ໃນຕອນແລງຂອງວັນທີ 8 ມັງກອນ 2026, ທີ່ ສໍານັກງານສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ຮວາຍ ຈູງ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ, ຜູ້ຕາງໜ້າພິເສດຂອງ ສະຫາຍ ໂຕເລິມ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂອງ ສູນກາງພັກກອມມູນິດຫວຽດນາມ ທີ່ເດີນທາງມາຊົມເຊີຍຜົນສໍາເລັດ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກປະຊາຊົນປະຕິວັດລາວ.
ສະຫາຍເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ, ໄດ້ຕີລາຄາສູງ ແລະ ສະແດງຄວາມຂອບໃຈຢ່າງຈິງໃຈໄປຍັງ ສູນກາງພັກກອມມູນິດຫວຽດນາມ ແລະ ສະຫາຍເລຂາທິການໃຫຍ່ ໂຕ ເລິມ ທີ່ໄດ້ແຕ່ງຕັ້ງ ຜູ້ຕາງໜ້າພິເສດມາຊົມເຊີຍຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກປະຊາຊົນປະຕິວັດລາວ ແລະ ຖືໂອກາດນີ້ ຝາກຄວາມຂອບໃຈຢ່າງຈິງໃຈ ໂດຍຜ່ານ ສະຫາຍຜູ້ຕາງໜ້າພິເສດ ໄປຍັງ ສະຫາຍເລຂາທິການໃຫຍ່ ໂຕ ເລິມ ແລະ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ກໍຄື ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ສົ່ງສານອວຍພອນຊົມເຊີຍ ແລະ ໃຫ້ການສະໜັບສະໜູນຊ່ວຍເຫຼືອ ກອງປະຊຸມໃຫຍ່ໃນຄັ້ງນີ້ ໄດ້ຮັບຜົນສໍາເລັດຢ່າງຈົບງາມ. ການມາອວຍພອນ ແລະ ຊົມເຊີຍຜົນສໍາເລັດ ກອງປະຊຸມໃຫຍ່ຂອງຄະນະ ຖືເປັນຄະນະຜູ້ແທນຕ່າງປະເທດ ທໍາອິດ ຊຶ່ງເປັນການສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ ແລະ ຖືສໍາຄັນຂອງ ພັກກອມມູນິດຫວຽດນາມ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ມີຕໍ່ ພັກ ແລະ ປະຊາຊົນລາວບັນດາເຜົ່າ ກໍຄືຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະ ຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ. ສະຫາຍເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ຍັງໄດ້ແຈ້ງໃຫ້ຊາບໂດຍສັງເຂບ ກ່ຽວກັບຜົນສໍາເລັດ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກປະຊາຊົນປະຕິວັດລາວ ທີ່ເປັນເຫດການປະຫວັດສາດທາງດ້ານການເມືອງ-ສັງຄົມ ອັນສໍາຄັນຍິ່ງ ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຊຶ່ງໄດ້ດຳເນີນຢ່າງຖືກຕ້ອງ ຕາມກົດລະບຽບຂອງພັກ ແລະ ຖືວ່າໄດ້ຮັບຜົນສໍາເລັດຢ່າງຈົບງາມ, ໃນນັ້ນ ບັນ ດາເອກະສານສໍາຄັນຂອງກອງປະຊຸມໄດ້ຖືກຮັບຮອງເອົາຢ່າງມີຄວາມເປັນເອກະພາບສູງ ໂດນສະເພາະແມ່ນໂຄງການການເມືອງ ສະບັບທີ III ຂອງພັກ, ໄດ້ດໍາເນີນການປ່ອນບັດເລືອກຕັ້ງເອົາ ຄະນະບໍລິຫານງານສູນກາງພັກ ສະໄໝທີ XII ໃນນັ້ນ ກໍາມະການສູນກາງພັກສົມບູນ ຈໍານວນ 73 ສະຫາຍ ແລະ ກໍາມະການສໍາຮອງສູນກາງພັກ ຈໍານວນ 15 ສະຫາຍ.

ສະຫາຍ ເລ ຮວາຍ ຈູງ ໄດ້ຕາງໜ້າໃຫ້ ສະຫາຍເລຂາທິການໃຫຍ່ ໂຕ ເລິມ ແລະ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ສະແດງຄວາມຊົມເຊີຍສະຫາຍ ທອງລຸນ ສີສຸລິດ ທີ່ໄດ້ຮັບເລືອກຕັ້ງໃຫ້ດໍາລົງຕໍາແໜ່ງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ອີກໜຶ່ງສະໄໝ ຊຶ່ງສະແດງໃຫ້ເຫັນເຖິງຄວາມໄວ້ວາງໃຈຢ່າງເລິກເຊິງຂອງທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນລາວ ຕໍ່ການປະກອບສ່ວນອັນໃຫຍ່ຫຼວງ, ສະຕິປັນຍາ ແລະ ຄວາມມຸ່ງມາດປາຖະໜາຂອງ ສະຫາຍເລຂາທິການໃຫຍ່ ຕະຫຼອດໄລຍະທີ່ຜ່ານມາ ແລະ ຊົມເຊີຍຜົນສໍາເລັດ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກປະຊາຊົນປະຕິວັດລາວ ຊຶ່ງເປັນເຫດການການເມືອງທີ່ສໍາຄັນ, ມີຄວາມໝາຍເລິກເຊິ່ງຕໍ່ກັບພາລະກິດສ້າງສາ ແລະ ພັດທະນາປະເທດຊາດຂອງລາວກໍຄື ຕໍ່ການເພີ່ມທະວີ ແລະ ເສີມຂະຫຍາຍ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດຫວຽດນາມ-ລາວ. ຜົນສໍາເລັດກອງປະຊຸມໃຫຍ່ຄັ້ງນີ້ ຍັງເປັນຂີດໝາຍຂອງບາດກ້າວພັດທະນາໃໝ່ຂອງການປະຕິວັດລາວ, ຢືນຢັນກໍາລັງແຮງອັນໃຫຍ່ຫຼວງຂອງກ້ອນກໍາລັງມະຫາສາມັກຄີທົ່ວປວງຊົນ, ແນວທາງປ່ຽນແປງໃໝ່ຢ່າງຮອບດ້ານ, ມີຫຼັກການ ແລະ ສືບທອດ ເພື່ອເປົ້າໝາຍປົກປັກຮັກສາ ແລະ ສ້າງສາພັດທະນາປະເທດລາວໃຫ້ໝັ້ນຄົງ ເຂັ້ມແຂງ ຕາມທິດສັງຄົມນິຍົມ.
ໃນໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ຕາງໜ້າໃຫ້ ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ມີການຕິດຕາມຢ່າງໃກ້ຊິດ, ໃຫ້ການຊ່ວຍເຫຼືອອັນໃຫຍ່ຫຼວງ, ລໍ້າຄ່າ, ໝົດຈິດໝົດໃຈ ແລະ ໃຫ້ການສະໜັບສະໜູນຢ່າງຈິງໃຈ, ຊຶ່ງເປັນການປະກອບສ່ວນສໍາຄັນເຂົ້າໃນຜົນສໍາເລັດກອງປະຊຸມໃຫຍ່ຄັ້ງນີ້. ພ້ອມນີ້, ກໍໄດ້ຝາກຄວາມຢື້ຢາມຖາມຂ່າວ ແລະ ອວຍພອນໄຊອັນປະເສີດໄປຍັງ ສະຫາຍເລຂາທິການໃຫຍ່ ໂຕ ເລິມ, ສະຫາຍປະທານປະເທດ ເລືອງ ເກືອງ ແລະ ບັນດາສະຫາຍການນໍາຂັ້ນສູງ ພັກ, ລັດ ສສ ຫວຽດນາມ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານອັນສູງສົ່ງ, ສືບຕໍ່ນຳພາປະເທດຊາດຫວຽດນາມ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ ແລະ ອວຍພອນສະຫາຍຫວຽດນາມ ດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ ໃນທ້າຍເດືອນມັງກອນ ນີ້ ໃຫ້ໄດ້ຮັບຜົນສໍາເລັດຢ່າງມີໄຊ.
ໃນໂອກາດເດີນທາງມາ ສປປ ລາວ ໃນຄັ້ງນີ້, ສະຫາຍ ເລ ຮວາຍ ຈູງ ຍັງໄດ້ພົບປະກັບ ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ສະຫາຍ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ເພື່ອເປັນການສະແດງຄວາມຊົມເຊີຍ ທີ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ ຖືກເລືອກເຂົ້າໃນຄະນະບໍລິຫານງານສູນກາງພັກ ສະໄໝທີ XII ແລະ ປຶກສາຫາລືແຜນການຮ່ວມມືໃນຕໍ່ໜ້າ. (ຂ່າວ: ຄຕພ)