ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ປະທານຄະນະກຳມາທິການຮ່ວມຝ່າຍລາວ ວ່າດ້ວຍການຮ່ວມມືສອງຝ່າຍລາວ-ກຳປູເຈຍ, ທ່ານ ປຣາກ ໂຊຄົນ ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ແຫ່ງຣາຊະອານາຈັກກໍາປູເຈຍ, ປະທານຄະນະກຳມາທິການຮ່ວມຝ່າຍກຳປູເຈຍ ວ່າດ້ວຍການຮ່ວມມືສອງຝ່າຍກຳປູເຈຍ-ລາວ ພ້ອມດ້ວຍຄະນະໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເປັນປະທານກອງປະຊຸມຄະນະກຳມາທິການຮ່ວມວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ກຳປູເຈຍ (JC) ຄັ້ງທີ 15 ທີ່ນະ ຄອນຫລວງວຽງຈັນ ສປປ ລາວ ໃນລະຫວ່າງວັນທີ 26-28 ພະຈິກ 2025.
ກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍລາວ-ກຳປູເຈຍ(JC) ຄັ້ງທີ 15 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 27 ພະຈິກ 2025 ທີ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC) ໂດຍການເປັນປະທານຮ່ວມຂອງ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ປະທານຄະນະກຳມາທິການຮ່ວມຝ່າຍລາວ ວ່າດ້ວຍການຮ່ວມມືສອງຝ່າຍລາວ-ກຳປູເຈຍ ແລະ ທ່ານ ປຣາກ ໂຊຄົນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະ ຊວງການຕ່າງປະເທດ ແລະ ຮ່ວມມືສາກົນແຫ່ງຣາຊະອານາຈັກກໍາປູເຈຍ, ປະທານຄະນະກຳມາທິການຮ່ວມຝ່າຍກຳປູເຈຍ ວ່າດ້ວຍການຮ່ວມມືສອງຝ່າຍກຳປູເຈຍ-ລາວ ໂດຍມີບັນດາຂະແໜງການທີ່ກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມ, ສອງຝ່າຍ ໄດ້ທົບທວນຄືນການຈັດຕັ້ງປະຕິບັດ ບົດບັນທຶກກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍລາວ-ກຳປູເຈຍ ຄັ້ງທີ 14 ທີ່ສອງຝ່າຍໄດ້ລົງນາມຮ່ວມກັນ ທີ່ນະຄອນຫລວງພະນົມເປັນ, ຣາຊະອານາຈັກ ກໍາປູເຈຍ ໃນປີ 2022 ຜ່ານມາ ໂດຍໄດ້ຕີລາຄາສູງ ແລະ ມີຄວາມຍິນດີ ທີ່ເຫັນວ່າ ການພົວພັນຮ່ວມມືລະຫວ່າງສອງປະເທດ ໄດ້ຮັບການຂະຫຍາຍຕົວ ແລະ ມີຜົນສຳເລັດເປັນກ້າວໆໃນຫລາຍຂົງເຂດ ອັນພົ້ນເດັ່ນ ແມ່ນດ້ານການເມືອງ-ຄວາມໝັ້ນຄົງ, ວັດທະນະທຳ-ສັງຄົມ, ເສດຖະກິດ-ການຄ້າ ແລະ ອື່ນໆ ໂດຍສະເພາະແມ່ນພາຍຫລັງການຍົກລະດັບສາຍພົວພັນທາງການທູດ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໝັ້ນຄົງ ແລະ ຍາວນານໃນປີ 2019 ຊຶ່ງໄດ້ກາຍເປັນພື້ນຖານອັນໜັກແໜ້ນທີ່ສຳຄັນ ຂອງສາຍພົວພັນທາງການທູດ ລະ ຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ກໍາປູເຈຍ. ໄປຄຽງຄູ່ກັນນັ້ນ, ສອງປະເທດ ຍັງໄດ້ສະໜັບສະໜູນເຊິ່ງກັນ ແລະ ກັນໃນເວທີພາກພື້ນ ແລະ ສາກົນ ເຊັ່ນ: ໃນຂອບອາຊຽນ, ອົງການສະຫະປະຊາຊາດ ແລະ ຂອບການຮ່ວມມືອື່ນໆ ຊຶ່ງໄດ້ສະທ້ອນໃຫ້ເຫັນເຖິງສາຍພົວພັນຂອງສອງປະເທດ ທີ່ພວມຈະເລີນງອກງາມ ແລະ ໄດ້ຮັບການເພີ່ມພູນຄູນສ້າງຢ່າງຕໍ່ເນື່ອງໃນຊຸມປີຜ່ານມາ.
ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດເຫັນ ເພື່ອສືບຕໍ່ຊຸກຍູ້ສົ່ງເສີມການພົວພັນຮ່ວມມືໃນດ້ານຕ່າງໆ ເປັນຕົ້ນ ແມ່ນການພົວພັນຮ່ວມມືທາງດ້ານການເມືອງ, ວຽກງານປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ, ວຽກງານຊາຍແດນ, ການສະກັດກັ້ນ ແລະ ປາບປາມຢາເສບຕິດ, ກະສິກຳ, ປ່າໄມ້, ການປະມົງ ແລະ ສິ່ງແວດລ້ອມ, ເສດຖະກິດ, ການຄ້າ ແລະ ການລົງທຶນ, ຄົມມະນາຄົມຂົນສົ່ງ, ພະ ລັງງານ, ການສຶກສາ, ວັດທະນະທໍາ-ສັງຄົມ, ການທ່ອງທ່ຽວ, ໄປສະນີ, ການສື່ສານ, ເຕັກໂນໂລຊີ, ແຮງງານ, ວິທະຍາສາດ, ນະວັດຕະກໍາ, ວຽກງານກວດກາລັດ, ສາທາລະນະສຸກ ແລະ ດ້ານອື່ນໆ. ພ້ອມນີ້, ສອງຝ່າຍ ເຫັນດີສືບຕໍ່ຊຸກຍູ້ການແລກປ່ຽນຢ້ຽມຢາມ ແລະ ພົບປະລະຫວ່າງການນໍາຂັ້ນສູງຂອງສອງປະເທດ, ບັນດາກະຊວງ, ຂະແໜງການກ່ຽວຂ້ອງ ແຕ່ສູນກາງຈົນເຖິງທ້ອງຖິ່ນ ແລະ ການໄປມາຫາສູ່ຂອງປະຊາຊົນສອງຊາດ ຢ່າງເປັນປະຈຳ ແນໃສ່ຊຸກຍູ້ການຮ່ວມມືໃນຂົງເຂດຕ່າງໆ ກໍຄື ການເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ລາວ-ກຳປູເຈຍ ລວມທັງການສືບຕໍ່ຊຸກຍູ້ການຈັດຕັ້ງຜັນຂະຫຍາຍ ແຜນປະຕິບັດງານການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ກໍາປູເຈຍ (Action Plan) ສົກປີ 2023-2027 ໃຫ້ເປັນຮູບປະທໍາຍິ່ງໆຂຶ້ນ. ນອກຈາກນັ້ນ, ສອງຝ່າຍຍັງເຫັນດີສືບຕໍ່ເພີ່ມທະວີການຮ່ວມມື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນຂອບການຮ່ວມມືອະນຸພາກພື້ນ, ພາກພື້ນ ແລະ ສາກົນ.
ໃນຕອນທ້າຍຂອງກອງປະຊຸມ, ສອງຝ່າຍໄດ້ຮ່ວມກັນລົງນາມຮັບຮອງເອົາບົດບັນທຶກກອງປະ ຊຸມຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍລາວ-ກຳປູເຈຍ ຄັ້ງທີ 15 ຊຶ່ງກວມເອົາ 21 ຂົງເຂດໃຫຍ່ຂອງການຮ່ວມມືສອງຝ່າຍ ແລະ 96 ຫົວຂໍ້ນ້ອຍ ເພື່ອເປັນບ່ອນອີງໃນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ກໍາປູເຈຍ ໃຫ້ຈະເລີນງອກງາມ ແລະ ແໜ້ນແຟ້ນຍິ່ງໆຂຶ້ນໃນຕໍ່ໜ້າ.
ກອງປະຊຸມຄັ້ງນີ້, ໄດ້ດຳເນີນໄປດ້ວຍບັນຍາກາດອັນສ້າງສັນ ເຕັມໄປດ້ວຍໄມຕີຈິດມິດຕະ ພາບ, ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນຢ່າງເລິກເຊິ່ງ ແລະ ໄດ້ບັນລຸຜົນສຳເລັດຢ່າງຈົບງາມ.