ແຫລ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ພິທີປະກາດຮັບຮອງພະທອງສາມສີ ເປັນມໍລະດົກແຫ່ງຊາດ ສົມບັດມິ່ງເມືອງລະດັບທ້ອງຖິ່ນ ຂຶ້ນໃນວັນທີ 26 ທັນວາ 2025 ທີ່ວັດບ້ານລິ່ງຊັນ ເມືອງທຸລະຄົມ ແຂວງວຽງຈັນ ໂດຍມີ ທ່ານ ສົມປະສົງ ສຸວົງຄຳຈັນ ຮອງປະທານຄະນະກຳມະການປົກຄອງ ແຂວງວຽງຈັນ, ມີບັນດາຫ້ອງການທີ່ກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ, ພະສົງ-ສາມະເນນ, ພ້ອມດ້ວຍອຳນາດການປົກບ້ານ, ພໍ່ແມ່ປະຊາຊົນ ແລະ ນ້ອງນ້ອຍນັກຮຽນເຂົ້າຮ່ວມ.

ທ່ານ ໄພແກ້ວ ຫລວງອາໄພ ປະທານແນວລາວສ້າງຊາດ ບ້ານລິ່ງຊັນ ໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາຂອງພະທອງສາມສີ ຕິດພັນກັບປະຫວັດບ້ານລິ່ງຊັນ ວ່າ: ບ້ານລິ່ງຊັນ ມີ 301 ຫລັງຄາເຮືອນ, ມີ 310 ຄອບຄົວ, ມີພົນລະເມືອງທັງໝົດ 1.588 ຄົນ, ມີຊົນເຜົ່າລາວລຸ່ມເປັນສ່ວນຫລາຍ ຖືສາສະໜາພຸດ ແລະ ສາສະໜາຜີເປັນຫລັກ. ປະຊາຊົນປະກອບອາຊີບປູກຝັງ-ລ້ຽງສັດເປັນຕົ້ນຕໍ; ເປັນບ້ານອະນຸລັກ ແຫລ່ງວັດທະນາທຳອັນເກົ່າແກ່ ຢຶດຖືຮີດຄອງປະເພນີລ້ອງງື່ມຢ່າງໜຽວແໜ້ນ. ພະພຸດທະຮູບທອງສາມສີ ຫລື ພະທອງສາມສີ ເປັນພະຄູ່ບ້ານຄູ່ເມືອງມາຍາວນານ ມີຮູບຊົງເປັນເອກະລັກສະເພາະມີຂະໜາດ ສູງ 56 ຊັງຕີແມັດ, ໜ້າຕັກກວາງ 37 ຊັງຕີແມັດ, ບ່າໄຫລ່ກວ້າງ 21 ຊັງຕີແມັດ, ແທ່ນສູງ 23,5 ຊັງຕີແມັດ ແລະ ກວ້າງ 51 ຊັງຕີແມັດ, ຊຶ່ງປະສົມໂລຫະເຂົ້າກັນ ມີ: ທອງສໍາລິດ, ທອງເຫລືອງ, ເງິນ-ຄຳ ແລະ ແກ້ວປະເສີດທີ່ຫາຍາກ ເປັ່ງປະກາຍສີ ແວວວາວສະດຸດຕາ ຜູ້ໃດເຫັນແລ້ວມີຄວາມສຸກໃຈ, ເປັນສິລະປະລາວແທ້, ຊຶ່ງຜູ້ສ້າງໄດ້ຖວາຍຈິດໃຈອັນບໍລິສຸດ ຈາກສີມືນາຍຊ່າງທີ່ມີຊື່ສຽງໂດງດັ່ງ ໃນຍຸກອານາຈັກລາວລ້ານຊ້າງຮຸ່ງເຮືອງ ແລະ ຍິ່ງໃຫຍ່.
ທ່ານ ນາງ ກອງແກ້ວ ຄຳພັນ ຫົວໜ້າກຸ່ມບ້ານພັດທະນາ-ນາຄອງ ໄດ້ກ່າວວ່າ: ການຈັດພິທີປະກາດຮັບຮອງພະທອງສາມສີ ບ້ານລິ່ງຊັນ ເມືອງທຸລະຄົມ ແຂວງວຽງຈັນ ເປັນມໍລະດົກແຫ່ງຊາດສົມບັດມິ່ງເມືອງລະດັບທ້ອງຖິ່ນ ຂຶ້ນໃນຄັ້ງນີ້ ເປັນຄວາມພາກພູມໃຈ ແລະ ເອກອ້າງຂອງປະຊາຊົນບ້ານລິ່ງຊັນ, ເມືອງທຸລະຄົມ ແລະ ຊາວແຂວງວຽງຈັນ, ທັງເປັນການໂຄສະນາ, ສົ່ງເສີມ, ດຶງດູດນັກທ່ອງທ່ຽວ, ການສົ່ງເສີມວຽກງານທ່ອງທ່ຽວວັດທະນະທຳ ຕິດພັນກັບທຳມະຊາດສາຍນ້ຳງື່ມ.
ໃນພິທີ ໄດ້ມີຂະບວນການແຫ່ພະທອງສາມສີ ເຂົ້າສູ່ວັດ ແລະ ແຫ່ອ້ອມພັດທະສິມມາ ພ້ອມທັງຮັບຊົມການສະແດງສິລະປະ ບົດຟ້ອນລວມໝູ່ ຂອງນັກຮຽນໂຮງຮຽນ ມ ຕົ້ນ ບ້ານລິ່ງຊັນ ແລະ ໂຮງຮຽນ ມສ ບ້ານຖິ່ນຄຳ.