ເພື່ອກຽມຄວາມພ້ອມຮອບດ້ານເພື່ອດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ທີ່ຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 6-8 ມັງກອນ 2026 ທີ່ຈະມາເຖິງນີ້, ຄະນະບໍລິຫານງານສູນກາງພັກ ໄດ້ດໍາເນີນກອງປະຊຸມຄົບຄະນະ ຄັ້ງທີ 12 ສະໄໝທີ XI ໃນມື້ວານນີ້ ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ.
ກອງປະຊຸມ ໄດ້ຮັບຟັງລາຍງານ ຄວາມຄືບໜ້າການກະກຽມຄວາມພ້ອມຮອບດ້ານ ເພື່ອດໍາເນີນ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກພັກປະຊາຊົນປະຕິວັດລາວ, ພ້ອມທັງປຶກສາຫາລື, ຄົ້ນຄວ້າຕົກລົງເປັນເອກະພາບສູງຮັບຮອງເອົາ ແລະ ໃຫ້ທິດຊີ້ນໍາຕໍ່ບັນດາເນື້ອໃນ ທີ່ຈະນໍາສະເໜີໃນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໄປປັບປຸງໃຫ້ມີຄວາມຮັບປະກັນ ແລະ ສົມບູນຍິ່ງຂຶ້ນ, ໂດຍໄດ້ລົງເລິກຊີ້ນໍາຢ່າງລະອຽດ ຕໍ່ບັນດາອະນຸກໍາມະການຕ່າງໆ,ເປັນຕົ້ນແມ່ນ: ອະນຸກໍາມະການເນື້ອໃນ, ອະນຸກໍາມະການກົດລະບຽບ ແລະ ບຸກຄະລາກອນ,ອະນຸກໍາມະການໂຄສະນາ ແລະ ຂະບວນການ, ອະນຸກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ອະນຸກໍາມະການງົບປະມານ ແລະ ບໍລິຫານ ແລະ ວຽກງານປິ່ນອ້ອມອື່ນໆ;ພ້ອມທັງ ໄດ້ຮັບຮອງເອົາ ວັນທີ 6-8 ມັງກອນ 2026 ເປັນໄລຍະດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ.
ຄະນະບໍລິຫານງານສູນກາງພັກ ໄດ້ພ້ອມກັນຕີລາຄາ ວ່າ: ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ. ແມ່ນກອງປະຊຸມທີ່ມີຄວາມໝາຍສໍາຄັນປະຫວັດສາດ, ເປັນບາດລ້ຽວອັນສໍາຄັນ ໃນການສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງປ່ຽນແປງໃໝ່ຮອບດ້ານ ມີຫຼັກການຂອງພັກ ສູ່ລວງເລິກສ້າງການຫັນປ່ຽນ ທີ່ແຂງແຮງ, ເລິກເຊິ່ງ, ຮອບດ້ານ ໃນການນໍາພາຂອງພັກປະຊາຊົນປະຕິວັດລາວ ແລະ ຖືເປັນບັ້ນສະຫຼຸບຖອດຖອນບົດຮຽນ ຈາກພຶດຕິກໍາຕົວຈິງ ແລະ ເປັນຂີດໝາຍທາງການເມືອງ ແນໃສ່ຍົກສູງບົດບາດການນໍາພາທີ່ເຂັ້ມແຂງ ຂອງພັກ ເພື່ອສືບຕໍ່ນໍາພາ ພາລະກິດປະຕິວັດ, ບູລະນະລະບອບປະຊາທິປະໄຕປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມ.ບັນດາສະຫາຍສູນກາງພັກ ຈະໄດ້ພ້ອມກັນເຊີດຊູຄວາມຮັບຜິດຊອບໜ້າທີ່ການເມືອງ, ຕັ້ງໜ້າບຸກບືນ, ນໍາພາ-ຊີ້ນຳ ການຈັດຕັ້ງປະຕິບັດວຽກງານ ສຸມສະຕິປັນຍາ, ເຫື່ອແຮງທັງໝົດ ເຂົ້າໃນການນໍາພາຊີ້ນໍາການກະກຽມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວໃຫ້ມີ ຜົນສຳເລັດຕາມຄາດໝາຍທີ່ວາງໄວ້.
ຂ່າວ: ຫສພ
