Home ຂ່າວກິລາ ແຂວງຈຳປາສັກ ຈະເປັນເຈົ້າພາບຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ 13 ໃນປີ 2028

ແຂວງຈຳປາສັກ ຈະເປັນເຈົ້າພາບຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ 13 ໃນປີ 2028

0

ໃນພິທີປີດມະຫາກຳກິລາແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນ ເກມ 2025 ໃນວັນທີ 25 ພະຈິກ 2025 ທີ່ສະໜາມກິລາແຫ່ງຊາດ​ ຫຼັກ 16, ທ່ານ ທອງສະລິດ ມັງໜໍ່ເມກ ຄະນະເລຂາທິການສູນກາງພັກ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ປະທານຮ່ວມຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ແລະ ທ່ານ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ ຮ່ວມພິທີມອບ-ຮັບທຸງກິລາແຫ່ງຊາດໃຫ້ແຂວງຈຳປາສັກ ເປັນເຈົ້າພາບງານມະຫະກຳກິລາແຫ່ງຊາດ ຄັ້ງທີ XIII ໂດຍທ່ານ ອາລຸນໄຊ ສູນນະລາດ ເລຂາພັກແຂວງ ຈຳປາສັກ ກ່າວຮັບ.

ໂອກາດນີ້, ທ່ານ ອາລຸນໄຊ ສູນນະລາດ ໄດ້ສະແດງຄວາມຮູ້ສຶກເປັນກຽດທີ່ພັກ, ລັດຖະບານ ກໍຄື ກະຊວງສຶກສາທິການ ແລະ ກິລາ ໄດ້ມອບໃຫ້ແຂວງຈຳປາສັກ ເປັນເຈົ້າພາບຈັດມະຫະກຳກິລາແຫ່ງຊາດ ຄັ້ງທີ XIII ຊຶ່ງຈະຈັດຂຶ້ນໃນປີ 2028. ພ້ອມທັງຢືນຢັນວ່າ: ຈະຕັ້ງໜ້າເພີ່ມທະວີເອົາໃຈໃສ່ຫ້າງຫາກະກຽມຄວາມພ້ອມດ້ານຕ່າງໆ ແລະ ຈະນຳເອົາບົດຮຽນທີ່ຖອດຖອນໄດ້ ໃນງານມະຫະກຳກິລາແຫ່ງຊາດຄັ້ງນີ້, ໄປເປັນບົດຮຽນ, ເປັນທິດທາງແຜນການ ແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດ ໂດຍສະເພາະແມ່ນການໂຄສະນາເຜີຍແຜ່ໃຫ້ພະນັກງານ, ທະຫານ-ຕໍາຫລວດ ຕະຫລອດຮອດປະຊາຊົນ ຊາວແຂວງຈຳປາສັກ ໄດ້ຮັບຮູ້ເຖິງຄວາມໝາຍຄວາມສຳຄັນ ຂອງການເປັນເຈົ້າພາບທີ່ດີ ໃນການຈັດມະຫະກຳກິລາແຫ່ງຊາດ ຄັ້ງທີ XIII ທີ່ແຂວງຈຳປາສັກ ໄດ້ຮັບກຽດເປັນເຈົ້າພາບ ໃຫ້ປະສົບຜົນສຳເລັດຢ່າງຈົບງາມຕາມເປົ້າໝາຍທີ່ວາງໄວ້.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version