Home ຂ່າວໜ້າໜຶ່ງ ກົມໃຫຍ່ຕຳຫລວດ ສຸມໃສ່ວຽກງປ້ອງກັນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ປປ ລາວ

ກົມໃຫຍ່ຕຳຫລວດ ສຸມໃສ່ວຽກງປ້ອງກັນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ປປ ລາວ

0

ກົມໃຫຍ່ຕຳຫລວດ ໄດ້ສຸມໃສ່ບັນຈຸກໍາລັງວິຊາສະເພາະ ລົງປະຈຳການປ້ອງກັນເວນຍາມ ຢູ່ບໍລິເວນ ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ ເພື່ອເຮັດໃຫ້ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ(ພັກ ປປ ລາວ) ມີຄວາມສະຫງົບ ປອດໄພຮອບດ້ານ.

ທ່ານ ພົຈວ ສາລີ ພຸດທະວົງ ຮອງຫົວໜ້າກົມໃຫຍ່ຕຳຫລວດ ກະຊວງປ້ອງກັນຄວາມສະຫງົບ, ທັງເປັນຄະນະຮັບຜິດຊອບປ້ອງກັນກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ໄດ້ໃຫ້ສໍາພາດໃນວັນທີ 4 ມັງກອນ 2026 ນີ້ວ່າ: ກົມໃຫຍ່ຕຳຫລວດ ໄດ້ສຸມໃສ່ບັນຈຸກໍາລັງວິຊາສະເພາະ ລົງປະຈຳການປ້ອງກັນເວນຍາມ ຢູ່ບໍລິເວນ ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ ເລີ່ມແຕ່ວັນທີ 3 ມັງກອນ 2026 ເປັນຕົ້ນມາ ໂດຍໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະ ແມ່ນກໍາລັງປ້ອງກັນຊາດ, ປກສ ນະຄອນຫລວງວຽງຈັນ, ອົງການປົກຄອງບ້ານ ແລະ ທຸກພາກສ່ວນ ໃນການເປັນເຈົ້າການຮ່ວມກັນ ເຮັດວຽກງານປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຮອບດ້ານ ໃຫ້ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ XII ຂອງພັກປະຊາຊົນປະ ຕິວັດລາວ ທີ່ຈະໄຂຂຶ້ນໃນລະຫວ່າງວັນທີ 6-8 ມັງກອນ ນີ້.

ໂອກາດນີ້, ທ່ານ ພົຈວ ສາລີ ພຸດທະວົງ ໄດ້ຮຽກຮ້ອງມາຍັງການຈັດຕັ້ງທຸກພາກສ່ວນ, ຕະຫລອດຮອດພໍ່ແມ່ປະຊາຊົນບັນດາເຜົ່າທຸກທົ່ວໜ້າ ໃນຂອບເຂດທົ່ວປະເທດ ຈົ່ງພ້ອມກັນຮ່ວມແຮງຮ່ວມໃຈໃນການເຮັດວຽກງານປ້ອງກັນຄວາມສະຫງົບ ເພື່ອເຮັດໃຫ້ກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ມີຄວາມສະຫງົບປອດໄພ, ເປັນລະບຽບຮຽບຮ້ອຍ ແລະ ປະສົບຜົນສຳເລັດຢ່າງຈົບງາມ.

ຂ່າວ-ພາບ: ຄຳໂຖ ວັນນະລາດ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version