ຄອບຄົວ ລູກຫລານ ແລະ ຍາດພີ່ນ້ອງ ໄດ້ມີຈິດໃຈເຫລື້ອມໃສສັດທາ ໃນພຸດທະສາສະໜາ ໄດ້ພ້ອມກັນຕັ້ງກ້ອງອັດຖະຂຶ້ນ ເພື່ອອຸທິບຸນກຸສົນ ໃຫ້ແກ່ດວງວິນຍານ ພໍ່ສີທອງ ວິລະຊົນແຫ່ງຊາດ ເນື່ອງໃນໂອກາດຄົບຮອບ 100 ປີ ວັນເກີດ ແລະ ຄົບຮອບ 65 ປີ ວັນເສຍສະລະຊີວິດ ຂອງ ວິລະຊົນສີທອງ ໄດ້ຈັດຂຶ້ນທີ່ ບ້ານໜອງທາເໜືອ ຮ່ອມ 7 ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ລາຍລະອຽດມີດັ່ງນີ້: ວັນຈັນ ວັນທີ 15 ທັນວາ 2025 ເປັນມື້ແຮມ 10 ຄໍ່າ ເດືອນ 1 ລາວ ເປັນມື້ຫ້າງຫາກະກຽມ ຕອນແລງ 16:30 ໂມງ ສູດປະຣິຕະມຸງຄຸນ ແລະ ຕອນກາງຄືນ ມີການຄົບງັນຕາມຮີດຄອງປະເພນີ (ມີການສະແດງສິລະປະ-ວັນນະຄະດີ) ແລະ ຟັງຂັບລໍາຄົບງັນຕະຫລອດທັງຄືນ; ວັນອັງຄານ ວັນທີ 16 ທັນວາ 2025 ເປັນມື້ແຮມ 11 ຄໍ່າ ເດືອນ 1 ລາວຕອນເຊົ້າເວລາ 07:30 ໂມງ ເປັນມື້ໃສ່ບາດ ຖະຫວາຍສັງຂະທານ ແດ່ພະສົງ 9 ອົງ ແລະ ຮັບພອນຢາດນໍ້າ ເປັນອັນວ່າຈົບພິທີ. ດັ່ງນັ້ນ, ຂໍເຊີນຊວນເພື່ອນຮ່ວມຊາດທຸກທ່ານ ຮ່ວມກິນທານ ຮ່ວມກັນທໍາບຸນ ເພື່ອອາໄລຮັກ ເຖິງເພີ່ນ ໃນວັນທີ່ເພີ່ນຊິ້ນສຸດຊີວິດ ຈາກໂລກນີ້ໄປຕະຫລອດກາລະນານ ໃນວັນທີ 15 ທັນວາ 1960 ເຖິງວັນທີ 15 ທັນວາ 2025 ແລະ ຂໍໃຫ້ດວງວິນຍານຂອງວິລະຊົນສີທອງ ຈົ່ງໄປສູ່ສຸກຂະຕິດ້ວຍເຖີດ.
ທ່ານ ສະຫລອງ ສີທຸມທອງ ລູກຊາຍຂອງ ວິລະຊົນສີທອງ ໃຫ້ຮູ້ວ່າ: ເມື່ອພໍ່ສີທອງຖືກຈັບ ເພີ່ນບໍ່ຍອມຮັບເອົາການຊື້ຈ້າງດ້ວຍຍົດຖາບັນດາສັກ, ເງິນທອງທີ່ສັດຕູສະເໜີໃຫ້. ດ້ວຍເຫດນັ້ນ, ສັດຕູຕູຈຶ່ງລົງມືທໍລະມານຢ່າງໂຫດຮ້າຍປ່າເຖື່ອນ ພວກເຂົາມັດເປ້ສອກ ໄວ້ກາງແຈ້ງ ຕາກແດດ ຕາກຝົນ, ຮີ້ນກັດຍຸງກິນຕະຫລອດຄືນ, ຫິວເຂົ້າ ຈົນເມື່ອຍລ້າອ່ອນແຮງ ແຖມຍັງຖືກທຸບຕີທໍລະມານຢູ່ຫລາຍວັນຕິດຕໍ່ກັນ ເຮັດໃຫ້ສະຫລົບໄປຫລາຍຄັ້ງ, ແລ້ວຍັງຖືກພວກມັນເອົາເຫລັກຊີແດງດາດເຜົາຕາມຕົວ ແລະ ໃບໜ້າ; ຄວາມເຈັບປວດທໍລະມານນັ້ນເໜືອກວ່າຄົນເຮົາຈະທົນໄດ້ ແຕ່ເພີ່ນບໍ່ຍອມໄຂຄວາມລັບໃຫ້ແກ່ສັດຕູ ເພາະເພີ່ນເຂົ້າ ໃຈວ່າຊີວິດຂອງຕົນເອງ ບໍ່ມີສິ່ງໃດຈະທຽບໄດ້ກັບໂຊກຊາຕາກຳຂອງຊາດ, ປະຊາຊົນ ແລະ ການປະຕິວັດທີ່ພວມແຕກໜໍ່່ອອກຈາວ ແຜ່ຂະຫຍາຍເປັນວົງກວ້າງ ໃນເວລານັ້ນ.

ວິລະຊົນສີທອງ ໄດ້ຕັດສິນໃຈເຂົ້າຮ່ວມສະໜາມຮົບປ້ອງກັນນະຄອນຫລວງ, ເມື່ອຖືກບາດເຈັບໜັກ ແທນທີ່ຈະໃຫ້ອ້າຍນ້ອງຊ່ວຍເອົາຕົນເອງອອກຈາກສະໜາມຮົບ ແຕ່ເລືອກທີ່ຈະປະເຊີນໜ້າ ຕໍ່ສູ້ສະກັດກັ້ນການບຸກໂຈມຕີຂອງສັດຕູ ເພື່ອຮັກສາຊີວິດ ແລະ ຄວາມປອດໄພ ໃຫ້ແກ່ການຕີຖອຍຂອງບັນດາສະຫາຍອ້າຍນ້ອງ, ທັງເປັນການຮັກສາກໍາລັງເອົາໄວ້ຕໍ່ສູ້ ໃນສະໜາມຮົບດ່ານໜ້າຂອງການປະຕິວັດ, ເພີ່ນໄດ້ປະເຊີນໜ້າກັບໝູ່ສັດຕູຫລາຍຄົນ ແລະ ໄດ້ປະທະ ສູ້ຢັນດ້ວຍອາວຸດນາໆຊະນິດ ທີ່ລູກນ້ອງຮວບຮວມເອົາໄວ້ໃຫ້, ຈົນໃນທີ່ສຸດ ເພິ່ນໄດ້ອຸ້ມເອົາລະເບີດທັງໝົດກິ້ງຕົວເຂົ້າໃສ່ລົດຫຸ້ມເກາະ ລະເບີດລົດສັດຕູພັງທະລາຍ ແລະ ສາມາດຢັບຢັ້ງສັດຕູໄວ້ໄດ້, ເພີ່ນໄດ້ຈົບຊີວິດໃນວິນາທີນັ້ນ ໂດຍບໍ່ກູ້ໄດ້ຊາກສົບມາໄວ້ອາໄລ ພະບໍ່ໄດ້ສູດມົນໃຫ້ພອນ ຊາກສົບເພິ່ນໄດ້ຖືກແກວ່ງລົງຫລຸມຝັງສົບລວມ ໂດຍຄອບຄົວບໍ່ໄດ້ຮອດກະດູກເພື່ອມາເຮັດບຸນທຳທານ, ເພີ່ນຈາກໄປໂດຍບໍ່ໄດ້ສັ່ງລາລູກເມຍ, ປະລູກບໍ່ເຖິງຂວບ ໃຫ້ເປັນກໍາພ້າ ເຕີບໃຫຍ່ດ້ວຍການສົ່ງຍື່ນຄາບເຂົ້າເຊົ້າແລງ ຈາກຊາວບ້ານ. ວັນທີ່ວິລະຊົນ ສີທອງ ໄດ້ສິ້ນລົມຫາຍໃຈ ເພີ່ນມີອາຍຸພຽງແຕ່ 35 ປີ, ປີນີ້ ຄົບ 100 ປີ ເປັນວັນຄ້າຍວັນເກີດ ແລະ ຄົບຮອບ 65 ປີ ແຫ່ງວັນເສຍສະລະຊີວິດ ປົກປ້ອງນະຄອນຫລວງວຽງຈັນ ຈົນເຖິງເລືອດຢາດສຸດທ້າຍ.