ງານມະຫາກໍາກິລາແຫ່ງຊາດລາວ ຄັ້ງທີ XII ທີ່ ນະ ຄອນຫຼວງວຽງຈັນເປັນເຈົ້າພາບໄດ້ເປີດຂຶ້ນຢ່າງເປັນທາງ ການໃນວັນທີ 15 ພະຈິກ 2025 ນີ້, ເປັນປະທານຈັດງານ ໂດຍທ່ານ ປອ. ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽຈັນ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ, ມີບັນດາທ່ານການນຳ ພັກ-ລັດ, ອະດີດ ການນຳພັກ- ລັດຂັ້ນສູນກາງ ແລະ ທ້ອງຖິ່ນ, ມີບັນດາທ່ານແຂກທີ່ມີກຽດ ທັງພາຍໃນ ແລະ ຕ່າງປະເທດ, ມີຄະນະນຳນັກກິລາ, ຄູຝຶກ, ກຳມະການຕັດສິນ, ນັກກິລາ, ພໍ່ແມ່ ປະຊາຊົນລາວບັນດາເຜົ່າເຂົ້າຮ່ວມ.

ທ່ານ ປອ. ອາດສະພັງທອງ ສີພັນດອນ ລາຍງານຕໍ່ພິທີໃນຄັ້ງນີ້ວ່າ: ງານມະຫາກຳກິລາແຫ່ງຊາດ ແມ່ນງານແຂ່ງຂັນກິລາ-ກາຍຍະກໍາ ເພື່ອສຸຂະພາບ, ມິດຕະພາບ ແລະ ເພື່ອການພັດທະນາກິລາ ໂດຍການຮ່ວມມືຂອງທົ່ວປວງຊົນໃນວົງຄະນະຍາດແຫ່ງຊາດ, ເຊິ່ງ ພັກ-ລັດຖະບານ ໄດ້ອະນຸຍາດໃຫ້ແຕ່ລະແຂວງຜັດປ່ຽນກັນເປັນເຈົ້າພາບ ຈັດຂຶ້ນເປັນຮອບວຽນ 3 ປີໃດ ຈັດຂຶ້ນ 1 ຄັ້ງ ແລະ ຄັ້ງຫຼ້າສຸດກ່ອນນີ້ ແມ່ນຄັ້ງທີ XI ຊຶ່ງແມ່ນແຂວງຊຽງຂວາງ ໄດ້ຮັບກຽດເປັນເຈົ້າພາບ ໃນທ້າຍປີ 2022, ຄັ້ງນີ້ ເປັນຄັ້ງທີ XII ຊຶ່ງນະຄອນຫຼວງວຽງຈັນ ໄດ້ຮັບກຽດເປັນເຈົ້າພາບ ຕາມການໝູນວຽນມອບໝາຍ, ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນີ້ ແມ່ນຈັດຂຶ້ນພາຍໃຕ້ຄໍາຂັວນ: ສາມັກຄີ ມີວິໄນ, ໂປ່ງໃສ, ໄດ້ການພັດທະນາ, ອໍານາດການປົກຄອງ ແລະ ປະຊາຊົນບັນດາເຜົ່າທົ່ວນະຄອນຫຼວງວຽງຈັນໄດ້ມີຄວາມປິຕິຊົມຊື່ນ, ຍິນດີ ແລະ ມີຄວາມກະຕືລືລົ້ນ ເພື່ອພ້ອມກັນເປັນເຈົ້າພາບງານມະຫະກຳກິລາແຫ່ງຊາດ ໃນຄັ້ງນີ້, ງານມະຫະກຳກິລາແຫ່ງຊາດຄັ້ງທີ XII ນີ້ ໄດ້ປະກອບມີ 33 ປະເພດກິລາແຂ່ງຂັນ, ມີຄະນະນໍາ, ນັກກິລາ, ຄູຝຶກ, ກໍາມະການຕັດສິນ, ນັກວິຊາການ ແລະ ເຈົ້າໜ້າທີ່ອື່ນໆລວມ 9.485 ທ່ານ. ໃນນັ້ນ, ສະເພາະນັກກິລາທີ່ລົງທະບຽນເຂົ້າແຂ່ງຂັນທັງໝົດ 4.065 ທ່ານ; ຊຶ່ງມາຈາກ 3 ກະຊວງ 17 ແຂວງ ແລະ ນະຄອນຫຼວງວຽງຈັນເຈົ້າພາບ ລວມເປັນ 21 ພາກສ່ວນ; ເພື່ອແຂ່ງຂັນຊີງເອົາຫຼຽນປະເພດຕ່າງໆ ທັງໝົດ 1.563 ຫຼຽນ,ໃນນັ້ນ ມີຫຼຽນຄໍາ 432 ຫຼຽນ, ຫຼຽນເງິນ 432 ຫຼຽນ ແລະ ຫຼຽນທອງ 699 ຫຼຽນ.
ໃນໂອກາດອັນສະຫງ່າລາສີນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຍັງໄດ້ໃຫ້ກຽດກ່າວເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ຢ່າງເປັນທາງການ. ນອກຈາກນີ້, ໃນພິທີເປີດງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XII ຍັງໄດ້ຮັບຊົມການສະແດງໂດດຈ້ອງຈາກກໍາລັງກອງບັນຊາການທະຫານອາກາດ ກອງທັບປະຊາຊົນລາວ, ການ ສະແດງສິລະປະວັນນະຄະດີ, ບົດເພງຮ້ອງ, ຂັບລໍາ, ບົດຟ້ອນຕ່າງໆ ຈາກນັກສະແດງທີ່ມີຊື່ສຽງຂອງປະເທດລາວ ແລະ ນັກສະແດງທີ່ມາຈາກບັນດາກະຊວງ, ສໍານັກງານອົງການອ້ອມຂ້າງສູນກາງ ແລະ ນ້ອງໆນັກຮຽນ-ນັກສຶກສາ ຈາກສະຖາບັນການຮຽນ-ການສຶກສາຕ່າງໆ ພາຍໃນນະຄອນຫຼວງ ທີ່ສະແດງໃຫ້ເຫັນເຖິງວັດທະນະທໍາ, ຮີດຄອງປະເພນີອັນດີງາມ ແລະ ຄວາມສາມັກຄີຂອງຄົນພາຍໃນຊາດ, ຮັບຊົມການເດີນສວນສະໜາມຂອງກ້ອນທັບນັກກິລາຈາກພາກສ່ວນຕ່າງໆທີ່ເຂົ້າຮ່ວມຊີງໄຊເປັນເຈົ້າຫຼຽນຄໍາ ໃນງານມະຫາກໍາກິລາແຫ່ງຊາດຄັ້ງນີ້ ແລະ ປິດທ້າຍດ້ວຍການຈູດດອກໄມ້ໄຟ ທີ່ສວາຍງົດງາມ ສ້າງຄວາມປະທັບໃຈໃຫ້ແກ່ຜູ້ທີ່ເຂົ້າຮ່ວມໃນພິທີເປັນຢ່າງຍິ່ງ.