Home ຂ່າວພາຍໃນ ເລີ່ມການເຮັດບັດປະຈໍາຕົວດິຈິຕອນ ໃນຂອບເຂດທົ່ວປະເທດ

ເລີ່ມການເຮັດບັດປະຈໍາຕົວດິຈິຕອນ ໃນຂອບເຂດທົ່ວປະເທດ

0

– ອີງຕາມຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງກົມຄຸ້ມຄອງສຳມະໂນຄົວແລະ ກໍ່ສ້າງຮາກຖານ ສະ ບັບເລກທີ 945/ ປກສ ລົງວັນທີ 03 ພຶດສະພາ 2025, ເພື່ອປະຕິບັດຕາມແຈ້ງການສະບັບເລກທີ 8719/ຄກຖ ລົງວັນທີ 16 ທັນວາ 2025 ເລື່ອງ: ໃຫ້ພົນລະເມືອງລາວມາເຮັດບັດປະຈຳຕົວດິຈິຕ້ອນ ໃນຂອບເຂດທົ່ວປະເທດ.

ຍ້ອນຄວາມຮຽກຮ້ອງຕ້ອງການ ແລະ ເພື່ອຕອບສະໜອງກັບແນວທາງຂອງລັດຖະ ບານດິຈິຕ້ອນ ເສດຖະກິດດິຈິຕ້ອນ ແລະ ສັງຄົມດິຈິຕ້ອນ ແລະ ເພື່ອໃຫ້ງ່າຍຕໍ່ການຢັ້ງຢືນຕົວຕົນຂອງພົນລະເມືອງ, ດັ່ງນັ້ນ ກະຊວງປ້ອງກັນຄວາມສະຫງົບ, ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຂໍແຈ້ງໃຫ້ບັນດາທ່ານ ພະນັກງານ-ລັດຖະກອນ ທະຫານ ຕຳຫຼວດ ແລະ ພໍ່ແມ່ປະຊາຊົນລາວບັນດາເຜົ່າ ໃນຂອບເຂດທົ່ວປະເທດ ມາເຮັດບັດປະຈຳຕົວດິຈິຕອນ ຢູ່ຕາມຈຸດບໍລິການຄື: ຂັ້ນສູນກາງ ຢູ່ກົມຄຸ້ມຄອງສໍາມະ ໂນຄົວ ແລະ ກໍ່ສ້າງຮາກຖາກຂັ້ນທ້ອງຖີ່ນຢູ່ກອງບັນຊາ ການ ປກສ ນະຄອນຫຼວງ, ບັນດາກອງບັນຊາການ ປກສ ແຂວງ ບັນດາ ກອງບັນຊາການ ປກສ ເມືອງ-ນະຄອນ ບ່ອນທີ່ຕົນເອງໄດ້ຈົດທະບຽນສຳມະໂນຄົວ ນັບຕັ້ງແຕ່ວັນທີ 17 ທັນວາ ເປັນຕົ້ນໄປ ເຊິ່ງປັດຈຸບັນ ພວກເຮົາໄດ້ກະກຽມຄວາມພ້ອມຮອບດ້ານເພື່ອເປີດບໍລິການໃນຂອບທົ່ວປະເທດ ເຊິ່ງປັດຈຸບັນ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ສົ່ງກຳລັງໄປຊ່ວຍເຫຼືອບັນດາ ປກສ ຂັ້ນແຂວງ ປກສ ຂັ້ນເມືອງ-ນະຄອນ ໃນການຈັດຕັ້ງປະຕິ ບັດວຽກງານນີ້ເພື່ອເກັບກຳຂໍ້ມູນສຳມະໂນຄົວ ແລະ ອອກບັດປະຈຳຕົວດິຈິຕອນ ເລີ່ມແຕ່ວັນທີ 17 ທັນວາເປັນຕົ້ນໄປ

ການປະກອບເອກະສານ ຂໍອອກບັດປະຈໍາຕົວຂອງພົນລະເມືອງ ແມ່ນກະກຽມ ຄື: ປື້ມສຳມະໂນຄົວ ບັດປະຈໍາຕົວແບບເກົ່າ (ບັດສີຂຽວ) ກ໋ອບປີ້ພັດສະປອດ (ຖ້າມີ) ເປັນເອກະ ສານຢັ້ງຢືນຕົວຕົນ ການນຸ່ງຖືແມ່ນ ນຸ່ງເສື້ອສຸພາບມີຄໍ ( ຍົກເວັ້ນ ເສື້ອສີຂາວ ) ເພາະຈະເຮັດໃຫ້ຮູບຖ່າຍເຂົ້າໃນບັດປະຈຳຕົວບໍ່ງາມ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version