ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງ ຊາດ ຊຸດທີ IX ໄດ້ດຳເນີນມາແຕ່ ວັນທີ 10 ແລະ ສຳເລັດລົງ ໃນວັນທີ 21 ພະຈິກ 2025 ດ້ວຍຜົນສໍາເລັດຕາມຈຸດ ປະສົງລະດັບຄາດໝາຍທີ່ວາງໄວ້, ໂດຍການເປັນປະທານຂອງ ທ່ານ ປອ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ແລະ ເປັນກຽດເຂົ້າຮ່ວມໂດຍ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດ ລາວ ປະທານປະເທດ,ມີບັນດາທ່ານ ການນໍາຂັ້ນສູງ, ອະ ດີດການນໍາຂັ້ນສູງ ຂອງພັກ-ລັດ, ທ່ານນາຍົກລັດຖະ ມົນ ຕີ, ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະສະມາຊິກສະພາແຫ່ງຊາດເຂົ້າຮ່ວມ.
ທ່ານ ປອ ໄຊສົມພອນ ພົມວິຫານ ໄດ້ລາຍງານວ່າ: ກອງປະຊຸມຄັ້ງນີ້ ໄດ້ຕີລາຄາສູງທີ່ ສະມາຊິກສະພາແຫ່ງ ຊາດ, ສະມາຊິກລັດຖະບານ, ຜູ້ແທນກອງປະຊຸມ ຈາກພາກສ່ວນທີ່ກ່ຽວຂ້ອງ ໄດ້ພ້ອມກັນທຸ້ມເທເຫື່ອແຮງ,ສະຕິປັນຍາ ແລະ ເສີມຂະຫຍາຍສິດປະຊາທິປະໄຕ ເຂົ້າໃສ່ການພິຈາລະນາບັນຫາສໍາຄັນພື້ນຖານຂອງປະເທດຊາດ ຕາມພາລະບົດບາດຂອງສະພາແຫ່ງຊາດ ທີ່ກຳນົດໄວ້ໃນລັດຖະທໍາມະນູນ, ກົດໝາຍ ເຊິ່ງເປັນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ວຽກງານ ຕົວຈິງ ຂອງອົງການຈັດຕັ້ງລັດ ດ້ວຍການອອກເປັນມະຕິກອງປະຊຸມສະພາແຫ່ງຊາດ ຈຳນວນ 8 ສະບັບ ເພື່ອເປັນບ່ອນອີງໃຫ້ແກ່ລັດຖະບານ, ອົງການຈັດຕັ້ງທີ່ກ່ຽວຂ້ອງນໍາໄປຈັດຕັ້ງປະຕິບັດ ແນໃສ່ເຮັດໃຫ້ປະເທດຊາດ ມີການພັດທະນາຢ່າງຕໍ່ເນື່ອງ, ສືບຕໍ່ມີສະຖຽນລະພາບທາງການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ,ເສດຖະກິດສືບຕໍ່ຂະຫຍາຍ ຕົວ,ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການ ປັບປຸງໃຫ້ດີຂຶ້ນເທື່ອລະກ້າວ.

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງ ຊາດ ຊຸດທີ IX ໄດ້ພິຈາລະນາ, ຮັບຮອງເອົາເນື້ອໃນສໍາຄັນຈຳນວນໜຶ່ງ ດັ່ງນີ້:
1) ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍ ງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິ ບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025), ປະຈໍາປີ 2025; ການຈັດຕັ້ງປະ ຕິບັດແຜນງົບປະມານແຫ່ງລັດ 5 ປີ (2021-2025), ປະຈຳປີ 2025 ແລະ ແຜນເງິນຕາ ປະຈຳປີ 2025; ແຜນ ພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈຳປີ 2026; ການຕັດ ແກ້ງົບປະ ມານແຫ່ງລັດ ລາຍຮັບ-ລາຍຈ່າຍ ວິຊາການຂອງຂະແໜງການຂັ້ນສູນກາງ ແລະທ້ອງຖິ່ນ ປີ 2025 ແລະເງິນເກີນ ແຜນ ປີ 2024; ພິຈາລະນາຮ່າງທິດທາງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026- 2030).
2). ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າ ດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ – ການເງິນ ໃນໄລຍະ 5 ປີ (2021-2025) ແລະ ທິດທາງຕໍ່ໜ້າ.
3) ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍ ງານການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໃນໄລຍະ 5 ປີ (2021-2025) ແລະ ທິດທາງຕໍ່ໜ້າ ຊຶ່ງໄລຍະຜ່ານມາ ລັດຖະບານ ໄດ້ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍ ມະຕິຂອງກອງປະຊຸມສະພາແຫ່ງຊາດ ເຂົ້າໃນວຽກງານຕົວຈິງ ແລະ ມີຜົນສໍາເລັດໃນຫຼາຍດ້ານ; ກໍາລັງປ້ອງກັນຄວາມສະຫງົບ ໄດ້ດໍາເນີນການປາບປາມຂະບວນການຄ້າຂາຍ ຢາເສບຕິດປະເພດຕ່າງໆໄດ້ຢ່າງຫຼວງຫຼາຍ ແລະ ມີມາດຕະການແກ້ໄຂຢ່າງເດັດດ່ຽວ, ສາມາດປົກປ້ອງສັງຄົມ ຈາກໄພຂອງຢາເສບຕິດໄດ້ໃນລະດັບທີ່ແນ່ນອນ;
4) ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາ ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວ ວຽກງານ 5 ປີ (2021-2025), ປະຈໍາປີ 2025 ແລະ ຮ່າງແຜນການເຄື່ອນໄຫວວຽກງານປະຈຳປີ 2026 ຂອງອົງ ການກວດສອບແຫ່ງລັດ; ບົດລາຍງານຜົນການກວດສອບ ບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະ ມານແຫ່ງລັດ ປະຈຳປີ 2024 ຂອງອົງການກວດສອບແຫ່ງລັດ; ບົດລາຍງານການຈັດຕັ້ງປະຕິບັດແຜນການ ເຄື່ອນ ໄຫວວຽກງານ 5 ປີ (2021-2025), ປະຈຳປີ 2025 ແລະ ຮ່າງແຜນການເຄື່ອນໄຫວວຽກງານ ປະຈຳປີ 2026 ຂອງອົງ ການກວດກາແຫ່ງລັດ; ບົດລາຍງານຜົນການກວດກາ ຕາມຜົນການກວດສອບ ປີ 2023 ຂອງອົງການ ກວດກາແຫ່ງລັດ,
5) ກອງປະຊຸມໄດ້ ພິຈາລະນາ ແລະ ຮັບຮອງເອົາບົດລາຍ ງານ ຂອງສານປະຊາຊົນສູງສຸດ ແລະ ອົງການໄອຍະ ການປະຊາຊົນສູງສຸດ ກ່ຽວການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025 ແລະຮ່າງແຜນການເຄື່ອນໄຫວວຽກງານ ປະຈຳປີ 2026,
6) ກອງປະຊຸມໄດ້ພິຈາະນາ ແລະ ຮັບຮອງເອົາບົດລາຍ ງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກ ງານ 5 ປີ (2021-2025), ປະຈຳປີ 2025 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ວຽກງານຈຸດສຸມຮອດກອງປະຊຸມ ຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດ ຊຸດທີ X ເຊິ່ງກອງປະຊຸມໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການເຄື່ອນ ໄຫວຂອງສະພາແຫ່ງຊາດ, ສະພະປະຊາຊົນຂັ້ນແຂວງໃນຕະຫຼອດໄລຍະ 5 ປີ ຜ່ານມາ, ໂດຍສະເພາະ ໃນການປະຕິ ບັດ 3 ພາລະບົດບາດຂອງຕົນໄດ້ມີຄວາມສໍາເລັດຫຼາຍດ້ານ, ສະແດງເຖິງຄຸນນະພາບໃນການເຄື່ອນ ໄຫວຂອງສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນຂັ້ນແຂວງ ໄດ້ຮັບການຍົກສູງຂຶ້ນ, ປະຊາຊົນມີ ຄວາມສົນໃຈ ແລະ ຕິດຕາມການເຄື່ອນໄຫວຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງຫຼາຍຂຶ້ນ.
7) ກອງປະຊຸມ ໄດ້ຮັບຟັງທ່ານຮອງປະທານສະພາແຫ່ງ ຊາດ ເຜີຍແຜ່ມະຕິກົມການເມືອງສູນກາງພັກ ສະບັບເລກທີ 26/ກມສພ, ລົງວັນທີ 12 ກັນຍາ 2025 ກ່ຽວກັບການເພີ່ມທະວີການນໍາພາ-ຊີ້ນໍາ ຂອງອົງຄະ ນະພັກທຸກຂັ້ນ ຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ແລະ ສະເໜີຜົນງານການເຕີບໃຫຍ່ຂະຫຍາຍຕົວຂອງສະພາແຫ່ງຊາດ 50 ປີ ແລະ 5 ປີ ຂອງສະພາ ແຫ່ງຊາດ ຊຸດທີ IX ແລະສະພາປະຊາຊົນຂັ້ນແຂວງ; ຕາງໜ້າຄະນະກຳມະ ການເລືອກຕັ້ງລະດັບຊາດ ລາຍ ງານເບື້ອງຕົ້ນ ກ່ຽວກັບການກະກຽມ ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາ ປະຊາຊົນຂັ້ນແຂວງ ຊຸດທີ V; ສະເໜີໃຫ້ສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ ເປັນເຈົ້າການໃນການ ກະກຽມເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາແຫ່ງຊາດ ຊຸດທີ V ແລະ ກ້າວ ໄປເຖິງການດໍາເນີນກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ X ແລະ ຊຸດທີ V ໃນຕົ້ນປີ 2026 ນີ້.
ເນື່ອງໃນໂອກາດກຽມສະເຫຼີມສະຫຼອງວັນຄົບຮອບ 50 ປີຂອງສະພາແຫ່ງຊາດ, ສະພາແຫ່ງຊາດ ໄດ້ຈັດ ພິທີ ປະດັບຫຼຽນໄຊແຮງງານປະເພດຕ່າງໆ ໃຫ້ແກ່ສະພາປະຊາຊົນຂັ້ນແຂວງ ແລະ ສະມາຊິກສະພາແຫ່ງຊາດ ຊຸດ ທີ IX, ມອບຫຼຽນກາລະນຶກ 50 ປີ ວັນສ້າຕັ້ງສະພາແຫ່ງຊາດ ແລະ ຫຼຽນກາລະນຶກ 5 ປີ ຂອງສະພາແຫ່ງຊາດ ເພື່ອຢັ້ງຢືນການສໍາເລັດໜ້າທີ່ການເປັນສະມາຊິກສະພາແຫ່ງຊາດ ຊຸດທີ IX.
ກອງປະຊຸມໄດ້ຮັບຟັງການຊີ້ແຈງ ຕໍ່ຄຳຊັກຖາມ ຂອງທ່ານນາຍົກລັດຖະມົນຕີ, ບັນດານທ່ານໃນຄະນະ ລັດຖະບານ ທັງໝົດ 6 ທ່ານ ຊຶ່ງກອງປະຊຸມສະພາແຫ່ງຊາດ ໄດ້ເກັບກຳ, ສັງລວມເອົາບັນຫາເຄັ່ງຮ້ອນຂອງສັງຄົມ, ຄວາມຄິດຄວາມເຫັນຂອງ ປະຊາຊົນລາວບັນດາເຜົ່າ ແລະ ບັນດາການນໍາຂອງບັນດາກະຊວງ, ອົງການ ທີ່ກ່ຽວຂ້ອງ ໄດ້ຊີ້ແຈງ, ອະທິບາຍ ຢ່າງຈະແຈ້ງ, ຄົບຖ້ວນ ເພື່ອສ້າງຄວາມເຂົ້າໃຈ, ຄວາມຮັບຮູ້ ເຖິງສະພາບຕົວຈິງ, ບັນດາວຽກ ທີ່ລັດຖະບານພວມສຸມໃສ່ແກ້ໄຂໃນປັດຈຸບັນ;
ຜົນສຳເລັດຂອງກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ຄັ້ງນີ້ ແມ່ນໝາກຜົນລວມຍອດທາງສະຕິປັນຍາ, ສິດປະຊາທິປະໄຕ ກໍຄືຜົນຂອງການຍົກສູງຄວາມຮັບຜິດຊອບທາງການເມືອງຂອງ ບັນດາທ່ານສະມາຊິກສະພາແຫ່ງຊາດ, ການຕັດສິນໃຈສູງຂອງລັດຖະບານ, ອົງການລັດທີ່ກ່ຽວຂ້ອງ ທີ່ມີຄວາມພະ ຍາຍາມ ແລະ ມີມາດຕະການຕົວຈິງ ໃນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໃຫ້ຕົກໄປເທື່ອລະກ້າວ ເພື່ອສ້າງຄວາມເຊື່ອໝັ້ນຂອງປະຊາຊົນຕໍ່ການນໍາພາຂອງພັກ, ລັດຖະບານໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃຫ້ມີຄວາມໜັກແໜ້ນຂຶ້ນເລື້ອຍໆ.