ໂດຍຕອບສະໜອງຕາມຄຳເຊື້ອເຊີນ ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນ ລະຍາ, ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ຄະນະບໍລິ ຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຂອງພັກ,ລັດ ແຫ່ງ ສສ.ຫວຽດນາມ ຈະຢ້ຽມຢາມລັດຖະກິດ ຢູ່ສາທາລະນະ ລັດ ປະຊາທິປະໄຕ ປະຊາຊົນລາວ ໃນລະຫວ່າງວັນທີ 1- 2 ທັນວາ 2025 ນີ້ ເພື່ອເປັນການເສີມຂະຫຍາຍສາຍພົວ ພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ,ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.
ພ້ອມນີ້, ໃນໂອກາດດັ່ງກ່າວ ສະຫາຍ ໂຕເລິມ ຍັງຈະໄດ້ ເຂົ້າຮ່ວມພິທີສະເຫຼີມສະຫຼອງ ວັນສະຖາປະນາ ສປປລາວ ຄົບຮອບ 50 ປີ ແລະ ເປັນປະທານຮ່ວມກອງປະຊຸມພົບປະຂັ້ນສູງ ລະຫວ່າງ ພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດຫວຽດນາມ ປະຈໍາປີ 2026.
