ງານມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫລື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ປິດລົງດ້ວຍຜົນສຳເລັດອັນຈົບງາມ ໃນວັນທີ 25 ພະຈິກ 2025 ນີ້, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາການນຳ, ອະດີດການນຳຂັ້ນສູງ ພັກ-ລັດ ຂັ້ນສູນກາງ ແລະ ທ້ອງຖິ່ນ, ພ້ອມດ້ວຍບັນດາຄະນະນຳນັກກິລາ, ຄູເຝິກ, ກຳມະການຕັດສິນ, ນັກກິລາ ແລະ ມວນຊົນ ຊາວນະຄອນຫຼວງວຽງຈັນ, ພ້ອມດ້ວຍແຂກທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ.

ໃນພິທີປີດງານມະຫະກຳກິລາແຫ່ງຊາດ ຄັ້ງນີີ້ ເລີ່ມຕົ້ນດ້ວຍການສະແດງສິລະປະ (ຟ້ອນ, ຮ້ອງເພງດ່ຽວ, ເພງລວມໝູ່, ເພງຄູ່ຍິງ-ຊາຍ ຈາກສິລະປິນ ທີ່ີມີຊື່ສຽງ ຂອງ ສປປ ລາວ), ຕໍ່ດ້ວຍຂະບວນສວນສະໜາມ ຂອງກ້ອນກຳລັງຕ່າງໆ ເປັນຕົ້ນ ຂະບວນປ້າຍຄຳຂວັນ, ເຄື່ອງໝາຍສັນຍາລັກງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII, ກ້ອນທຸງຊາດ, ທຸງກິລາ, ກ້ອນກຳລັງຂອງກຳມະການຕັດສິນ, ກ້ອນກຳລັງ ຄະນະນຳ, ຄູເຝິກ ແລະ ນັກກິລາ ຈາກພາກສ່ວນຕ່າງໆ. ຈາກນັ້ນ, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, ທັງເປັນປະທານຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ລາຍງານໃຫ້ຮູ້ວ່າ: ການຈັດການແຂ່ງຂັນນະຄອນຫຼວງວຽງຈັນເກມ ຄັ້ງນີ້, ໄດ້ຈັດແຂ່ງຂັນໃນ 33 ປະເພດກິລາ, ຊີງຫຼຽນທັງໝົດ 1.563 ຫຼຽນ. ໃນນີ້, ຫຼຽນຄໍາ 424 ຫຼຽນ, ຫຼຽນເງິນ 425 ຫຼຽນ ແລະ ຫຼຽນທອງ 631 ຫຼຽນ, ມີ 21 ພາກສ່ວນ ຈາກ 3 ກະຊວງ, ນະຄອນຫຼວງວຽງຈັນ ແລະ 17 ແຂວງ ໃນທົ່ວປະເທດ. ຜ່ານການແຂ່ງຂັນກິລາແຕ່ລະປະເພດ ອັນດັບທີ I ໄດ້ແກ່ ນະຄອນຫຼວງວຽງຈັນ ໄດ້ 109 ຫຼຽນຄໍາ, 91 ຫຼຽນເງິນ ແລະ 119 ຫຼຽນທອງ, ລວມທັງຫມົດ 319 ຫຼຽນ; ອັນດັບທີ II ໄດ້ແກ່ ກະຊວງປ້ອງກັນປະເທດ ໄດ້ 68 ຫຼຽນຄໍາ, 43 ຫຼຽນເງິນ ແລະ 57 ຫຼຽນທອງ, ລວມທັງໝົດ 168 ຫຼຽນ; ອັນດັບທີ III ໄດ້ແກ່ ແຂວງຄໍາມ່ວນ ໄດ້ 56 ຫຼຽນຄໍາ, 41 ຫຼຽນເງິນ ແລະ 77 ຫຼຽນທອງ, ລວມທັງໝົດ 174 ຫຼຽນ. ງານມະຫາກຳກິລາແຫ່ງຊາດຄັ້ງນີ້, ໄດ້ສ້າງຄວາມສາມັກຄີ ມິດຕະພາບ, ຄວາມເບີກບານມ່ວນຊື່ນ ໃຫ້ແກ່ປະຊາຊົນບັນດາເຜົ່າ ທັງເປັນການປຸກລະດົມຈິດໃຈ ຂອງປວງຊົນລາວ ກໍຄື ຊາວນະຄອນຫຼວງວຽງຈັນ ໃນການສ້າງຂະບວນການຮອບດ້ານ ເພື່ອຂໍ່ານັບຮັບຕ້ອນວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ ທີ່ຈະມາເຖິງ ອີກບໍ່ເທົ່າໃດວັນຂ້າງໜ້ານີ້, ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ, ທັງເປັນຂີດໝາຍແຫ່ງມະຫາສາມັກຄີຂອງປວງຊົນລາວ ເຊິ່ງມັນສະແດງອອກຂອງບັນດາແຂວງ ແລະ ກະຊວງ ທີ່ໄດ້ສົ່ງຄະນະນຳ, ຄູເຝິກ ແລະ ນັກກິລາເຂົ້າຮ່ວມທັງໝົດ 9.400 ກວ່າຄົນ ກໍຄື ການເຂົ້າຮ່ວມຊົມ, ຮ່ວມເຊຍ, ຮ່ວມພິທີເປີດ ແລະ ຮ່ວມພິທີປິດ, ມີມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.
ໂອກາດດັ່ງກ່າວນີ້, ທ່ານ ສອນໄຊ ສີພັນດອນ ໄດ້ກ່າວປິດງານມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຢ່າງເປັນທາງການ ໂດຍທ່ານໄດ້ຕາງໜ້າໃຫ້ລັດຖະບານລາວ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານຂອງຄະນະຮັບຜິດຊອບຈັດງານ, ຄະນະພັກ, ອໍານາດການປົກຄອງ, ພີ່ນ້ອງປະຊາຊົນບັນດາເຜົ່າ ຊາວນະຄອນຫຼວງວຽງຈັນ, ບັນດາທ່ານຄະນະນໍາກິລາທຸກພາກສ່ວນ, ຄູເຝິກ, ກຳມະການຕັດສິນ, ນັກກິລາ, ຜູ້ປະກອບການ ແລະ ພີ່ນ້ອງປະຊາຊົນລາວທຸກຊັ້ນຄົນ ທີ່ໄດ້ໃຫ້ການປະກອບສ່ວນ ເຂົ້າຮ່ວມຈັດງານ ເຮັດໃຫ້ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ຄັ້ງນີ້ ມີຜົນສໍາເລັດຕາມຈຸດປະສົງລະດັບຄາດໝາຍຢ່າງຈົບງາມ.
ພ້ອມກັນນັ້ນ, ທ່ານ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ມອບທຸງກິລາແຫ່ງຊາດ ໃຫ້ແຂວງຈຳປາສັກ ເປັນເຈົ້າພາບ ຈັດງານໃນຄັ້ງຕໍ່ໄປ ກໍຄື ຄັ້ງທີ XIII ຕາງໜ້າຮັບໂດຍ ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງ ແຂວງຈຳປາສັກ ເຊິ່ງງານມະຫະກຳກິລາແຫ່ງຊາດ ຄັ້ງທີ XIII ຈະຈັດຂຶ້ນໃນອີກ 3 ປີຂ້າງໜ້າ ໃນ 2028.
ໂອກາດດຽວກັນນີ້, ທ່ານ ອາລຸນໄຊ ສູນນະລາດ ໄດ້ສະແດງຄວາມຮູ້ສຶກເປັນກຽດທີ່ພັກ, ລັດຖະບານ ກໍຄື ກະຊວງສຶກສາທິການ ແລະ ກິລາ ໄດ້ມອບໃຫ້ແຂວງຈຳປາສັກ ເປັນເຈົ້າພາບ ຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XIII ເຊິ່ງຈະຈັດຂຶ້ນໃນປີ 2028. ພ້ອມທັງຢືນຢັນວ່າ: ຈະຕັ້ງໜ້າເພີ່ມທະວີເອົາໃຈໃສ່ຫ້າງຫາກະກຽມຄວາມພ້ອມດ້ານຕ່າງໆ ແລະ ຈະນຳເອົາບົດຮຽນທີ່ຖອດຖອນໄດ້ ໃນງານມະຫະກຳກິລາແຫ່ງຊາດຄັ້ງນີ້ ໄປເປັນບົດຮຽນ, ເປັນທິດທາງແຜນການ ແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດ ໂດຍສະເພາະແມ່ນ ການໂຄສະນາເຜີຍແຜ່ໃຫ້ພະນັກງານ, ທະຫານ-ຕໍາຫຼວດ ຕະຫຼອດຮອດປະຊາຊົນຊາວແຂວງຈຳປາສັກ ໄດ້ຮັບຮູ້ເຖິງຄວາມໝາຍຄວາມສຳຄັນ ຂອງການເປັນເຈົ້າພາບທີ່ດີ ໃນການຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XIII ທີ່ແຂວງຈຳປາສັກ ໄດ້ຮັບກຽດເປັນເຈົ້າພາບ ໃຫ້ປະສົບຜົນສຳເລັດຢ່າງຈົບງາມ ຕາມເປົ້າໝາຍທີ່ວາງໄວ້.