ກ້ອນເດີນສວນສະໜາມກຳລັງກະຊວງ ປກສ ປະກອບສ່ວນເຂົ້າຮ່ວມພິທີສະເຫຼີມສະຫຼອງວັນຊາດ ຄົບຮອບ 50 ປີ ມີທັງໝົດ 6 ກ້ອນກໍາລັງ ຄື:ກ້ອນທຸງຊາດ-ທຸງພັກ,ກ້ອນ ທຸງໄຊ ປກສ, ກ້ອນກຳລັງຕຳຫຼວດ, ກ້ອນກຳລັງປ້ອງກັນເຄື່ອນທີ່, ກ້ອນກຳລັງປ້ອງກັນສູນກາງ ແລະ ກ້ອນກໍາລັງຕໍາຫຼວດຈະລາຈອນຍິງ ລວມກຳລັງພົນ ທັງໝົດ 926 ສະ ຫາຍ ຍິງ 145 ສະຫາຍ ແລະ ກ້ອນຢືນກຳລັງ ປກສ ເຊິ່ງເປັນກຳລັງທີ່ມາຈາກກົມກອງອ້ອມຂ້າງ ທັງໝົດ 400 ສະ ຫາຍ ຍິງ 200 ສະຫາຍ.
ກ້ອນກຳລັງ ປກສ 6 ກ້ອນ ທີ່ປະກອບສ່ວນເດີນສວນສະໜາມ ຄົບຮອບ 50 ປີ ມີເນື້ອໃນສຳຄັນ ຄື: 1.ກ້ອນທຸງຊາດ-ທຸງພັກ: ເປັນກ້ອນກ້າວເດີນເຂົ້າສູ່ໜ້າຜາມໄຊ ແມ່ນກ້ອນທຸງຊາດ-ທຸງພັກປະຊາຊົນ ປະຕິວັດລາວ, ກຳລັງປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບປະຊາຊົນລາວ ກ້າວເດີນດ້ວຍບາດກ້າວອັນໜັກແໜ້ນ ເຂັ້ມແຂງ,ເຊີດຊູຄັນທຸງຊາດ – ທຸງພັກ ປິວສະບັດຢ່າງສະຫງ່າຜ່າເຜີຍ ປຽບເໝືອນແປວ ໄຟແຫ່ງການປະຕິວັດຂອງປະເທດເຮົາ ທີ່ກຳລັງລຸກຂຶ້ນ ແລະເປັ່ງແສງແຮງກ້າສະຫວ່າງສະໄຫວ,ຊຶ່ງປະຊາຊົນລາວບັນດາເຜົ່າຜູ້ຮັກຊາດກຳລັງກ້າວເດີນໃຕ້ຮົ່ມທຸງຂອງຊາດ- ຂອງພັກ ປະຕິບັດ 2 ໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ນັບມື້ຈະເລີນ-ຮັ່ງ ມີ-ເຂັ້ມແຂງ ແລະ ກ້າວຂຶ້ນ ຢ່າງບໍ່ຢຸດ-ບໍ່ຢັ້ງ.

2. ກ້ອນທຸງໄຊປ້ອງກັນຄວາມສະຫງົບ: ເປັນກ້ອນກໍາລັງປ້ອງກັນຄວາມສະຫງົບ ໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 5 ເມສາ 1961, ທຸງໄຊປ້ອງກັນຄວາມສະຫງົບ ແມ່ນສະແດງເຖິງການເຕີບໃຫ່ຍ-ເຂັ້ມແຂງ ຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນລາວ ທີ່ມີທາດແທ້,ມູນເຊື້ອ,ສູ້ຮົບອັນອົງ ອາດກ້າຫານ ຊຶ່ງສາມາດຍາດໄດ້ຜົນງານ ແລະ ໄຊຊະນະ ອັນໃຫ່ຍຫຼວງຫຼາຍດ້ານ ໃນວຽກງານປ້ອງກັນຄວາມສະ ຫງົບທາງດ້ານການເມືອງ, ປ້ອງກັນສະກັດກັ້ນ ແລະ ທັບມ້າງເລ້ລ່ຽມ-ກົນອຸບາຍ-ການເຄື່ອນໄຫວ ຂອງບັນດາອິດທິກໍາລັງປໍລະປັກ, ກຸ່ມຄົນບໍ່ດີ, ເປົ້າໝາຍກໍ່ອາຊະຍາກໍາ ແລະ ປະກົດການຫຍໍ້ທໍ້ໃນສັງຄົມ ໄດ້ຢ່າງເດັດຂາດ, ເຂັ້ມງວດ, ທັນການ, ຮັບປະກັນໃຫ້ປະເທດຊາດ, ສັງຄົມມີຄວາມສະ ຫງົບ, ອົບອຸ່ນ-ປອດໄພ, ສ້າງເງື່ອນໄຂເອື້ອອໍານວຍຄວາມສະດວກ ໃຫ້ການສ້າງພັດທະນາເສດຖະກິດສັງຄົມກ້າວຂຶ້ນຕາມທິດສັງຄົມນີຍົມ.
3. ກ້ອນກໍາລັງປ້ອງກັນຄວາມສະຫງົບປະຊາຊົນ: ເປັນກ້ອນກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ແມ່ນກໍາລັງປະກອບອາວຸດ, ມາຈາກປະຊາຊົນ ,ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດ ຂອງປະຊາຊົນລາວບັນດາເຜົ່າ, ຊຶ່ງຢູ່ພາຍໃຕ້ການນໍາພາ-ຊີ້ນຳເດັດຂາດ,ໂດຍກົງຮອບດ້ານຂອງພັກປະຊາຊົນ ປະຕິວັດລາວ, ມີພາລະບົດບາດປົກປັກຮັກສາສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ກຳລັງປ້ອງກັນຄວາມສະຫງົບປະຊາຊົນ,ມີລະບົບກົງຈັກການຈັດຕັ້ງຄົບຊຸດ, ມີລະບອບແບບແຜນທີ່ທັນສະໄໝ, ມີລະ ບຽບວິໃນເຂັ້ມງວດ, ມີຄວາມຈົ່ງຮັກພັກດີຕໍ່ພັກ-ລັດ ແລະ ເຮັດສໍາເລັດໜ້າທີ່ການເມືອງອັນສູງສົ່ງ ທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້.
4. ກ້ອນກຳລັງຕຳຫຼວດຈະລາຈອນເພດຍິງ: ເປັນກ້ອນກໍາລັງຕໍາຫຼວດຈະລາຈອນເພດຍິງ ແມ່ນເຫຼົ່າຮົບວິຊາສະ ເພາະໜຶ່ງ ຂອງກໍາລັງປ້ອງກັນຄວາມສະຫງົບ,ມີພາລະບົດ ບາດ, ໜ້າທີ່ປົກປັກຮັກສາຄວາມສະຫງົບ, ຈັດສັນຄວາມເປັນລະບຽບຮຽບຮ້ອຍ, ລະບາຍການສັນຈອນ ແລະ ແກ້ ໄຂອຸບັດຕິເຫດຕາມທ້ອງຖະໜົນ, ເປີດທາງຮັບໃຊ້, ປ້ອງ ກັນ ໃຫ້ແກ່ຂະບວນແຫ່ຜູ້ນໍາຂັ້ນສູງ,ປະມຸກລັດ,ແຂກພາຍ ໃນ ແລະ ຕ່າງປະເທດ ທີ່ມາຢ້ຽມຢາມເຮັດວຽກ,ເຂົ້າຮ່ວມບັນດາກອງປະຊຸມ,ຕະຫຼອດຮອດປະຊາຊົນ,ທີ່ເຄື່ອນໄຫວສັນຈອນໄປ-ມາ ຕາມຖະໜົນ ໄດ້ສະດວກໂລ່ງລ່ຽນ ແລະ ຮັບປະກັນຄວາມປອດໄພ.
5. ກ້ອນກຳລັງປ້ອງກັນສູນກາງ: ເປັນກ້ອນກໍາລັງຕໍາຫຼວດປ້ອງກັນສູນກາງ ແມ່ນກໍາລັງປະກອບອາວຸດວິຊາສະ ເພາະໜຶ່ງທີ່ນອນຢູ່ໃນລະບົບການຈັດຕັ້ງຂອງກຳລັງປ້ອງ ກັນຄວາມສະຫງົບ ໄດ້ຮັບການສ້າງຕັ້ງ ຂຶ້ນໃນວັນທີ 11 ພະຈິກ 1961 ຢູ່ເຂດທີ່ໝັ້ນ ແຂວງຫົວພັນ, ມີພາລະບົດ ບາດເປັນເສນາທິການໃນການຄົ້ນຄວ້າ,ສ້າງແຜນປ້ອງກັນບັນດາກອງປະຊຸມລະດັບຊາດ, ລະດັບສາກົນ, ຜູ້ນໍາພັກ- ລັດ,ແຂກຂັ້ນສູງທັງພາຍໃນ ແລະຕ່າງປະເທດ,ບັນດາພິທີ ການ, ງານສໍາຄັນຕ່າງໆ ໃຫ້ມີຄວາມປອດໄພຮອບດ້ານ.
6. ກ້ອນກຳລັງປ້ອງກັນເຄື່ອນທີ່: ເປັນກ້ອນກໍາລັງຕໍາຫຼວດປ້ອງກັນເຄື່ອນທີ່ ແມ່ນມີຕົ້ນກໍາເນີດມາຈາກກອງພັນ 208 ຫຼື ກອງບັນຊາການ 208 ແລະ ເພື່ອໃຫ້ສອດ ຄ່ອງກັບໜ້າທີ່ການເມືອງໄລຍະໃໝ່ ຈຶ່ງໄດ້ປ່ຽນຊື່ມາເປັນກອງບັນຊາການປ້ອງກັນເຄື່ອນທີ່ ໃນປີ 2007. ກອງບັນ ຊາການປ້ອງກັນເຄື່ອນທີ່ ແມ່ນເຫຼົ່າຮົບວິຊາສະເພາະໜຶ່ງຂອງກະຊວງປ້ອງກັນຄວາມສະຫງົບ, ມີໜ້າທີ່ເປັນເສນາ ທິການໃນການຄົ້ນຄວ້າວາງແຜນປ້ອງກັນ, ສະກັດກັ້ນ-ຕີພິເສດ ຂອງກໍາລັງປ້ອງກັນຄວາມສະຫງົບ, ຊຶ່ງເປັນກຳລັງປະຈໍາການ-ປະຈັນບານ ກຽມພ້ອມຕະຫຼອດ 24 ຊົ່ວໂມງ ເພື່ອແກ້ໄຂສະພາບການ, ເຫດການ, ກໍລະນີສຸກເສີນທີ່ອາດຈະເກີດຂຶ້ນ, ເຂົ້າຮ່ວມ-ປະສານສົມທົບກັບເຫຼົ່າວິຊາສະເພາະກ່ຽວຂ້ອງ-ປິດລ້ອມ,ຊ່ວຍໜູນ,ຈັບກຸມເປົ້າໝາຍກໍ່ອາຊະຍາກໍາ ແລະ ເປົ້າໝາຍປະກົດການຫຍໍ້ທໍ້ອື່ນໆໃນສັງຄົມຢູ່ທຸກພື້ນທີ່ຢ່າງເດັດຂາດ, ທັນການ.
ການປະກອບສ່ວນຂອງບັນດາກ້ອນກຳລັງ ກະຊວງ ປກສ ທັງໝົດ 6 ກ້ອນ ແລະ ກ້ອນຢືນກຳລັງ ປກສ ໄດ້ມີ ການຝຶກຊ້ອມຕາມຄູຝຶກຫັດແອບຢ່າງຕັ້ງໜ້າ, ເຊິ່ງເລີ່ມປະຕິບັດນັບແຕ່ຕົ້ນເດືອນກັນຍາ ເປັນຕົ້ນມາໃນການຫັດແອບ,ມີທັງຂໍ້ສະດວກ ແລະ ດ້ານຫຍຸ້ງຍາກ ຄື:ຂໍ້ສະດວກ ໄດ້ຮັບການຊີ້ນໍາຢ່າງໃກ້ຊິດຕິດແທດຈາກຂັ້ນເທິງ ຢ່າງແທດເຖິງຕົວຈິງ.
ສ່ວນຂໍ້ຫຍຸ້ງຍາກ,ກ້ອນກໍາລັງ ປກສ ແມ່ນມາຈາກຫຼາຍກົມກອງ, ບຸກຄະນະລາກອນ ຈໍານວນໜຶ່ງ ແມ່ນປະສົບ ການໃນການຫັດແອບສວນສະໜາມບໍ່ທັນຫຼາຍ ຈຶ່ງເຮັດ ໃຫ້ການຝຶກຊ້ອມ ຕ້ອງໄດ້ໃຊ້ເວລາ ແລະ ຄວາມພະຍາມໃນການຝຶກຊ້ອມຫຼາຍກວ່າຜູ້ທີ່ເຄີຍຜ່ານການສວນສະ ໜາມມາແລ້ວ ເພື່ອໃຫ້ເຂົາເຈົ້າກຳໄດ້ເຕັກນິກພື້ນຖານຂອງການເດີນສວນສະໜາມ ໂດຍສະເພາະ ນໍາກຳລັງເຂົ້າມາຫັດແອບເລີ່ມແຕ່ຕົ້ນເດືອນກັນຍາ ເປັນຕົ້ນມາ, ໃນການຫັດແອບໄດ້ຈັດຕັ້ງຫັດແອບເຕັກນິກບຸກຄົນຄົງທີ່ ນັບແຕ່ຊ້າຍຫັນ,ຂວາຫັນ, ຢືນກົງ, ຢືນພັກ, ຂຶ້ນໜ້າ,ຖອຍຫຼັງ,ບຸກ ຄົນເຄື່ອນທີ່ ນັບແຕ່ຍໍ່າເທົ່າ, ໜ້າເດີນ, ແຖວຢຸດ ກ້າວໄປເຖິງເດີນສວນສະໜາມ, ການຫັດແອບການປະສານກ້ອນ, ຫັດແອບເດີນກົງສວນສະໜາມ ແລະ ສືບຕໍ່ປັບປຸງເຕັກນິກຈໍານວນໜຶ່ງທີ່ບໍ່ທັນສອດຄ່ອງໃຫ້ເໝາະສົມ.ນອກນັ້ນ, ການຫັດແອບປະສານລວບລວມກ້ອນກຳລັງ, ຫັດແອບເດີນກົງສວນສະໜາມ ແລະ ປັບປຸງແກ້ໄຂຂອດທີ່ຍັງບໍ່ ທັນສອດຄ່ອງ ເພື່ອໃຫ້ມີຄວາມເປັນເອກະພາບ,ເຂັ້ມແຂງ ແລະ ສວຍງາມ.
ອີກດ້ານໜຶ່ງ ສະພາບດິນຟ້າອາກາດ ບໍ່ເອື້ອຍອໍານວຍ, ບາງມື້ແດດຮ້ອນອົບເອົ້າ,ບາງມື້ຝົນຕົກ ເຊິ່ງສົ່ງຜົນກະທົບຕໍ່ສຸຂະພາບຂອງບຸກຄະລາກອນໃນກ້ອນກໍາລັງ, ບາງສະ ຫາຍເມົາແດດເປັນວິນ, ບາງສະຫາຍເຈັບຄໍ, ເຈັບກ້າມເນື້ອ ແລະອື່ນໆ ແຕ່ຄະນະຮັບຜິດຊອບກໍສາມາດແກ້ໄຂ ແລະ ຮັກສາໄດ້ດ້ານສຸຂະພາບ ຂອງບຸກຄະລາກອນ ໃນກ້ອນກຳລັງ.
ຜ່ານການຫັດແອບໄລຍະຜ່ານມາ ແມ່ນມີຄວາມພໍໃຈໃນຜົນສໍາເລັດຂອງການຫັດແອບຝຶກຊ້ອມ ເພື່ອຮັບປະກັນໃຫ້ແກ່ການເຂົ້າຮ່ວມເດີນຂະບວນສວນສະໜາມໃນພິທີສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ທີ່ຈະມາເຖິງນີ້ ໃຫ້ມີຄວາມເປັນເອກະພາບ,ເປັນລະ ບຽບ, ພ້ອມພຽງ, ສວຍງາມ ແລະ ໄດ້ຮັບຜົນສຳເລັດ.
ເນື່ອງໃນໂອກາດວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ ທີ່ຈະມາເຖິງນີ້ ຂໍອວຍພອນໄຊອັນປະເສີດ ໃຫ້ການນຳພັກ-ລັດ ຈົ່ງມີສຸຂະພາບເຂັ້ມແຂງ, ມີພາລະນາໄມສົມບູນ, ສືບຕໍ່ນຳພາ-ຊີ້ນຳປະເທດຊາດ ໃຫ້ຮຸ່ງເຮືອງສີວິໄລຂຶ້ນໄປເລື້ອຍໆ ໂດຍສະເພາະ ອວຍພອນແດ່ຄະນະນໍາກະຊວງ ປກສ ຈົ່ງມີສຸຂະພາບເຂັ້ມແຂງ,ສືບຕໍ່ຊີ້ນຳກໍາລັງ ປກສ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງໃນທຸກດ້ານ,ມີແບບແຜນທັນ ສະໄໝ ເພື່ອໃຫ້ມີຄວາມພ້ອມພຽງ,ສວຍສົດງົດງາມ ແລະ ເຂັ້ມແຂງ, ເປັນລະບຽງ ແລະ ພ້ອມພຽງ ໃຫ້ມີຄວາມຮັບ ປະກັນ 100% ໃຫ້ມື້ສວນສະໜາມຮັບໃຊ້ວັນຊາດຕົວຈິງ.