ໃນວັນທີ 26 ພະຈິກ 2025 ນີ້, ຄະນະຜູ້ແທນກອງທັບປະຊາຊົນລາວ ນໍາໂດຍທ່ານ ພົນຕີ ກົງທອງ ສຸຂະວົງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ໄດ້ເຂົ້າຮ່ວມກອງປະຊຸມຜູ້ບັນຊາການທະຫານບົກອາຊຽນ (ACAMM) ຄັ້ງທີ 26 ທີ່ປະເທດສິງກະໂປ,ໂດຍການເປັນປະທານຂອງ ທ່ານ ພົນຕີ ໄກ ເດສ່ຽນ ຜູ້ບັນຊາການທະ ຫານບົກແຫ່ງກອງທັບສິງກະໂປ ແລະ ມີຜູ້ບັນຊາການທະ ຫານບົກຈາກກອງທັບ ບັນດາປະເທດສະມາຊິກອາຊຽນ ເຂົ້າຮ່ວມ.
ກອງປະຊຸມໃນຄັ້ງນີ້,ດໍາເນີນພາຍໃຕ້ຄໍາຂວັນ “ສ້າງການ ຮ່ວມມືຂອງພາກພື້ນໃນການຊ່ວຍ ເຫລືອດ້ານມະນຸດສະທໍາ ແລະ ບັນເທົາທຸກໄພພິບັດ”. ພາຍໃຕ້ຄໍາຂວັນດັ່ງກ່າວ, ຜູ້ບັນຊາການທະຫານບົກ ຂອງບັນດາປະເທດສະມາຊິກອາຊຽນ ໄດ້ແລກປ່ຽນຄໍາຄິດເຫັນກ່ຽວກັບຫລາຍວຽກງານທີ່ສໍາຄັນ ເຊັ່ນ: ການປັບຕົວເຂົ້າໃນການປ່ຽນແປງສະພາບດິນຟ້າອາກາດ, ການປະສານງານທີ່ມີປະສິດທິພາບ ແລະ ການປະສານສົມທົບ ລະຫວ່າງ ທະຫານ ແລະ ພົນລະ ເຮືອນ ແລະ ການນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ,ລວມທັງລະບົບດີຈິຕອນ ແລະ ເອໄອ, ເຂົ້າໃນການປະຕິບັດການຊ່ວຍເຫຼືອດ້ານມະນຸດສະທໍາ ແລະ ບັນເທົາທຸກໄພ ພິບັດ.
ກອງປະຊຸມ, ຍັງໄດ້ຮັບຮອງເອົາຖະແຫຼງການຮ່ວມຂອງກອງປະຊຸມຜູ້ບັນຊາການທະຫານບົກອາຊຽນ ຄັ້ງທີ 26 ວ່າດ້ວຍ “ສ້າງການຮ່ວມມືຂອງພາກພື້ນໃນການຊ່ວຍ ເຫຼືອດ້ານມະນຸດສະທໍາ ແລະ ບັນເທົາທຸກໄພພິບັດ”. ຖະ ແຫຼງການດັ່ງກ່າວ, ໄດ້ເນັ້ນໜັກ 3 ເນື້ອໃນຫລັກທີ່ສໍາຄັນ ຄື: ການສະແດງຄວາມໝາຍໝັ້ນຂອງທະຫານບົກອາຊຽນ ໃນການເສີມຂະຫຍາຍການຮ່ວມມື ເພື່ອສ້າງຄວາມສາ ມາດໃນການຊ່ວຍເຫຼືອດ້ານມະນຸດສະທໍາ ແລະ ບັນເທົາທຸກໄພພິບັດ ໂດຍຜ່ານການນໍາໃຊ້ເຕັກໂນໂລຊີທີ່ທັນສະ ໄໝ ເຂົ້າໃນການຝຶກຊ້ອມຮ່ວມ ແລະ ການປະຕິບັດໜ້າທີ່ວຽກງານຕົວຈິງ;ການປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ໂດຍຜ່ານບັນດາກົນໄກທີ່ນໍາພາຂອງອາຊຽນ ເພື່ອຫຼຸດຜ່ອນການທັບຊ້ອນ ແລະ ເພີ່ມທະວີການຮ່ວມມື ເພື່ອສ້າງຄວາມເຂັ້ມແຂງ ຂອງພາກພື້ນໃນວຽກງານການຊ່ວຍເຫຼືອ ດ້ານມະນຸດສະທໍາ ແລະ ບັນເທົາທຸກໄພພິບັດ; ການຍຶດໝັ້ນຕໍ່ການເຫັນດີ ເປັນເອກະພາບຂອງກອງປະ ຊຸມ ຜູ້ບັນຊາການທະຫານບົກອາຊຽນ ໃນການຈັດຕັ້ງປະຕິ ບັດບັນດາແນວຄວາມຄິດລິເລີ່ມ ແລະ ກິດຈະກໍາຕ່າງໆທີ່ກ່ຽວຂ້ອງ.
ໃນຕອນທ້າຍຂອງກອງປະຊຸມ, ທະຫານບົກສິງກະໂປ ໄດ້ມອບໂອນການເປັນປະທານກອງປະຊຸມຜູ້ບັນຊາການທະຫານບົກອາຊຽນ ຄັ້ງທີ 27 ໃຫ້ແກ່ທະຫານບົກມາເລ ເຊຍ ສືບຕໍ່ເປັນເຈົ້າພາບ ໃນປີ 2026.
