Home ຂ່າວໜ້າໜຶ່ງ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ຈະຄົ້ນຄວ້າ-ຮັບຮອງ ເອົາຫລາຍບັນຫາສຳຄັນ

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ຈະຄົ້ນຄວ້າ-ຮັບຮອງ ເອົາຫລາຍບັນຫາສຳຄັນ

0

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ຈະຈັດຂຶ້ນໃນລະຫວ່າງວັນທີ 6-8 ມັງກອນ 2026, ຢູ່ນະຄອນຫລວງວຽງຈັນ ພາຍໃຕ້ຄໍາຂວັນ: “ຍົກສູງບົດບາດການນຳພາ ທີ່ເຂັ້ມແຂງຂອງພັກ, ຕັ້ງໜ້າສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາ ຊົນ ໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ” ແລະ ຈະໄດ້ພ້ອມກັນຄົ້ນຄວ້າພິຈາລະນາ, ຮັບຮອງເອົາຫລາຍບັນຫາສຳຄັນ ໂດຍສະເພາະ ຈະໄດ້ດໍາເນີນການເລືອກຕັ້ງເອົາຄະນະບໍລິຫານງານສູນກາງພັກ ຊຸດໃໝ່ ໂດຍຈະມີຜູ້ແທນເຂົ້າຮ່ວມທັງໝົດ 834 ສະຫາຍ, ຍິງ 123 ສະຫາຍ ທີ່ເປັນຕົວແທນໃຫ້ ແກ່ສະມາຊິກພັກທົ່ວປະເທດ 421.865 ສະຫາຍ.

ສະຫາຍ ກິແກ້ວ ໄຂຄຳພິທູນ ກໍາມະການກົມການເມືອງສູນກາງພັກ, ຫົວໜ້າກອງເລຂາ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນ ກ່ຽວກັບການຈັດກອງປະຊຸມ ດັ່ງກ່າວ, ໃນວັນທີ 4 ມັງກອນ 2026 ນີ້ວ່າ: ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ຈະໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 6 ມັງກອນ 2026 ແລະ ຈະດໍາເນີນໄປຈົນເຖິງວັນທີ 8 ມັງກອນ 2026 ຢູ່ນະຄອນຫລວງວຽງຈັນ ໂດຍມີຜູ້ແທນເຂົ້າຮ່ວມທັງໝົດ 834 ສະຫາຍ, ຍິງ 123 ສະຫາຍ ທີ່ເປັນຕົວແທນໃຫ້ ແກ່ສະມາຊິກພັກທົ່ວປະເທດ 421.865 ສະຫາຍ, ຜູ້ແທນກອງປະຊຸມໃຫຍ່ ແມ່ນຮັບປະກັນທາງດ້ານໂຄງປະກອບ, ມີຄຸນນະພາບ, ມີມາດຕະຖານ ແລະ ເງື່ອນໄຂຖືກຕ້ອງຄົບຖ້ວນ, ເປັນຕົວແທນຂອງບັນດາຊັ້ນຄົນ, ຊົນເຜົ່າ, ເພດ-ໄວ ແລະ ໄດ້ຜ່ານການເລືອກຕັ້ງຈາກກອງປະຊຸມໃຫຍ່ອົງຄະນະພັກກະຊວງ, ອົງການທຽບເທົ່າກະຊວງ ແລະ ທ້ອງຖິ່ນ ໃນຂອບເຂດທົ່ວປະເທດ.

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ແມ່ນກອງປະຊຸມ ສຸດທີ່ມີຄວາມໝາຍສໍາຄັນ ແລະ ຈະກາຍເປັນເຫດການການເມືອງ ແລະ ປະຫວັດສາດອັນໃຫຍ່ຫລວງ ຂອງພັກ ແລະ ຂອງຊາດ ໂດຍຈະດໍາເນີນຂຶ້ນພາຍໃຕ້ຄໍາຂວັນ “ຍົກສູງບົດບາດການນຳພາ ທີ່ເຂັ້ມແຂງຂອງພັກ, ຕັ້ງໜ້າສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ” ແລະ ຈະໄດ້ພ້ອມກັນ ຄົ້ນຄວ້າພິຈາລະນາ, ຮັບຮອງເອົາ 4 ເອກະສານສໍາຄັນ ຄື: ຮ່າງໂຄງການການເມືອງ ສະບັບທີ 3 ຂອງພັກ; ຮ່າງລາຍງານການເມືອງ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI; ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ແລະ ຮ່າງກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XII ຊຶ່ງເອກະສານເຫລົ່ານັ້ນ ຈະໄດ້ກໍານົດຍຸດທະສາດ, ແນວທາງການເມືອງ ແລະ ແນວທາງການຈັດຕັ້ງ ຂອງພັກ, ແນວ ທາງພັດທະນາເສດຖະກິດ-ສັງຄົມຂອງລັດ ໃນຊຸມປີຕໍ່ໜ້າ ຢ່າງມີວິທະຍາສາດ ແລະ ແທດກັບສະພາບຄວາມເປັນຈິງ ຂອງ ສປປ ລາວ.

ເພື່ອຮັບປະກັນໃຫ້ການກະກຽມບັນດາເອກະສານສໍາຄັນ ຂອງກອງປະຊຸມໃຫຍ່ ມີເນື້ອໃນທີ່ອຸດົມສົມບູນ, ເລິກເຊິ່ງ, ໜັກແໜ້ນ, ມີປະຊາທິປະໄຕ, ອະນຸກໍາມະການທີ່ກ່ຽວຂ້ອງ ໄດ້ສຸມໃສ່ຄົ້ນຄວ້າ, ກັ່ນກອງ, ປຶກສາຫາລື ແລະ ນໍາເອົາເນື້ອໃນເອກະສານດັ່ງກ່າວ ລົງທາບທາມ, ລະດົມຄວາມເຫັນຢ່າງກວ້າງຂວາງ ດ້ວຍຫລາກຫລາຍຮູບແບບ ທັງຢູ່ສູນກາງ, ທ້ອງຖິ່ນ ແລະ ທັງໄດ້ໄປແລກປ່ຽນນໍາປະເທດເພື່ອນມິດຍຸດທະສາດ ແລ້ວປັບປຸງຫລາຍຫລົບຫລາຍຕ່າວ ເພື່ອເຮັດໃຫ້ເອກະສານຂອງກອງປະຊຸມໃຫຍ່ ກາຍເປັນຄັງສາງແຫ່ງສະຕິປັນຍາຂອງທົ່ວປວງຊົນລາວທັງຊາດ ຢ່າງແທ້ຈິງ.

ພ້ອມນີ້, ກອງປະຊຸມຍັງຈະໄດ້ດໍາເນີນການເລືອກຕັ້ງເອົາຄະນະບໍລິຫານງານສູນກາງພັກ ສະໄໝທີ XII ທີ່ເປັນອົງການນໍາພາສູງສຸດຂອງພັກ ຕະຫລອດສະໄໝທີ XII ເພື່ອແບກຫາບພາລະໜ້າທີ່ອັນໜັກໜ່ວງ ທີ່ພັກ ກໍຄື ປະຊາຊົນໄດ້ມອບໝາຍໃຫ້. ບົນຈິດໃຈ ທີ່ຕ້ອງຮັບປະກັນການກະກຽມດ້ານບຸກຄະລາກອນ ກອງປະຊຸມໃຫຍ່ດໍາເນີນໄປຢ່າງຖືກຕ້ອງ ຕາມກົດລະບຽບຂອງພັກ ແລະ ມີປະຊາທິປະໄຕ, ອະນຸກໍາມະການຮັບຜິດຊອບ ໄດ້ເປັນເຈົ້າການຄົ້ນຄວ້າ, ອອກນິຕິກໍາທີ່ກ່ຽວຂ້ອງ ແລະ ນໍາພາການທາບທາມບຸກຄະກອນ ຢ່າງເປັນລະບົບຕໍ່ເນື່ອງ ແຕ່ຮາກຖານຂຶ້ນມາ ດ້ວຍວິທີການ ແລະ ຮູບແບບທີ່ເໝາະສົມ ເພື່ອຮັບປະກັນ ໃຫ້ຄະນະບໍລິຫານງານສູນກາງພັກ ສະໄໝທີ XII ເປັນຜູ້ທີ່ມີມາດຕະຖານ ແລະ ເງື່ອນໄຂຄົບຖ້ວນ, ປ່ຽມລົ້ນໄປດ້ວຍສະຕິປັນຍາ, ຊື່ສັດບໍລິສຸດຜຸດຜ່ອງ, ຈົງຮັກພັກດີ, ນໍາພາທົ່ວພັກ ຈັດຕັ້ງປະຕິບັດກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໃຫ້ມີຜົນສໍາເລັດຕົວຈິງ.

ໂດຍລວມແລ້ວ ຜ່ານຂະບວນການຫ້າງຫາກະກຽມ ຢ່າງເປັນລະບົບ ແຕ່ປີ 2023 ເປັນ ຕົ້ນມາ ແລະ ພາຍໃຕ້ການນໍາພາ-ຊີ້ນໍາຢ່າງຈົດຈໍ່ຂອງກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ ສາມາດເວົ້າໄດ້ວ່າການ ກະກຽມກອງປະຊຸມໃຫຍ່ຂອງພັກເຮົາ ແມ່ນຂະບວນການອັນກວ້າງຂວາງຂອງມະຫາຊົນ ຊຶ່ງເປັນໝາກຜົນ ແລະ ການປະກອບສ່ວນອັນສໍາຄັນ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ສະໄໝທີ XI ຂອງພັກ ທີ່ໄດ້ດໍາເນີນໄປຢ່າງເລິກເຊິ່ງ, ຮອບດ້ານ ແລະ ມີຜົນສໍາເລັດສໍາຄັນໃຫຍ່ຫລວງ ຫລາຍດ້ານຜ່ານມາ, ສ້າງພື້ນຖານທີ່ໜັກແໜ້ນ ໃຫ້ກັບບາດກ້າວ ກໍຄື ຍ່ານທາງສືບຕໍ່ຈັດຕັ້ງປະຕິບັດ ໃນສະໄໝທີ XII ຂອງພັກ.

ສະຫາຍ ກິແກ້ວ ໄຂຄຳພິທູນ ຍັງໄດ້ຮຽກຮ້ອງມາຍັງທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ຈົ່ງພ້ອມກັນອອກແຮງແຂ່ງຂັນກັນ ສ້າງຜົນງານຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ດ້ວຍຄວາມພາກພູມໃຈ ແລະ ເປັນຂະບວນຟົດຟື້ນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version