ການແຂ່ງຂັນກິລາຍົກ ນໍ້າໜັກໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະ ຄອນຫຼວງວຽງຈັນພາ ຣາເກມ 2025” ທີ່ນະຄອນຫຼວງວຽງຈັນ(ນວ) ໄດ້ຮັບກຽດເປັນເຈົ້າພາບເປີດສາກຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 13 ທັນ ວານີ້, ທີ່ສູນກິລາໃນຮົ່ມ ບູຢອງວິທະຍາເຂດດົງໂດກ ນວ, ມີການຊີງຫຼຽນຄໍາທັງໝົດ 11 ຫຼຽນ ມາຈາກ 12 ແຂວງ ແລະ 1 ເຈົ້າ ພາບ ນວ ເຂົ້າຮ່ວມມີ: ແຂວງສະຫວັນນະເຂດ, ຈຳປາສັກ, ເຊກອງ, ອັດຕະປື, ຄຳມ່ວນ, ສາລະວັນ, ຜົ້ງສາລີ, ອຸດົມໄຊ, ບໍລິຄຳໄຊ, ໄຊຍະບູລີ, ຫຼວງນ້ຳທາ, ໄຊສົມບູນ ແລະ ນວ.

ຊຶ່ງໃນວັນທີ 13 ທັນ ວານີ້ມີການຊີງໄຊທັງ ໝົດ 6 ລາຍການ ປະ ກອບມີຮຸ່ນນໍ້າໜັກ 41 ກິໂລກຣາມຍິງ, ຮຸ່ນນໍ້າໜັກ 45 ກິໂລກຣາມຍິງ ຮຸ່ນນໍ້າໜັກ 50 ກິໂລ ກຣາມຍິງ, ຮຸ່ນນໍ້າໜັກ 55 ກິໂລກຣາມຍິງ, ຮຸ່ນ ນໍ້າໜັກ 49 ກິໂລກຣາມຊາຍ ແລະ ຮຸ່ນນໍ້າໜັກ 54 ກິໂລກຣາມຊາຍ. ສ່ວນໃນວັນທີ 14-15 ທັນວາ 2025 ຈະມີການຊີງໄຊ 5 ລາຍການ ຄື: ຮຸ່ນນໍ້າໜັກ 59 ກິໂລກຣາມຊາຍ, ຮຸ່ນນໍ້າໜັກ 65 ກິໂລກຣາມຊາຍ, ຮຸ່ນນ້ຳໜັກ 61 ກິໂລກຣາມຍິງ, ຮຸ່ນນ້ຳ ໜັກ 72 ກິໂລກຣາມຊາຍ ແລະ ຮຸ່ນນໍ້າໜັກ 80 ກິໂລກຣາມຊາຍ.