງຕັ້ງພັກ ຄົບຮອບ 100 ປີ ແມ່ນສູ້ຊົນສ້າງປະເທດເຮົາ ເປັນປະເທດພັດທະນາມີລາຍຮັບປານກາງສູງ ຫຍັບເຂົ້າໃກ້ປະເທດມີລາຍຮັບສູງ. ຄວາມຄາດຫວັງກອງປະຊຸມໃຫຍ່ຄັ້ງນີ້, ແມ່ນສະແດງອອກກວມລວມຫລາຍດ້ານ: ດ້ານການເມືອງ ແມ່ນເຮັດໃຫ້ມະຕິຂອງພັກ ໄດ້ຮັບການຈັດຕັ້ງປະຕິບັດມີຜົນສໍາເລັດ ເປັນຮູບປະທຳ, ເຮັດໃຫ້ບົດບາດການນຳພາມີຄວາມເຂັ້ມ ແຂງ, ການຄຸ້ມຄອງບໍລິຫານລັດມີຄວາມສັກສິດ, ປະຊາຊົນພົນລະເມືອງໄດ້ຮັບການຍົກສູງລະດັບຊີວິດການເປັນຢູ່ດີຂຶ້ນເປັນກ້າວໆ; ດ້ານເສດຖະກິດ ແມ່ນຍົກສູງຈິດໃຈຄວາມມຸ່ງໝັ້ນພັດທະນາຢ່າງແຮງກ້າ, ຕັ້ງໜ້າສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ, ນໍາໃຊ້ທຸກທ່າແຮງຢ່າງມີປະສິດທິຜົນ, ພັດທະນາເສດຖະກິດ-ສັງຄົມຕາມທິດວ່ອງໄວ, ສີຂຽວ ແລະ ຍືນຍົງ. ຢາກບັນລຸໄດ້ຄືແນວນັ້ນ, ໃນແຜນພັດທະນາຈຶ່ງໄດ້ວາງ 6 ເປົ້າໝາຍສຳຄັນ. ໃນນີ້, ເປົ້າໝາຍທີ່ໜຶ່ງແມ່ນສຸມໃສ່ພັດທະນາເສດຖະກິດ ເຮັດໃຫ້ເສດຖະກິດຂະຫຍາຍຕົວຕໍ່ເນື່ອງ, ມີຄຸນນະພາບ, ດ້ວຍການຊຸກ ຍູ້ການເຕີບໂຕເສດຖະກິດ ທີ່ມີຄຸນນະພາບ ແລະ ຍືນຍົງ; ສ້າງເສດຖະກິດມະຫາພາກ ມີຄວາມເຂັ້ມແຂງ ແລະ ໝັ້ນທ່ຽງ; ຍົກສູງປະສິດທິພາບການລົງທຶນ; ການພັດທະນາຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ຂະໜາດກາງ ໄປສູ່ຄຸນນະພາບໃໝ່ຢ່າງແຂງແຮງ, ພັດທະນາວິສາຫະກິດຂອງລັດ, ເສດຖະກິດລວມໝູ່ຂອງປະຊາຊົນໃຫ້ມີປະສິດທິຜົນສູງ.

ນອກຈາກນັ້ນ, ພວກເຮົາຈະໄດ້ສຸມໃສ່ວຽກງານສຳຄັນຈຳນວນໜຶ່ງຕື່ມອີກຄື: ພັດທະນາຊັບພະຍາກອນມະ ນຸດໃຫ້ມີຄຸນນະພາບສູງ, ຮູ້ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ; ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ຕົວເມືອງ ແລະ ຊົນນະບົດໄດ້ຮັບການພັດທະນາຢ່າງສົມຄູ່ ແລະ ຄວາມທຸກຂອງປະຊາຊົນໃຫ້ຫລຸດລົງເທື່ອລະກ້າວ. ປົກປັກຮັກສາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມໃຫ້ຍືນຍົງ ແລະ ສາມາດກຽມພ້ອມຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ໄພພິບັດຕ່າງໆ; ເຊື່ອມໂຍງເຊື່ອມຈອດກັບພາກພື້ນ ແລະ ສາກົນຢ່າງກວ້າງຂວາງ ແລະ ມີປະສິດທິຜົນ; ຄຸ້ມຄອງບໍລິຫານລັດໃຫ້ມີປະສິດທິພາບ. ຄວາມມຸ່ງຫວັງທັງໝົດນີ້, ສະແດງອອກເຖິງມານະຈິດປະຕິວັດ, ຄວາມຫວັງ, ຄວາມຄອງຄອຍຂອງທົ່ວພັກ, ໃນການພັດທະນາປະເທດຊາດ ໃຫ້ເປັນຮູບປະທໍາ ສ້າງພື້ນຖານອັນໜັກແໜ້ນໃຫ້ການສ້າງປະຖົມປັດໄຈ ກ້າວຂຶ້ນສູ່ສັງຄົມນິຍົມຢູ່ປະເທດເຮົາ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version