Home ຂ່າວໜ້າໜຶ່ງ ປີ 2025 ສປປ ລາວ ສະຫລອງ 3 ວັນ ປະຫວັດສາດ ຢ່າງຍິ່ງໃຫຍ່ ແລະ ມີຄວາມໝາຍສໍາຄັນ

ປີ 2025 ສປປ ລາວ ສະຫລອງ 3 ວັນ ປະຫວັດສາດ ຢ່າງຍິ່ງໃຫຍ່ ແລະ ມີຄວາມໝາຍສໍາຄັນ

0

ໃນປີ 2025 ນີ້, ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນລາວ ທັງຊາດ ໄດ້ພ້ອມກັນສະເຫລີມສະຫລອງ 3 ວັນປະຫວັດສາດ ຂອງພັກ, ຂອງຊາດ ຄື: ວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີ(22 ມີນາ 1955-22 ມີນາ 2025), ວັນສະຖາປະນາ ສປປ ລາວ ຄົບ ຮອບ 50 ປີ(02 ທັນວາ 1975-02 ທັນວາ 2025) ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13/12/1920-13/12/2025) ຢ່າງເປັນຂະບວນການຟົດຟື້ນ ຮັກສາໄດ້ຄວາມສະຫງົບປອດໄພ ຊຶ່ງມີລາຍລະອຽດດັ່ງນີ້:

ພັກ ແລະ ລັດຖະບານ ໄດ້ຈັດພິທີໂຮມຊຸມນຸມໃຫຍ່ລະດັບຊາດ ເພື່ອສະເຫລີມສະຫລອງວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ (ພັກ ປປ ລາວ) ໃນວັນທີ 22 ມີນາ 2025 ຢູ່ນະຄອນຫລວງວຽງຈັນ ໂດຍມີ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການ ເມືອງສູນກາງພັກ, ນາຍົກລັດຖະມົນຕີ, ມີບັນດາສະຫາຍ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ອະດີດການນຳຂັ້ນສູງ ພັກ, ລັດ, ພະນັກງານປະຕິວັດອາວຸໂສ, ການນຳບັນດາກະຊວງ, ພະນັກງານອະວຸໂສ-ບຳນານ, ພະນັກງານທະຫານ-ຕຳຫລວດ, ພະນັກງານ-ລັດຖະກອນ ພ້ອມດ້ວຍ ຊາວໜຸ່ມ, ເຍົາວະຊົນ, ນັກຮຽນ-ນັກສຶກສາ ເຂົ້າຮ່ວມ ຢ່າງພ້ອມພຽງ.

ໂອກາດດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ ໄດ້ຂຶ້ນກ່າວສູນທອນພົດ ເປີດພິທີ ໂດຍສະຫາຍ ໄດ້ຍົກໃຫ້ເຫັນມູນເຊື້ອແຫ່ງການເຕີບໃຫຍ່ຂະຫຍາຍຕົວ, ມູນເຊື້ອແຫ່ງການຕໍ່ສູ່ປົດປ່ອຍປະເທດຊາດ ຂອງນັກຮົບປະຕິວັດ, ມູນເຊື້ອແຫ່ງການນຳພາ-ຊີ້ນຳ ອັນສະຫລາດສ່ອງໃສ ຂອງ ພັກ ປປ ລາວ ໃນໄລຍະຜ່ານມາ ເຖິງປັດຈຸບັນ ຊຶ່ງກ່ອນໜ້ານີ້ 70 ປີ ຄື ວັນທີ 22 ມີນາ 1955 “ພັກປະຊາຊົນລາວ” ປັດຈຸບັນ ແມ່ນ “ພັກປະຊາຊົນປະຕິວັດລາວ” ໄດ້ຮັບການສ້າງຕັ້ງຂຶ້ນ ຢູ່ເຂດຖານທີ່ໝັ້ນ ປະຕິວັດໃນແຂວງຫົວພັນ ໂດຍແມ່ນ ປະທານ ໄກສອນ ພົມວິຫານ ເປັນຜູ້ປະກາດສ້າງຕັ້ງ, ທັງເປັນຜູ້ນໍາພາສູງສຸດ ຂອງພັກ, ການກໍາເນີດຂອງພັກປະຊາຊົນລາວ ເຊິ່ງເປັນພັກການເມືອງ ຂອງຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານລາວ ແມ່ນເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງຂະບວນການຕໍ່ສູ້ຕ້ານກັບຈັກກະພັດຜູ້ຮຸກຮານ ແລະ ເພື່ອເປັນປັດໄຈຄໍ້າປະກັນ ໃຫ້ແກ່ການເຕີບໃຫຍ່ຂະຫຍາຍຕົວ ຂອງກຳລັງປະຕິວັດ ຢູ່ປະເທດລາວ, ທັງເປັນສ່ວນໜຶ່ງ ຂອງການປະຕິວັດ ໃນອິນດູຈີນ ກໍຄື ຂະບວນການກ້າວໜ້າ ຢູ່ໃນໂລກ. ວັນທີ 22 ມີນາ ໄດ້ກາຍເປັນວັນທີ່ມີຄວາມໝາຍສໍາຄັນຍິ່ງ ທີ່ຈາລຶກໄວ້ໃນໜ້າປະຫວັດສາດ ຂອງຊາດລາວເຮົາ ຕະຫລອດໄປ.

ພິທີໂຮມຊຸມນຸມໃຫຍ່ລະດັບຊາດ ສະເຫລີມສະຫລອງວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ໃນຄັ້ງນີ້, ໄດ້ຈັດແບບເຊິ່ງໜ້າ ແລະ ແບບອອນລາຍ ຊຶ່ງໄດ້ຈັດຂຶ້ນພ້ອມໆກັນ ໃນຂອບເຂດທົ່ວປະເທດ.

ສ່ວນພິທີໂຮມຊຸມນຸມໃຫຍ່ ແລະ ສວນສະໜາມ ສະເຫລີມສະຫລອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 2 ທັນວາ 2025 ທີ່ສະໜາມຫລວງ ນະຄອນ ຫລວງວຽງຈັນ ໃຫ້ກຽດເຂົ້າຮ່ວມມີ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ພ້ອມດ້ວຍບັນດາການນຳຂັ້ນສູງພັກ-ລັດ, ແຂກຈາກບັນດາປະເທດເພື່ອນມິດ ເປັນຕົ້ນ ກໍາປູເຈຍ, ສປ ຈີນ, ກູບາ, ຣັດເຊຍ, ບັນດາທູຕານຸທູດ, ຕາງໜ້າອົງການ ຈັດຕັ້ງສາກົນ, ຕະຫລອດຮອດພະນັກງານປະຕິວັດອາວຸໂສບຳນານ ແລະ ມວນຊົນຊາວນະຄອນ ຫລວງວຽງຈັນ ເຂົ້າຮ່ວມຢ່າງຄຶກຄື້ນ.

ໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ຂຶ້ນກ່າວສູນທອນພົດ ໂດຍສະຫາຍ ໄດ້ຍົກໃຫ້ເຫັນມູນເຊື້ອແຫ່ງການຕໍ່ສູ່ຢ່າງພິລະອາດຫານ, ລະອິດລະອ້ຽວຂອງນັກຮົບປະຕິວັດ ພາຍໃຕ້ການນຳພາ ຂອງ ພັກ ປປ ລາວ ຕ້ານຈັກກະພັດຜູ້ຮຸກຮານ ຈົນສາມາດຍາດໄດ້ໄຊຊະນະຢ່າງສົມບູນ ແລະ ສະຖະປະນາ ສປປ ລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975 ຈົນມາຮອດປັດຈຸບັນ ຊຶ່ງຕະຫລອດໄລຍະ 50 ປີ ແຫ່ງພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາ ສປປ ລາວ ໄດ້ຢືນຢັນຢ່າງໜັກແໜ້ນ ເຖິງທາດແທ້, ມູນເຊື້ອປະຕິວັດ ທີ່ເປັນບົດຮຽນໃຫ້ແກ່ການສືບຕໍ່ພາປະເທດກ້າວຂຶ້ນ, ນັ້ນແມ່ນ “ຍຶດໜັ້ນອຸດົມການສັງຄົມນິຍົມ, ເສີມຂະຫຍາຍມະຫາສາມັກຄີທົ່ວປວງຊົນລາວ ທັງຊາດ ເພື່ອບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ເຂັ້ມແຂງ, ສ້າງລັດທີ່ມາຈາກປະຊາຊົນ ໂດຍປະຊາ ຊົນ ເພື່ອປະຊາຊົນ, ອໍານາດລັດທັງໝົດ ເປັນຂອງທົ່ວປວງຊົນລາວ ຢ່າງແທ້ຈິງ ແລະ ເຮັດທຸກສິ່ງທຸກຢ່າງ ເພື່ອຄວາມສົມບູນພູນສຸກ ຂອງປະຊາຊົນ” ຊຶ່ງເປັນອຸດົມການອັນເດັດດ່ຽວ, ສະເໝີຕົ້ນສະເໝີ ປາຍຂອງພັກເຮົາ ແລະ ເປັນຄວາມມຸ່ງຫວັງອັນແຮງກ້າຂອງປະຊາຊົນລາວບັນດາເຜົ່າ ທີ່ພວກເຮົາ ແລະ ຄົນຮຸ່ນໜຸ່ມຜູ້ສືບທອດ ຕ້ອງສືບຕໍ່ຍຶດໝັ້ນ ເພື່ອນໍາພາພາລະກິດປະຕິວັດ, ນໍາພາປະເທດເຮົາ ກ້າວຂຶ້ນສູ່ສັງຄົມນິຍົມຢ່າງໜັກແໜ້ນ.

ພາຍຫລັງ ສະຫາຍເລຂາທິການໃຫຍ່ ກ່າວສູນທອນພົດສິ້ນສຸດລົງ, ພິທີເດີນສວນສະໜາມສະເຫລີມສະຫລອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ຂອງບັນດາກ້ອນກໍາລັງຕ່າງໆ ກໍໄດ້ເລີ່ມຕົ້ນຂຶ້ນຢ່າງສົມກຽດ ແລະ ຄຶກຄື້ນ, ສວຍງາມ. ໃນນັ້ນ, ຂະບວນທີ 1 ແມ່ນຈຸທຸງຊາດ-ທຸງພັກ, ກ້ອນຂະບວນເຄື່ອງໝາຍຊາດ, ກ້ອນກຳລັງຫ້ອງວ່າການສຳນັກງານປະທານປະເທດ, ຫ້ອງວ່າການສຳ ນັກງານນາຍົກລັດຖະມົນຕີ ແລະ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ກ້ອນກໍາລັງ ອົງການຈັດຕັ້ງຄະນະຊ່ວຍວຽກຂອງສູນກາງພັກ, ຂະບວນລົດພະນັກງານປະຕິວັດ ອາວຸດໂສ (ປກສ ບັນຍາຍ; ຂະບວນທີ 2 ກ້ອນສວນສະໜາມຂອງກຳລັງປ້ອງກັນຊາດ ປ້ອງກັນຄວາມສະຫງົບ; ຂະບວນທີ 3 ກ້ອນມະຫາຊົນ ປະກອບມີທັງໝົດ 20 ກ້ອນຄື: ກ້ອນເຍົາວະຊົນ 2 ທັນວາ, ກ້ອນຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ກ້ອນສະຫະພັນແມ່ຍິງລາວ, ກ້ອນສະຫະພັນກຳມະບານລາວ, ກ້ອນກຳລັງສູນກາງແນວລາວສ້າງຊາດ, ກ້ອນຂະແໜງການກວດກາ-ກວດສອບ, ກ້ອນຂະແໜງຕຸລາການສານປະຊາຊົນ, ກ້ອນຂະແໜງຍຸດຕິທຳ, ກ້ອນກຳລັງ ຂະແໜງການຕ່າງປະເທດ, ກະຊວງສຶກສາ-ວິທະຍາສາດ ແລະ ກິລາ, ກະຊວງການເງິນ ແລະ ທະນາຄານ, ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ກະຊວງກະສິກຳ ແລະ ສິ່ງແລດລ້ອມ, ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງສາທາລະນະສຸກ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກ້ອນກຳລັງນະຄອນຫລວງວຽງຈັນ, ກອງແກວົງກອງທັບປະຊາຊົນລາວ, ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ.

ສໍາລັບ ພິທີໂຮມຊຸມນຸມລະນຶກວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ກໍໄດ້ຈັດຂຶ້ນຢ່າງສົມກຽດ ໃນວັນທີ 12 ທັນວາ 2025 ນີ້, ຢູ່ນະຄອນຫລວງວຽງຈັນ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ, ມີບັນດາການນຳ, ອະດີດການນຳຂັ້ນສູງພັກ, ລັດ, ພະເຖຣານຸເຖຣະ, ທູຕານຸທູດ, ພະນັກງານອາວຸໂສບຳນານ, ພະນັກງານ-ລັດຖະກອນ, ທະຫານ-ຕຳຫລວດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ທັງນີ້ ກໍເພື່ອລະນຶກເຖິງຜົນງານ ແລະ ຄຸນງາມ ຄວາມດີອັນໃຫຍ່ຫລວງ ຂອງ ປະທານ ໄກສອນ ພົມວິຫານ ຜູ້ນໍາພາກໍ່ຕັ້ງ, ທະນຸບໍາລຸງ ພັກປະຊາຊົນປະຕິວັດລາວ, ເປັນຜູ້ນໍາພາສ້າງຕັ້ງກຳລັງປະກອບອາວຸດປະຕິວັດ ຂອງປະຊາຊົນ, ນໍາພາຂະບວນການຕໍ່ສູ້ກູ້ຊາດ, ນໍາເອົາເອກະລາດ, ອິດສະຫລະພາບມາສູ່ປະເທດຊາດ ກ້າວເຖິງການສະຖາປະນາ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ບູລະນະລະບອບປະຊາທິປະໄຕ ປະຊາຊົນ ເພື່ອສືບຕໍ່ກ້າວຂຶ້ນຕາມເສັ້ນທາງສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ແລະ ວັດທະນະຖາວອນ.

ພ້ອມກັນນີ້, ໃນວັນທີ 13 ທັນວາ 2025, ບັນດາການນໍາ, ອະດີດການນຳ ຂັ້ນສູງພັກ, ລັດ ນຳໂດຍ ທ່ານ ທອງລຸນ ສີສຸລິດ ປະທານປະເທດ, ພ້ອມດ້ວຍພັນລະຍາ ແລະ ມວນຊົນຊາວນະຄອນ ຫລວງວຽງຈັນ ໄດ້ຮ່ວມໃສ່ບາດຖວາຍສັງຄະທານ ແດ່ພະສົງສາມະເນນ 105 ອົງ ຢູ່ພິພິທະພັນ ປະ ທານ ໄກສອນ ພົມວິຫານ ນະຄອນຫລວງວຽງຈັນ ເພື່ອອຸທິດເຖິງ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ເນື່ອງໃນໂອກາດວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ຕື່ມອີກ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version