Home ຂ່າວໜ້າໜຶ່ງ ສໍາເລັດກອງປະຊຸມໃຫຍ່ສະຫະພັນຊາວໜຸ່ມລາວ ຄັ້ງທີ I

ສໍາເລັດກອງປະຊຸມໃຫຍ່ສະຫະພັນຊາວໜຸ່ມລາວ ຄັ້ງທີ I

0

ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ໄດ້ຈັດກອງປະຊຸມໃຫຍ່ຜູ້ແທນສະຫະພັນຊາວໜຸ່ມລາວ ຄັ້ງທີ I ຂຶ້ນ ແລະ ປິດລົງດ້ວຍຜົນສໍາເລັດອັນຈົບງາມ ໃນວັນທີ 29 ທັນວານີ້, ທີ່ຫ້ອງປະຊຸມໃຫຍ່ຄະນະໂຄສະນາອົບຮົມສູນກາງພັກ ພາຍ​ໃຕ້​ການ​ເປັນ​ປະທານຂອງ ​ສະຫາຍ ທອງລີ ສີສຸລິດ ເລຂາຄະນະບໍລິຫານງານພັກ ​ເລຂາ​ຄະນະ​ບໍລິຫານ​ງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ຄຊປປລ), ໂດຍເປັນ​ກຽດ​ເອົາຮ່ວມຂອງສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີບັນດາການ​ນຳ​ພັກ​-ລັດ, ຊາວໜຸ່ມກະຊວງ, ອົງການ, ແຂວງ ແລະ ນະຄອນຫຼວງວຽງຈັນ, ອາ​ດີດ​ການ​ນຳ​ຊາວ​ໜຸ່ມ, ພະນັກງານອາວຸໂສບຳນານຂອງ ສຊປລ, ປະທານ, ຮອງປະທານສະມາຄົມ, ສະໂມສອນ, ມູນນິທິ ລວມທັງໝົດ 249 ສະຫາຍ, ຍິງ 75 ສະຫາຍ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ບັນດາສະຫາຍຜູ້ແທນເຂົ້າຮ່ວມໄດ້ພ້ອມກັນເຊື່ອມຊຶມ, ຮັບຮອງ ແລະ ເອກະພາບເອົາມະຕິຕົກລົງຂອງຄະນະເລຂາທິການສູນກາງພັກວ່າດ້ວຍການອະນຸມັດສ້າງຕັ້ງສະຫະພັນຊາວໜຸ່ມລາວ, ມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະພັນຊາວໜຸ່ມລາວ, ຮ່າງທິດທາງແຜນການ ແລະ ຮ່າງກົດລະບຽບຂອງສະຫະພັນຊາວໜຸ່ມລາວ ຄັ້ງທີ I.

ກອງປະຊຸມ, ໄດ້ເປັນເອກະພາບຕໍ່ມະຕິຕົກລົງວ່າດ້ວຍການບົ່ງຕົວແຕ່ງຕັ້ງ, ຮັບຮອງເອົາຄະນະບໍລິຫານງານສະຫະພັນຊາວໜຸ່ມລາວສະໄໝທີ I ຈໍານວນ 59 ສະຫາຍ ເພື່ອເປັນຄັນທຸງໃນການນໍາພາ-ຊີ້ນໍາວຽກງານສະຫະພັນຊາວໜຸ່ມໃນຕໍ່ໜ້າ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ຮັບຮອງເອົາປະທານ, ຮອງປະທານ 7 ສະຫາຍ ໂດຍບົ່ງຕົວແຕ່ງຕັ້ງເອົາ ສະຫາຍ ສຸລິຍາ ແກ້ວພິລາວົງ ຮອງເລຂາ ຄຊປປລ ເປັນປະທານຄະນະບໍລິຫານງານສະຫະພັນຊາວໜຸ່ມລາວສະໄໝທີ I, ສະຫາຍ ຫົວໜ້າຫ້ອງການຊາວໜຸ່ມ ກະຊວງປ້ອງກັນປະເທດ, ສະຫາຍ ເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງປ້ອງກັນຄວາມສະຫງົບ, ສະຫາຍ ເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງສຶກສາທິການ ແລະ ກິລາ, ສະຫາຍເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງການຕ່າງປະເທດ, ສະຫາຍເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເປັນຮອງປະທານ, ສະຫາຍ ຫົວໜ້າກົມຂະບວນການຊາວໜຸ່ມ ເປັນຮອງປະທານ ທັງເປັນຜູ້ປະຈຳການ ແລະ ຮັບຮອງເອົາຄະນະກຳມະການກວດກາ 3 ສະຫາຍ.

ໂອກາດນີ້, ສະຫາຍ ນາງ ສີໃສ ລືເດດມູນສອນ ໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ເຍືອງທາງ ຕໍ່ຄະນະບໍລິຫານງານສະຫະພັນຊາວໜຸ່ມລາວສະໄໝທີ I ກໍຄືຜູ້ແທນກອງປະຊຸມຕ້ອງນຳໄປຄົ້ນຄວ້າເຊື່ອມຊຶມ, ຜັນຂະຫຍາຍເປັນອັນລະອຽດໃຫ້ເກີດໝາກຜົນຕົວຈິງ ແລະ ນຳເອົາຜົນປະໂຫຍດສູງສຸດມາສູ່ຊາວໜຸ່ມ, ເຍົາວະຊົນ ແລະ ປະເທດຊາດ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version