Home ຂ່າວການເມືອງ ກວດພົບໂຄງການລົງທຶນຂອງລັັດບໍ່ມີບົດປະເມີນຜົນກະທົບສິ່ງແວດລ້ອມ-ສັງຄົມ

ກວດພົບໂຄງການລົງທຶນຂອງລັັດບໍ່ມີບົດປະເມີນຜົນກະທົບສິ່ງແວດລ້ອມ-ສັງຄົມ

0

ອົງການກວດກາແຫ່ງລັດ ເຫັນວ່າໂຄງການລົງທຶນຂອງລັດ,ຄວາມເອົາໃຈໃສ່ຂອງເຈົ້າຂອງໂຄງການ ແລະ ບໍລິສັດຮັບເໝົາ ໃນການແກ້ໄຂບັນຫາຂໍ້ຄົງຄ້າງຕາມຜົນຂອງການກວດກາ ແຕ່ກໍຍັງເຫັນວ່າໃນການຈັດຕັ້ງປະຕິບັດໂຄງການຍັງບໍ່ມີບົດປະເມີນຜົນກະທົບສິ່ງແວດລ້ອມ-ສັງຄົມ.

ທ່ານ ຄໍາພັນ ພົມມະທັດ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ(2021-2025) ປະຈໍາປີ 2025 ແລະ ແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ປະຈໍາປີ 2026 ຂອງອົງການກວດກາແຫ່ງລັດ; ລາຍງານຜົນການກວດກາ ຕາມຜົນການກວດສອບ ປີ 2023 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 14ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ສົມມາດ ພົນເສນາຮອງປະທານສະພາແຫ່ງຊາດ.

ທ່ານ ຄໍາພັນ ພົມມະທັດ ລາຍງານວ່າ: ວຽກກວດກາການບໍລິຫານລັດໄດ້ດໍາເນີນການຕິດຕາມ, ກວດກາໂຄງການລົງທຶນຂອງລັດເລີ່ມແຕ່ຫົວທີລວມທັງໝົດ ຈໍານວນ 77 ໂຄງການ, ມູນຄ່າໂຄງການທັງໝົດ 188,101.63 ຕື້ກີບ, ເງິນໂດລາ 7.63 ລ້ານໂດລາ ແລະ ເງິນຢວນ 37.40 ຕື້ຢວນ; ໄດ້ຕິດຕາມ, ກວດກາ ສໍາເລັດແລ້ວ 6 ໂຄງການ, ຍັງສືບຕໍ່ຕິດຕາມ 71 ໂຄງການ.ສະເພາະປີ 2025 ໄດ້ເຄື່ອນໄຫວຕິດຕາມ, ກວດກາຈໍານວນ 25 ໂຄງການ; ຜົນການຕິດຕາມເຫັນໄດ້ຄວາມເອົາໃຈໃສ່ຂອງເຈົ້າຂອງໂຄງການ ແລະ ບໍລິສັດຮັບເໝົາ ໃນການແກ້ໄຂບັນຫາຂໍ້ຄົງຄ້າງຕາມຜົນຂອງການກວດກາເປັນຕົ້ນການປະກອບເອກະສານຄືນໃຫ້ຖືກຕ້ອງ, ການສະຫຼຸບບໍລິມາດວຽກໃຫ້ຖືກຕ້ອງກັບຕົວຈິງ ແລະ ການແກ້ໄຂບັນຫາອື່ນໆ.ແຕ່ກໍຍັງເຫັນວ່າໃນການຈັດຕັ້ງປະຕິບັດໂຄງການຍັງບໍ່ມີບົດປະເມີນຜົນກະທົບສິ່ງແວດລ້ອມ-ສັງຄົມ, ບໍ່ມີໃບມອບສິດນໍາໃຊ້ທີ່ດິນຂອງປະຊາຊົນ, ບໍ່ມີໃບຢັ້ງຢືນຮັບຮອງແບບແຕ້ມຈາກຂະແໜງການທີ່ກ່ຽວຂ້ອງ, ບໍ່ວາງເງິນຄໍ້າປະກັນສັນຍາ, ບໍ່ໄດ້ຈົດທະບຽນສານ, ບໍ່ໄດ້ໄລ່ລຽງຄ່າຊັບພະຍາກອນທຳມະຊາດ.ພ້ອມກັນນັ້ນ, ດ້ານງົບປະມານທີ່ມາຊຳລະໃຫ້ບໍລິສັດຮັບເໝົາ ໃນແຕ່ລະປີແມ່ນມີຈຳກັດ ເມື່ອທຽບກັບບໍລິມາດວຽກທີ່ສໍາເລັດຕົວຈິງເຮັດໃຫ້ຕົວເລກໜີ້ຄ້າງຊຳລະມີຈໍານວນຫຼວງຫຼາຍ ແລະ ບັນຫາອື່ນໆ.

ສໍາລັບໂຄງການທີ່ລັດສົມທົບທຶນ (ເປັນທຶນຈາກການກູ້ຢືມ ແລະ ຊ່ວຍເຫຼືອ) ການຈັດຕັ້ງປະຕິບັດໂຄງການ ແມ່ນອີງໃສ່ເງື່ອນໄຂຂອງຜູ້ໃຫ້ທຶນ ຫຼື ສັນຍາເປັນຫຼັກພົບເຫັນດັ່ງນີ້:ໂຄງການປັບປຸງ ແລະ ສ້ອມແປງທາງເລກທີ 13 ໃຕ້ ລວງຍາວ 275 ກິໂລແມັດ ມູນຄ່າ 1,180.39 ຕື້ກີບ ແບ່ງອອກເປັນ 2 ໄລຍະ ຄື: ຊ່ວງໄລຍະປັບປຸງ ແລະ ສ້ອມແປງແມ່ນນໍາໃຊ້ເງິນກູ້ຢືມຈາກ 3 ແຫຼ່ງທຶນ (ທະນາຄານ WB, AIIB ແລະ EIB); ໄລຍະບູລະນະຮັກສານໍາໃຊ້ເງິນກອງທຶນທາງຕະຫຼອດໄລຍະຄໍ້າປະກັນ 7 ປີ (ນັບຈາກການປັບປຸງ ແລະ ສ້ອມແປງສໍາເລັດ); ຜ່ານການຕິດຕາມກວດກາພົບເຫັນ1). ເຈົ້າຂອງໂຄງການມີພຽງສິດປະເມີນມູນຄ່າໂຄງການເບື້ອງຕົ້ນ ແລະ ຄຸ້ມຄອງການຈັດຕັ້ງປະຕິບັດໂຄງການໃຫ້ສໍາເລັດຕາມແຜນ, ແຕ່ບໍ່ມີສິດຢັ້ງຢືນບໍລິມາດ ແລະ ຄວບຄຸມດ້ານເຕັກນິກ ແລະ ທີ່ປຶກສາໂຄງການບໍ່ສາມາດປະຕິບັດສິດ, ພາລະບົດບາດ ຕາມກົດໝາຍວ່າດ້ວຍການກໍ່ສ້າງໄດ້ກຳນົດໄວ້;2). ການຊໍາລະສະສາງໃນຊ່ວງບູລະນະຮັກສາທີ່ນໍາໃຊ້ກອງທຶນທາງ ໃນຮູບແບບມອບເໝົາ ບໍ່ສອດຄ່ອງກັບກົດໝາຍການລົງທຶນຂອງລັດ;3). ກະຊວງການເງິນ ໄດ້ອອກຂໍ້ຕົກລົງເລກທີ 6447/ກງ, ລົງວັນທີ 28 ທັນວາ 2021 ອະນຸມັດໃຫ້ນໍາເຂົ້ານໍ້າມັນເຊື້ອໄຟຍົກເວັ້ນພາສີ-ອາກອນ ເຂົ້າມາຮັບໃຊ້ໂຄງການດັ່ງກ່າວ ມີນໍ້າມັນກາຊວນ 11.56 ລ້ານລິດ, ນໍ້າມັນແອັດຊັງ 40 ພັນລິດ ລວມມູນຄ່າຍົກເວັ້ນພາສີ-ອາກອນ 6.38 ລ້ານໂດລາ ຊຶ່ງເຫັນວ່າຂັດກັບແຈ້ງການ ເລກທີ 1152/ຫສນຍ.ກລຂ, ລົງວັນທີ 9 ສິງຫາ 2016 ໃຫ້ຢຸດເຊົາການຍົກເວັ້ນພາສີ-ອາກອນ ນໍາເຂົ້າສໍາລັບນໍ້າມັນເຊື້ອໄຟຂອງບັນດາໂຄງການຕ່າງໆໃນຂອບເຂດທົ່ວປະເທດ.

ຄຽງຄູ່ກັນນັ້ັັນ, ໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ ຫຼື ລົດເມດ່ວນ BRT ຊຶ່ງໂຄງການດັ່ງກ່າວ ໄດ້ລິເລີ່ມ ແຕ່ປີ 2014. ບັນຫາທີ່ພົບເຫັນ 1). ຄວາມຄືບໜ້າໂຄງການຖ້າທຽບໃສ່ແຜນການຊ້າກວ່າ ປະມານ 24 ເດືອນ (ລວມທຸກໜ້າວຽກປະຕິບັດໄດ້ 79.25%, ສໍາລັບວຽກໂຄງລ່າງພື້ນຖານ 5 ສັນຍາ ປະຕິບັດໄດ້ 85.35%); 2). ແບບແຕ້ມກໍ່ສ້າງຂອງໂຄງການຍັງບໍ່ໄດ້ຖືກຮັບຮອງຈາກທີ່ປຶກສາ ແລະ ພາກສ່ວນກ່ຽວຂ້ອງ; 3). ອຸປະກອນທີ່ຕິດຕັ້ງພາຍໃນລົດເມ, ສະຖານີລົດເມ ແລະ ອູ່ລົດເມ ຍັງບໍ່ໄດ້ຖືກຮັບຮອງຢັ້ງຢືນມາດຕະຖານຈາກຂະແໜງການກ່ຽວຂ້ອງ; 4). ການເບີກຈ່າຍຊໍາລະບໍ່ຜ່ານສິນເຊື່ອຂອງທະນາຄານ ແຫ່ງ ສປປ ລາວ ກໍານົດ; 5). ການວ່າຈ້າງທີ່ປຶກສາມູນຄ່າ 10,98 ລ້ານໂດລາ ເທົ່າກັບ 11% ເຫັນວ່າມູນຄ່າສູງທຽບໃສ່ດໍາລັບ 431/ລບ, ລົງວັນທີ 26 ພະຈິກ 2014 ໄດ້ກຳນົດບໍ່ເກີນ 2%

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version