Home ຂ່າວໜ້າໜຶ່ງ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ

ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ

0

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ໄດ້ດໍາເນີນຢ່າງເປັນ ທາງການ ແຕ່ວັນທີ 6 ເຖິງວັນທີ 8 ເດືອນມັງກອນ 2026 ທີ່ນະຄອນຫລວງວຽງຈັນ ພາຍໃຕ້ຄໍາຂວັນ “ຍົກສູງບົດບາດ ການນໍາພາທີ່ເຂັ້ມແຂງຂອງພັກ, ຕັ້ງໜ້າສ້າງເສດຖະກິດ ເອກະລາດ ເປັນເຈົ້້າຕົນເອງ, ສືບຕໍ່ບູລະນະລະບອບປະຊາທິປະ ໄຕປະຊາຊົນ ໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ”.

ກອງປະຊຸມໃຫຍ່ຄັ້ງນີ້ ມີຜູ້ແທນສົມບູນເຂົ້າຮ່ວມທັງໝົດ 835 ສະຫາຍ, ຍິງ 123 ສະຫາຍ, ຊຶ່ງເປັນຕົວແທນ ໃຫ້ແກ່ສະມາຊິກພັກທັງໝົດ ໃນທົ່ວປະເທດ 421.865 ສະຫາຍ, ພ້ອມແຂກຖືກເຊີນ ເຂົ້າຮ່ວມຈໍານວນ 391 ສະຫາຍ.

ກອງປະຊຸມໃຫຍ່ ໄດ້ດໍາເນີນພາຍໃຕ້ບັນຍາກາດແຫ່ງຄວາມສາມັກຄີ ເປັນເອກະພາບ, ຄວາມຟົດຟື້ນປະ ຕິວັດ ແລະ ດ້ວຍຄວາມຮັບຜິດຊອບການເມືອງອັນສູງສົ່ງ ຂອງຜູ້ແທນກອງປະຊຸມໃຫຍ່, ຄຽງຄູ່ກັບຄວາມສົນໃຈ ແລະ ການຕິດຕາມຢ່າງໃກ້ຊິດຂອງທົ່ວສັງຄົມ. ກອງປະຊຸມໃຫຍ່ໄດ້ຄົ້ນຄວ້າ, ຕົກລົງຮັບຮອງເອົາບັນຫາສໍາຄັນຂອງ ພັກ ແລະ ຂອງຊາດ ດ້ວຍຄວາມເອກະພາບສູງ ແລະ ໄດ້ສິ້ນສຸດລົງ ດ້ວຍຜົນສໍາເລັດອັນຈົບງາມ.

I. ກອງປະຊຸມໃຫຍ່ ໄດ້ພິຈາລະນາ ແລະ ຮັບຮອງເອົາໂຄງການການເມືອງຂອງພັກ ສະ ບັບທີ III ກ່ຽວກັບ ບູລະນະລະບອບປະຊາທິປະໄຕປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມ ເຊິ່ງເປັນເອກະສານສໍາຄັນ, ແມ່ນທິດສະດີປະຕິ ວັດຂອງພັກ, ເປັນທວນໄຟເຍືອງທາງໃຫ້ແກ່ພັກ ແລະ ທົ່ວປວງຊົນໃນພາລະກິດປົກປັກຮັກສາ ແລະ ພັດທະນາປະ ເທດຊາດ. ໂຄງການການເມືອງ ເປັນຂີດໝາຍສຳຄັນປະຫວັດສາດ, ສ່ອງແສງໃຫ້ເຫັນຢ່າງມີຊີວິດຊີວາ ເຖິງການ ເຕີບໃຫຍ່ຂະຫຍາຍຕົວ ຂອງພັກເຮົາຕະຫລອດໄລຍະ 70 ປີ ແຫ່ງການນໍາພາ ພາລະກິດຕໍ່ສູ້ກູ້ຊາດ, ນໍາພາ ພາລະ ກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ກໍຄື ນໍາພາພາລະກິດປ່ຽນແປງໃໝ່. ພ້ອມກັນນັ້ນ, ໄດ້ຍົກໃຫ້ເຫັນ 6 ບົດຮຽນ ທີ່ມີລັກສະນະກົດເກນຂອງການປະຕິວັດລາວ. ໂຄງການການເມືອງ ສະບັບນີ້, ກຳນົດຈຸດໝາຍ ແລະ ບາດ ກ້າວເດີນທີ່ເປັນພື້ນຖານ ໃຫ້ແກ່ການສ້າງບາດລ້ຽວທີ່ແຂງແຮງ ທັງເປັນຍຸດທະສາດ ແລະ ວິໄສທັດຂອງພັກ ໃນພາ ລະກິດການບູລະນະລະບອບປະຊາທິປະໄຕປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມ. ຮອດປີ 2055 ວັນສ້າງຕັ້ງພັກ ຄົບຮອບ 100 ປີ ສູ້ຊົນສ້າງປະເທດເຮົາ ເປັນປະເທດກໍາລັງພັດທະນາທີ່ມີລາຍຮັບປານກາງສູງ ຫຍັບເຂົ້າໃກ້ປະເທດທີ່ມີ ລາຍຮັບສູງ, ມີລະບົບການເມືອງທີ່ເຂັ້ມແຂງ, ມີພື້ນຖານເສດຖະກິດທີ່ທັນສະໄໝ, ກຳລັງການຜະລິດ ໄດ້ຮັບການພັດ ທະນາຮອບດ້ານ ໂດຍມີການພົວພັນການຜະລິດທີ່ສອດຄ່ອງ ແລະ ກ້າວໜ້າ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ມີພື້ນຖານອັນໜັກແໜ້ນ ກ້າວສູ່ຄວາມອີ່ມໜຳສຳລານ. ເພື່ອບັນລຸຈຸດໝາຍດັ່ງກ່າວ ໂຄງການການເມືືອງ ໄດ້ກໍານົດເອົາ 11 ເນື້ອໃນພື້ນຖານຂອງການບູລະນະລະບອບປະຊາທິປະໄຕປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມ.

II. ກອງປະຊຸມໃຫຍ່ ໄດ້ພິຈາລະນາ ແລະ ເປັນເອກະພາບສູງຮັບຮອງເອົາ ລາຍງານການເມືອງ ທີ່ໄດ້ຕີລາຄາ ຢ່າງເລິກເຊິ່ງ, ກົງໄປກົງມາຕໍ່ໝາກຜົນແຫ່ງການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ໃນ 5 ປີ ຜ່ານມາ ພາຍໃຕ້ການນຳພາ-ຊີ້ນຳ ຂອງຄະນະບໍລິຫານງານສູນກາງພັກ ປະເທດຊາດຂອງພວກເຮົາ ສາມາດຜ່ານຜ່າຄວາມຫຍຸ້ງ ຍາກ ແລະ ແກ້ໄຂບັນຫາທີ່ເກີດຂຶ້ນ ໄດ້ໂດຍພື້ນຖານ, ເສດຖະກິດ-ສັງຄົມ ຍັງຮັກສາທ່ວງທ່າເຕີບໂຕຕໍ່ເນື່ອງ, ເສດຖະກິດມະຫາພາກ ມີສະຖຽນລະພາບ, ສາມາດຄວບຄຸມໄດ້ໄພເງິນເຟີ້, ການດຸ່ນດ່ຽງທາງດ້ານເສດຖະກິດຟື້ນຕົວ ແລະ ມີພື້ນຖານດີຂຶ້ນ, ບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ ໄດ້ຮັບການແກ້ໄຂ ແລະ ຜ່ອນຄາຍລົງ ເທື່ອລະກ້າວ.

ພ້ອມກັນນັ້ນ, ໄດ້ຕີລາຄາຢ່າງພາວະວິໄສ ຕໍ່ຂໍ້ຄົງຄ້າງ, ຂໍ້ຂາດຕົກບົກພ່ອງ ຈຳນວນໜຶ່ງ ແລະ ຖອດໄດ້ 6 ບົດຮຽນແຫ່ງການນໍາພາ ຜ່ານພຶດຕິກໍາຕົວຈິງໃນໄລຍະ 5 ປີ ຜ່ານມາ ເພື່ອເປັນບ່ອນອີງສໍາຄັນ ໃນການປັບປຸງການ ນໍາພາ-ຊີ້ນໍາ ແລະ ການຈັດຕັ້ງປະຕິບັດແນວທາງ, ນະໂຍບາຍຂອງພັກ ໃນຊຸມປີຕໍ່ໜ້າ.

ເພື່ອສືບຕໍ່ຍູ້ແຮງພາລະກິດບູລະນະ ລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນກ້າວຂຶ້ນສູ່ສັງຄົມນິ ຍົມ, ກອງປະຊຸມໃຫຍ່ ໄດ້ວາງທິດທາງເພື່ອຜັນຂະຫຍາຍເນື້ອໃນ ຂອງໂຄງການການເມືອງຂອງພັກ ສະບັບທີ 3 ໃຫ້ເປັນລະບົບ, ຕໍ່ເນື່ອງ, ໜັກແໜ້ນ; ວາງທິດທາງໄລຍະແຕ່ປີ 2026-2035 ສ້າງບັນດາປະຖົມປັດໄຈທີ່ຍູ້ແຮງ ການບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໄດ້ຮັບການຍົກລະດັບຂຶ້ນ ຢ່າງໜັກແໜ້ນ, ມີຄວາມສາມັກຄີທົ່ວ ປວງຊົນ, ຮັບປະກັນສະຖຽນລະພາບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ. ອໍານາດ ອະທິປະໄຕແຫ່ງຊາດໄດ້ຮັບການປົກປັກຮັກສາໄວ້ໄດ້ຢ່າງໝັ້ນຄົງ, ພັດທະນາເສດຖະກິດ-ສັງຄົມ ຕາມທິດສີຂຽວ ແລະ ຍືນຍົງ; ເສດຖະກິດມະຫາພາກ ມີສະຖຽນລະພາບ ສຸມໃສ່ສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ໃຫ້ ເຂັ້ມແຂງ, ປະເທດຊາດພົ້ນຈາກສະຖານະພາບປະເທດດ້ອຍພັດທະນາ, ຮັບປະກັນຄວາມໝັ້ນຄົງ. ກອງປະຊຸມ ໃຫຍ່ ໄດ້ຮັບຮອງເອົາ 11 ຂົງເຂດວຽກງານ ທີ່ມີຄວາມໜັກແໜ້ນ, ເຂັ້ມແຂງ.

III. ກອງປະຊຸມໃຫຍ່ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍລັດຖະບານ ທີ່ຕັ້ງໜ້າປະຕິບັດ ແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ຍາດໄດ້ຮັບຜົນສໍາເລັດເປັນຢ່າງດີ, ພ້ອມນັ້ນ ກໍສະແດງຄວາມເຫັນດີ ເຫັນພ້ອມ ແລະ ສະໜັບສະໜູນ ແຜນພັດທະນເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ໂດຍສະ ເພາະ 6 ເປົ້າໝາຍໃຫຍ່ ຄື :

1) ສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ດ້ວຍການນໍາໃຊ້ທ່າແຮງເພື່ອເຮັດໃຫ້ເສດຖະກິດມີສະ ຖຽນລະພາບ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ, ມີຄຸນນະພາບ, ໝັ້ນທ່ຽງ ແລະ ຍືນຍົງ ແນໃສ່ຍູ້ແຮງການເຕີບໂຕ ເສດຖະກິດແຫ່ງຊາດ ໃຫ້ບັນລຸ 6% ຕໍ່ປີ ຂຶ້ນໄປ.

2) ພັດທະນາຊັບພະຍາກອນມະນຸດ ໃຫ້ມີຄຸນນະພາບສູງຂຶ້ນ ແລະ ສາມາດຮູ້ນໍາໃຊ້ເຕັກໂນໂລຊີ ທີ່ທັນສະໄໝ.

3) ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ຕົວເມືອງ ແລະ ຊົນນະບົດ ໄດ້ຮັບການພັດທະ ນາ ຢ່າງສົມຄູ່ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ໃຫ້ຫລຸດລົງເທື່ອລະກ້າວ.

4) ປົກປັກຮັກສາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໃຫ້ມີຄວາມຍືນຍົງ ແລະ ສາມາດ ກຽມພ້ອມຮັບມືກັບການປ່ຽນແປງດິນຟ້າອາກາດ ແລະ ໄພພິບັດຕ່າງໆ.

5) ການເຊື່ອມໂຍງ-ເຊື່ອມຈອດພາກພື້ນ ແລະ ສາກົນ ຢ່າງກວ້າງຂວາງ ແລະ ມີປະສິດ ທິຜົນ.

6) ພັດທະນາການຄຸ້ມຄອງ-ບໍລິຫານລັດ ໃຫ້ມີປະສິດທິພາບ, ການເມືອງມີສະຖຽນລະພາບ, ສັງຄົມ ມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ, ຍຸຕິທໍາ ແລະ ສີວິໄລ.

IV. ກອງປະຊຸມໃຫຍ່ ໄດ້ຮັບຮອງເອົາກົດລະບຽບພັກປະຊາຊົນປະຕິວັດລາວ (ສະບັບປັບປຸງ) ເພື່ອໃຫ້ ສອດຄ່ອງ, ຮັບຮອງການຈັດຕັ້ງປະຕິບັດແນວທາງການເມືອງ, ຮັບປະກັນ ຄວາມສາມັກຄີ ເປັນເອກະພາບໃນທົ່ວ ພັກ; ຍູ້ແຮງວຽກງານກໍ່ສ້າງພັກ, ເຮັດໃຫ້ພັກເຮົາມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ; ຍົກສູງຄວາມສາມາດ ນໍາພາ ແລະ ບົດບາດທີ່ເຂັ້ມແຂງປົກປັກຮັກສາໝາກຜົນຂອງການປະຕິວັດ ໄວ້ໃຫ້ໝັ້ນຄົງ ພັດທະນາຂຶ້ນສູ່ຄຸນນະ ພາບໃໝ່.

V. ກອງປະຊຸມໃຫຍ່ໄດ້ພິຈາລະນາ ແລະ ຮັບຮອງເອົາ ບົດສໍາຫລວດການນໍາພາລວມ ຂອງຄະນະບໍລິຫານ ງານສູນກາງພັກ ສະໄໝທີ XI ຊຶ່ງໄດ້ຕີລາຄາສູງຕໍ່ຄວາມບາກບັ່ນພະຍາຍາມ ແລະ ຄວາມເປັນເຈົ້າການປະດິດສ້າງ ໃນການເສີມຂະຫຍາຍມູນເຊື້ອ ແລະ ບົດຮຽນຂອງພັກ ໃນການເພີ່ມທະວີຄວາມສາມັກຄີ ເປັນເອກະພາບສູງ ພາຍ ໃນພັກ, ເຊີດຊູຄວາມຮັບຜິດຊອບຕໍ່ປະເທດຊາດ ແລະ ປະຊາຊົນ, ຕັດສິນໃຈສູ້ຊົນຜ່ານຜ່າຄວາມຫຍຸ້ງຍາກທີ່ຜະເຊີນ ຢູ່ຢ່າງເດັດດ່ຽວ ສາມາດນຳພາ-ຊີ້ນຳ ບົນຈິດໃຈສ້າງການຫັນປ່ຽນແຂງແຮງ ເລິກເຊິ່ງ ແລະ ຮອບດ້ານ ທີ່ກອງປະຊຸມ ໃຫຍ່ ຄັ້ງທີ XI ວາງອອກໄດ້ເປັນຢ່າງດີ.

ກອງປະຊຸມໃຫຍ່ ເລັ່ງທວງໃຫ້ຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຈົ່ງໄດ້ອອກ ແຮງເພື່ອເສີມ ຂະຫຍາຍຈຸດດີ ຢ່າງແຂງແຮງ, ພ້ອມທັງວາງມາດຕະການເດັດດ່ຽວຈໍາກັດ, ແກ້ໄຂຂໍ້ຂາດຕົກຈຸດບົກພ່ອງ ແລະ ຂໍ້ ຄົງຄ້າງທີ່ຜ່ານມາ ຢ່າງຈິງຈັງ, ຍົກສູງຄວາມສາມາດນໍາພາ ແລະ ຄວາມເປັນແບບຢ່າງນໍາໜ້າ ຂອງຄະນະບໍລິຫານງານ ສູນກາງພັກ ໃຫ້ສູງເດັ່ນຂຶ້ນ.

VI. ກອງປະຊຸມໃຫຍ່ ໄດ້ເລືອກຕັ້ງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຊຶ່ງປະ ກອບດ້ວຍກໍາ ມະການສົມບູນ ຈໍານວນ 73 ສະຫາຍ ແລະ ກໍາມະການສໍາຮອງ ຈໍານວນ 15 ສະຫາຍ ເພື່ອເປັນແກ່ນສານແຫ່ງ ຄວາມສາມັກຄີ ແລະ ສະຕິປັນຍາຂອງພັກເຮົານໍາພາທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ປວງຊົນລາວ ທັງຊາດ ຜັນຂະຫຍາຍ ແລະ ຈັດຕັ້ງປະຕິ ບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໃຫ້ມີຜົນສໍາເລັດຕົວຈິງ.

ກອງປະຊຸມຄົບຄະນະຄັ້ງປະຖົມມະລືກ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ໄດ້ເປັນເອກະ ພາບເລືອກຕັ້ງເອົາກໍາມະການກົມການເມືອງສູນກາງພັກ ຈໍານວນ 13 ສະຫາຍ; ໄດ້ເລືອກເອົາກໍາມະການຄະນະເລຂາທິ ການສູນກາງພັກ ຈໍານວນ 11 ສະຫາຍ; ກອງປະຊຸມ ໄດ້ເປັນເອກະພາບສູງ ເລືອກເອົາ ສະຫາຍ ທອງລຸນ ສີສຸລິດ ເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ອີກວາລະໜຶ່ງ; ໄດ້ເລືອກເອົາ ສະຫາຍ ພົອ ວິໄລ ຫລ້າຄຳຟອງ ເປັນຜູ້ປະຈໍາການຄະນະເລຂາທິການສູນກາງພັກ; ໄດ້ເລືອກເອົາ ສະຫາຍ ວັນໄຊ ພອງສະຫວັນ ເປັນປະທານກວດກາ ແລະ ຮອງປະທານກວດກາ ຈໍານວນ 6 ສະຫາຍ.

ເພື່ອເຮັດໃຫ້ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໄດ້ຮັບການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ໃຫ້ປະກົດຜົນເປັນຈິງ, ກອງປະຊຸມໃຫຍ່ ໄດ້ມອບໝາຍໜ້າທີ່ໃຫ້ຄະນະບໍລິຫານງານສູນກາງພັກ ກໍຄື ຄະນະພັກ ທຸກຂັ້ນ ເປັນເຈົ້າການຄົ້ນຄວ້າ, ກໍາແໜ້ນ, ເຊື່ອມຊຶມ ແລະ ຜັນຂະຫຍາຍ ເປັນແຜນດໍາເນີນງານຂອງຕົນ ຢ່າງລະ ອຽດ, ມີການຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດ ໃຫ້ແທດເຖິງ ແລະ ເປັນປະຈໍາ ໂດຍມີການນໍາ ພາ-ຊີ້ນໍາ ຢ່າງແຂງແຮງ ແລະ ລວມສູນຈາກສູນກາງພັກ.

ກອງປະຊຸມໃຫຍ່ ໄດ້ຮຽກຮ້ອງມາຍັງຄະນະພັກທຸກຂັ້ນ, ສະມາຊິກພັກ, ພະນັກງານ, ນັກຮົບ, ປະຊາຊົນ ລາວບັນດາເຜົ່າ, ບັນດາຊັ້ນຄົນ ແລະ ພີ່ນ້ອງເຊື້ອຊາດລາວຜູ້ຮັກຊາດທີ່ດໍາລົງຊີວິດ ແລະ ທໍາມາຫາກິນຢູ່ຕ່າງປະເທດ ຈົ່ງເຊີດຊູນໍ້າໃຈຮັກຊາດ, ເສີມຂະຫຍາຍມານະຈິດປະຕິວັດ ບາກບັ່ນສຸມໃສ່ການປະຕິບັດໜ້າທີ່, ທໍາມາຫາກິນ ແລະ ສ້າງສາ, ບູລະນະລະບອບປະຊາທິປະໄຕປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມ ຢ່າງໜັກແໜ້ນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version