Home ຂ່າວຕ່າງປະເທດ ຈີນ ແລະ ອາຊຽນ ປະຕິບັດຕາມຄຳໝັ້ນສັນຍາຂອງຕົນພາຍໃນສັນຍາປາຣີດ້ວຍພຶດຕິກຳຕົວຈິງ

ຈີນ ແລະ ອາຊຽນ ປະຕິບັດຕາມຄຳໝັ້ນສັນຍາຂອງຕົນພາຍໃນສັນຍາປາຣີດ້ວຍພຶດຕິກຳຕົວຈິງ

0

ປີນີ້ເປັນປີຄົບຮອບ 10 ປີ ຂອງການເຊັນສັນຍາປາຣີວ່າດ້ວຍການປ່ຽນແປງຂອງດິນຟ້າອາກາດ (2015-2025), ສ່ວນການຄຸ້ມຄອງດິນຟ້າອາກາດກຳລັງຢືນຢູ່ໃນທາງສີ່ແຍກແຫ່ງປະຫວັດສາດ. ດ້ານໜຶ່ງແມ່ນຍ້ອນສະພາບຂ້ຽວຂາດທີ່ການເພີ່ມຂຶ້ນຂອງອຸນຫະພູມທົ່ວໂລກໄດ້ແຕະຕ້ອງເສັ້ນຕ້ອງຫ້າມແດງລະດັບ 1,5 ອົງສາ ຫຼາຍຄັ້ງ ແລະ ເກີດສະພາບອາກາດຮຸນແຮງເລື້ອຍໆ; ອີກດ້ານໜຶ່ງແມ່ນຍ້ອນສະພາບຄວາມຫຍຸ້ງຍາກດ້ານການບໍລິຫານທີ່ລັດທິຝ່າຍດຽວເງີຍໜ້າຂຶ້ນ ແລະ ບາງປະເທດບໍ່ສາມາດປະຕິບັດຕາມຄຳໝັ້ນສັນຍາຂອງຕົນຢ່າງທັນການ. ແຕ່ຈີນ ແລະ ບັນດາປະເທດສະມາຊິກອາຊຽນໄດ້ໃຫ້ຄຳຕອບຂອງບັນຫາດັ່ງກ່າວດ້ວຍພຶດຕິກຳຕົວຈິງແບບສີຂຽວ ຄື: ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດທີ່ກ່ຽວຂ້ອງກັບຊາຕາກຳຂອງມວນມະນຸດ, ມີແຕ່ຢຶດໝັ້ນລັດທິຫຼາຍຝ່າຍ ແລະ ລົງເລິກການຮ່ວມມືຕົວຈິງ ຈຶ່ງຈະສາມາດເຮັດໃຫ້ຄຳໝັ້ນສັນຍາໃນສັນຍາປາຣີກາຍເປັນການເຄື່ອນໄຫວຕົວຈິງເພື່ອປົກປ້ອງໂລກ.

ພະລັງຊີວິດຂອງສັນຍາປາຣີແມ່ນຢູ່ທີ່ການປະຕິບັດຕົວຈິງ. ໃນຮອບ 10 ຜ່ານມາ, ຂໍ້ບົກຜ່ອງໃຫຍ່ກວ່າໝູ່ຂອງການຫຼຸດການປ່ອຍກາກບອນໃນທົ່ວໂລກ ແມ່ນຍ້ອນການຂາດຄວາມສາມາດປະຕິບັດຕົວຈິງຢ່າງຕໍ່ເນື່ອງ. ສ່ວນການຮ່ວມມືລະຫວ່າງຈີນກັບອາຊຽນໄດ້ຖືໂຄງການຕ່າງໆເປັນຂົວຕໍ່ ເພື່ອເຮັດໃຫ້ຄວາມຮັບຜິດຊອບດ້ານດິນຟ້າອາກາດຫັນປ່ຽນເປັນໝາກຜົນທີ່ສາມາດສຳຜັດໄດ້. ໂຄງການມອນຊູນ ເປັນໂຄງການຜະລິດໄຟຟ້າດ້ວຍພະລັງງານລົມທີ່ໃຫຍ່ກວ່າໝູ່ໃນອາຊີຕາເວັນອອກສ່ຽງໃຕ້. ກັງຫັນລົມ 133 ໜ່ວຍຕັ້ງຢູ່ເທິງສັນພູສູງ 1,000 ຫາ 2,200 ແມັດ, ແຕ່ລະປີຜະລິດໄຟຟ້າສີຂຽວໄດ້ 1 ຕື້ 720 ລ້ານກິໂລວັດໂມງ, ຫຼຸດການປ່ອຍກາກບອນ 1,560,000 ໂຕນ ຊຶ່ງເປັນການສ້າງເຕັກນິກດ້ານການຜະລິດໄຟຟ້າດ້ວຍພະລັງງານລົມໃຫ້ແກ່ລາວ ແລະ ເປັນການຕອບສະໜອງກັບການຂາດເຂີນພະລັງງານໄຟຟ້າຂອງອາຊີຕາເວັນອອກສ່ຽງໃຕ້ໃນລະດູແລ້ງ. ຄຸນຄ່າຂອງໂຄງການນີ້ບໍ່ໄດ້ຈຳກັດຢູ່ໃນການກໍ່ສ້າງເທົ່ານັ້ນ: ພະນັກງານທ້ອງຖິ່ນ 1,000 ກວ່າຄົນໄດ້ກາຍເປັນຊ່າງມືອາຊີບຜ່ານການຝຶກອົບຮົມຕ່າງໆ, ຢູ່ຕາມເສັ້ນທາງການກໍ່ສ້າງໂຄງການດັ່ງກ່າວໄດ້ຮັບການປັບປຸງຢ່າງຮອບຄອບເພື່ອຫຼີກລ່ຽງບໍ່ໃຫ້ສົ່ງຜົນກະທົບຕໍ່ສັດ ແລະ ພືດທີ່ຫາຍາກ 20 ກວ່າຊະນິດ. ໃນທີ່ສຸດກໍໄດ້ຮັບຜົນປະໂຫຍດໃນ 3 ດ້ານຄື: ການອະນຸລັກສິ່ງແວດລ້ອມນິເວດ, ການຫຼຸດການປ່ອຍກາກບອນ ແລະ ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ.

ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ບັນດາຝ່າຍຕ້ອງຢຶດ ໝັ້ນລັດທິຫຼາຍຝ່າຍຢ່າງແທ້ຈິງ. ການຮ່ວມມືແບບສີຂຽວລະຫວ່າງຈີນກັບອາຊຽນໃນຮອບ 10 ປີຜ່ານມາ ໄດ້ກາຍເປັນແບບຢ່າງຂອງການປະສານງານລະຫວ່າງບັນດາປະເທດເຂດໂລກໃຕ້. ສອງຝ່າຍບໍ່ພຽງແຕ່ໄດ້ສ້າງສາຍສົ່ງໄຟຟ້າຂ້າມຊາດ 16 ສາຍໃຫ້ສຳເລັດ, ສົ່ງພະລັງໄຟຟ້າຂ້າມຊາດຫຼາຍກວ່າ 75 ຕື້ກິໂລວັດໂມງ ແລະ ພະລັງງານໄຟຟ້າສີຂຽວຫຼາຍກວ່າ 90% ເທົ່ານັ້ນ, ຍິ່ງໄດ້ກຳນົດ 6 ຂົງເຂດການຮ່ວມມືໃຫຍ່ ເຊັ່ນ: ການຄ້າສີຂຽວ, ພະລັງງານໝູນວຽນ ແລະ ອື່ນໆໃນ “ອະນຸສັນຍາການຍົກລະດັບເຂດການຄ້າເສລີຈີນ-ອາຊຽນ 3.0” ແລະ ສ້າງກົນໄກຮອງຮັບມາດຕະຖານພະລັງງານໃໝ່ອີກດ້ວຍ ຊຶ່ວເຮັດໃຫ້ຕ່ອງໂສ້ອຸດສາຫະກຳສີຂຽວໄດ້ຮັບການພັດທະນາແບບຊ່ວຍຊູຍູ້ໜູນກັນຢ່າງມີປະສິດທິພາບສູງ.

ຫຼັກການ “ຄວາມຮັບຜິດຊອບຮ່ວມກັນແຕ່ມີຄວາມແຕກຕ່າງກັນ ແລະ ອີງຕາມຄວາມສາມາດຂອງໃຜລາວ” ແມ່ນຫຼັກການແກນກາງຂອງ “ສັນຍາປາຣີ” ໃນຖານະເປັນພື້ນຖານຂອງການຄຸ້ມຄອງດິນຟ້າອາກາດທົ່ວໂລກ. ຫຼັກການດັ່ງກ່າວຮຽກຮ້ອງໃຫ້ປະເທດທີ່ພັດທະນາແລ້ວ ແລະ ປະເທດກຳລັງພັດທະນາພິຈາລະນາເຖິງຄວາມແຕກຕ່າງກັນດ້ານການລະບາຍອາຍພິດເຮືອນແກ້ວໃນປະຫວັດສາດ ແລະ ຄວາມຮຽກຮ້ອງຕ້ອງການໃນໄລຍະການພັດທະນາຢ່າງເຕັມທີ່ ໃນຂະນະທີ່ຮັບຜິດຊອບຫຼຸດການລະບາຍອາຍພິດດັ່ງກ່າວ. ການຮ່ວມມືລະຫວ່າງຈີນ-ອາຊຽນໄດ້ຢຶດໝັ້ນອຸດົມການແຕ່ຫົວທີທີ່ມີຄວາມຍຸຕິທຳດ້ານດິນຟ້າອາກາດຢ່າງສະເໝີຕົ້ນສະເໝີປາຍ, ເຮັດໃຫ້ການຫັນປ່ຽນເປັນແບບສີຂຽວກາຍເປັນໂອກາດການພັດທະນາຮ່ວມກັນ, ຫາກບໍ່ແມ່ນການແບກຫາບແຕ່ຝ່າຍດຽວ. ປະເທດລາວປາຖະໜາຢາກກາຍເປັນ “ໝໍ້ໄຟແຫ່ງອາຊີຕາເວັນອອກສ່ຽງໃຕ້”, ຈີນບໍ່ພຽງແຕ່ໄດ້ຊ່ວຍເຫຼືອລາວສຸມໃສ່ຊຸກຍູ້ການກໍ່ສ້າງໂຄງການຜະລິດໄຟຟ້າດ້ວຍພະລັງງານລົມ ແລະ ເຂື່ອນໄຟຟ້ານ້ຳຕົກເທົ່ານັ້ນ, ຍິ່ງໄດ້ຊ່ວຍເຫຼືອປະຊາຊົນທ້ອງຖິ່ນຕ່າງໆຂອງລາວໃນດ້ານເຕັກໂນໂລຊີພະລັງງານສະອາດ ໂດຍຜ່ານການຝຶກອົບຮົມດ້ານເຕັກໂນໂລຊີທີ່ເປັນລະບົບ; ອາຊຽນໄດ້ສະເໜີເປົ້າໝາຍໃຫ້ພະລັງງານໝູນວຽນກວມເອົາຍອດປະລິມານພະລັງງານເຖິງ 45% ເມື່ອຮອດປີ 2030, ຈີນໄດ້ຫຼຸດຕົ້ນທຶນການຜະລິດອຸປະກອນຜະລິດໄຟຟ້າດ້ວຍພະລັງງານລົມ ແລະ ພະລັງງານແສງຕາເວັນໃຫ້ຕ່ຳລົງຢ່າງຫຼວງຫຼາຍ ໂດຍອີງໃສ່ເຕັກໂນໂລຊີທີ່ສຸກງອມ ເຮັດໃຫ້ປະເທດກຳລັງພັດທະນາສາມາດນຳໃຊ້ພະລັງງານສີຂຽວໄດ້ໃນລາຄາຖືກຢ່າງແທ້ຈິງ. ນັບມາຮອດເດືອນຕຸລາປີ 2025, ຈີນໄດ້ເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືໃຕ້-ໃຕ້ໃນຂົງເຂດການປ່ຽນແປງຂອງດິນຟ້າອາກາດ 55 ສະບັບກັບ 43 ປະເທດກຳລັງພັດທະນາ, ໄດ້ຊ່ວຍເຫຼືອປະເທດກຳລັງພັດທະນາຍົກລະດັບຄວາມສາມາດໃນການຄຸ້ມຄອງດິນຟ້າອາກາດ ໂດຍຜ່ານການສ້າງເຂດສາທິດກາກບອນຕ່ຳ, ປະຕິບັດໂຄງການຫຼຸດຜ່ອນ ຫຼື ປັບຕົວໃຫ້ເຂົ້າກັບການປ່ຽນແປງຂອງດິນຟ້າອາກາດ, ຈັດກອງປະຊຸມສຳມະນາແລກປ່ຽນ ແລະ ອື່ນໆ ຊຶ່ງໄດ້ຮັບການຍ້ອງຍໍຊົມເຊີຍຈາກປະຊາຄົມໂລກຢ່າງກວ້າງຂວາງ ໃນຂະນະທີ່ຊ່ວຍປັບປຸງຊີວິດການເປັນຢູ່ຂອງປະຊາຊົນປະເທດເຫຼົ່ານີ້ໃຫ້ສູງຂຶ້ນ.

10 ປີຮອບຕໍ່ໄປແມ່ນໄລຍະສຳຄັນຍິ່ງໃນການຄຸ້ມຄອງດິນຟ້າອາກາດ ໂດຍອີງຕາມ “ສັນຍາປາຣີ”. ໃນຂະບວນການຍາວນານທີ່ກ່ຽວຂ້ອງກັບຊາຕາກຳຂອງມວນມະນຸດ, ຈີນ ແລະ ອາຊຽນຈະສືບຕໍ່ລົງເລິກການຮ່ວມມືສີຂຽວດ້ວຍຈິດໃຈເປັນຄູ່ຮ່ວມມື, ມ້າງເພກຳແພງຕ່າງໆດ້ວຍການຊົມໃຊ້ເຕັກໂນໂລຊີຮ່ວມກັນ ແລະ ເຕົ້າໂຮມຄວາມເຫັນທີ່ເປັນເອກະພາບກັນດ້ວຍການກະທຳຕົວຈິງ. ຈີນຍິນດີຕ້ອນຮັບປະເທດຕ່າງໆເຂົ້າຮ່ວມການອອກເດີນທາງສີຂຽວບັ້ນນີ້ໃຫ້ຫຼາຍກວ່າເກົ່າ, ຢຶດໝັ້ນອຸດົມການແຕ່ຫົວທີຂອງ “ສັນຍາປາຣີ” ເພື່ອເຮັດໃຫ້ລັດສະໝີຂອງລັດທິຫຼາຍຝ່າຍຊີ້ທິດເຍືອງທາງໃຫ້ແກ່ການຄຸ້ມຄອງດິນຟ້າອາກາດ ແລະ ຮ່ວມກັນເຝົ້າຮັກສາໜ່ວຍໂລກສີຟ້າຂອງພວກເຮົາ.

ໂດຍ: ຊີອາໄອ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version