ທ້າຍອາທິດຜ່ານມາ, ກົມຕໍາຫລວດຈະລາຈອນ ໄດ້ຖະແຫລງຂ່າວການກະກຽມຄວາມພ້ອມວຽກງານປ້ອງກັນ, ສະກັດກັ້ນອຸບັດເຫດຈະລາຈອນທາງບົກ ໃນໄລຍະສະເຫລີມສະຫລອງສົ່ງທ້າຍປີເກົ່າ 2025 ແລະ ຕ້ອນຮັບປີໃໝ່ສາກົນ 2026 ທີ່ຈະມາເຖິງນີ້.
ທ່ານ ພັນເອກ ຄໍາສອນ ສີດາວົງ ຫົວໜ້າກົມຕໍາຫລວດຈະລາຈອນ ກົມໃຫຍ່ຕໍາຫລວດ ກະ ຊວງປ້ອງກັນຄວາມສະຫງົບ ໄດ້ໃຫ້ຮູ້ວ່າ: ເພື່ອກະກຽມປ້ອງກັນ ແລະ ສະກັດກັ້ນອຸບັດເຫດໃນໄລຍະສົ່ງທ້າຍປີເກົ່າ 2025 ແລະ ຕ້ອນຮັບປີໃໝ່ສາກົນ 2026, ກົມຕໍາຫລວດຈະລາຈອນ ໄດ້ຈັດຕັ້ງກໍາລັງລົງກວດກາປະຕິບັດກົດໝາຍຢູ່ບາງຈຸດຂອງແຕ່ລະເສັ້ນທາງ ເຊັ່ນ: ຈຸດທາງດ່ວນ, ຈຸດສີເກີດ, ຈຸດເສັ້ນ ທາງເລກ 10, ເສັ້ນທາງ 13 ໃຕ້, ພ້ອມທັງໄດ້ອອກຄໍາແນະນໍາເຖິງພະແນກຕຳຫລວດຈະລາຈອນແຂວງ, ນະຄອນຫລວງ ແລະ ເຂດເສດຖະກິດພິເສດສາມຫລ່ຽມຄຳ ໃຫ້ເອົາໃຈໃສ່ຊີ້ນຳກຳລັງຂອງຕົນປະຕິ ບັດໜ້າທີ່ອຳນວຍຄວາມສະດວກໃຫ້ຜູ້ໃຊ້ລົດໃຊ້ຖະໜົນ ແລະ ການກວດກາບັງຄັບໃຊ້ກົດໝາຍຕໍ່ຜູ້ທີ່ລະເມີດກົດລະບຽບຈະລາຈອນ, ໄດ້ອອກແຈ້ງການເຖິງປະຊາຊົນບັນດາເຜົ່າ, ພະນັກງານ, ທະຫານ, ຕໍາຫລວດ ແລະ ຜູ້ໃຊ້ລົດ-ໃຊ້ຖະໜົນທີ່ສັນຈອນໄປ-ມາ ໃຫ້ເຄົາລົບກົດຈະລາຈອນ, ໃຫ້ຄວາມຮ່ວມມືຕໍ່ການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ ໂດຍສະເພາະຜູ້ຂັບຂີ່ລົດ ຕ້ອງກຽມຄວາມພ້ອມດ້ານສຸຂະພາບຮ່າງກາຍ, ພັກຜ່ອນໃຫ້ພຽງພໍ, ຈັດສັນເວລາໃຫ້ເໝາະສົມ, ກວດກາເບິ່ງເສັ້ນທາງບ່ອນທີ່ຈະໄປວ່າເປັນແນວໃດ, ກະກຽມເອກະສານຂອງຜູ້ຂັບຂີ່ ແລະ ພາຫະນະ ໃຫ້ຄົບຊຸດຕາມລະບຽບການ ເພື່ອອໍານວຍຄວາມສະດວກໃນເວລາເຈົ້າໜ້າທີ່ກວດກາ. ນອກນີ້, ຜູ້ຂັບຂີ່ລົດຈັກຕ້ອງໃສ່ໝວກກັນກະທົບທັງຜູ້ຂັບ ແລະ ຜູ້ຊ້ອນທ້າຍ ເພື່ອຄວາມປອດໄພໃນກໍລະນີເກີດອຸບັດເຫດ ເພາະຜ່ານມາມີບາງກໍລະນີເກີດອຸບັດເຫດເສຍຫລັກລົ້ມເອງ ກະທົບໜັກເຖິງຂັ້ນເສຍຊີວິດ, ເສຍອົງຄະກໍມີຈໍານວນຫລາຍ ບໍ່ໃຫ້ຂີ່ຊ້ອນ 2 ຊ້ອນ 3, ຜູ້ຂັບຂີ່ລົດໃຫຍ່ ແລະ ຜູ້ໂດຍສານທີ່ນັ່ງມານໍາຕ້ອງຮັດສາຍແອວນິລະໄພ ເພື່ອຮັບ ປະກັນຄວາມປອດໄພ; ກ່ອນຈະນຳໃຊ້ພາຫະນະ ຕ້ອງກວດສະພາບເຕັກນິກ ແລະ ຄວາມພ້ອມຂອງພາຫະນະໃຫ້ມີຄວາມຮັບປະກັນເປັນຢ່າງດີ; ລົດຂົນສົ່ງໂດຍສານທາງໄກ ຕ້ອງມີໂຊເຟີສຳຮອງທຸກຄັ້ງໃນເວລາເດີນທາງ. ສະເພາະເສັ້ນທາງດ່ວນ, ການໃຊ້ຄວາມໄວສູງສຸດບໍ່ໃຫ້ເກີນ 120 km/ ຊົ່ວໂມງ ແລະ ຄວາມໄວຕໍ່າສຸດບໍ່ໃຫ້ຫລຸດ 80 km/ຊົ່ວໂມງ, ສໍາລັບເສັ້ນທາງທົ່ວໄປໃຫ້ປະຕິບັດຕາມປ້າຍສັນ ຍານຊີ້ບອກ ແລະ ອີງໃສ່ສະພາບເສັ້ນທາງ ເພື່ອຄວາມປອດໄພ.
ທ່ານ ພັນເອກ ຄໍາສອນ ສີດາວົງ ໄດ້ໃຫ້ຮູ້ອີກວ່າ: ຜູ້ຂັບຂີ່ພາຫະນະຕ້ອງເຄົາລົບ ແລະ ປະຕິ ບັດຕາມກົດລະບຽບຈະລາຈອນຢ່າງເຂັ້ມງວດ, ກໍລະນີລະເມີດ ທາງເຈົ້າໜ້າທີ່ກວດກາພົບເຫັນຈະນຳໃຊ້ມາດຕະການສຶກສາອົບຮົມ, ລະເມີດຫລາຍມາດຕາ ແມ່ນຈະຂຽນໃບສັ່ງກັກເອກະສານທີ່ກ່ຽວ ຂ້ອງໄວ້. ພ້ອມທັງຮຽກຮ້ອງໃຫ້ຜູ້ທີ່ໃຊ້ລົດ-ໃຊ້ຖະໜົນທີ່ສັນຈອນໄປ-ມາຈົ່ງໃຫ້ຄວາມຮ່ວມມື ແລະ ເປັນເຈົ້າການຍົກສູງສະຕິປະຕິບັດກົດຈະລາຈອນ ຢ່າງເຂັ້ມງວດ ແລະ ປະຕິບັດຕາມແຈ້ງການຕ່າງໆຂອງອົງການປົກຄອງທ້ອງຖິ່ນທີ່ກຳນົດໄວ້ ຕະຫລອດຮອດປະຊາຊົນ, ພົນລະເມືອງ, ຜູ້ປົກຄອງ, ອົງ ການປົກຄອງບ້ານ, ພະນັກງານ, ທະຫານ, ຕໍາຫລວດໃຫ້ເປັນເຈົ້າການສຶກສາອົບຮົມ, ແນະນໍາລູກຫລານ ແລະ ພະນັກງານທີ່ຢູ່ໃນຄວາມຮັບຜິດຊອບໃຫ້ເປັນເຈົ້າການປ້ອງກັນຕົນເອງ ເພື່ອປາສະຈາກການເກີດອຸບັດເຫດ ເພາະຈະມີຄວາມສູນເສຍທັງຊີວິດ ແລະ ຊັບສິນ.
