Home ຂ່າວໜ້າໜຶ່ງ ຊ້ອມໂຮມຊຸມນຸມໃຫຍ່ເດີນສວນສະໜາມ ຄັ້ງທີ 2 ກຽມສະເຫຼີມສະຫຼອງວັນຊາດ ຄົບຮອບ 50 ປີ

ຊ້ອມໂຮມຊຸມນຸມໃຫຍ່ເດີນສວນສະໜາມ ຄັ້ງທີ 2 ກຽມສະເຫຼີມສະຫຼອງວັນຊາດ ຄົບຮອບ 50 ປີ

0

ການຝຶກຊ້ອມຄັ້ງທີ 2 ພິທີໂຮມຊຸມນຸມໃຫຍ່ ແລະ ເດີນ ສວນສະໜາມ ເພື່ອກະກຽມສະເຫຼີມສະຫຼອງວັນສະຖາ ປະນາ ສປປ ລາວ ຄົບຮອບ 50 ປີ ລະຫວ່າງ ກ້ອນກໍາລັງສວນສະໜາມຂອງສອງກໍາລັງ ປກຊ-ປກສ ຮ່ວມກັບ ກ້ອນກໍາລັງຍ່າງພາກລັດ ກໍຄື ອົງການຈັດຕັ້ງຕ່າງໆ ແລະ ບັນດາກະຊວງ ມີຂຶ້ນໃນຕອນເຊົ້າຂອງວັນທີ 21 ພະຈິກ 2025 ຢູ່ທີ່ເດີ່ນສະໜາມຫຼວງ ໂດຍມີການນໍາຂັ້ນສູງ, ມີຄະນະພັກ-ຄະນະການນໍາຈາກບັນດາອົງການຈັດຕັ້ງ, ກະ ຊວງ,ສູນກາງພັກ,ບັນດາອະນຸກໍາມະການ, ຄະນະຮັບຜິດ ຊອບຝຶກຊ້ອມ, ພາກສ່ວນທີ່ກ່ຽວຂ້ອງ, ກ້ອນກໍາລັງຍ່າງ ແລະ ບັນດາເຫຼົ່າຮົບກ້ອນກໍາລັງສວນສະໜາມ ປກຊ- ປກສ ເຂົ້າຮ່ວມ.

ການຝຶກຊ້ອມໃຫຍ່ ຄັ້ງທີ 2 ນີ້ ເປັນການຝຶກຊ້ອມປະ ສານໃຫຍ່ຂອງທຸກອົງການຈັດຕັ້ງ ເຊິ່ງມີທັງໝົດ 49 ກ້ອນ ນັບທັງກ້ອນສວນສະໜາມ ແລະ ກ້ອນຍ່າງ,ຜ່ານການຝຶກຊ້ອມແມ່ນມີຄວາມພ້ອມໃນລະດັບດີໂດຍພື້ນຖານ. ທັງນີ້, ກໍເພື່ອຮັບປະກັນຄວາມພ້ອມ ແລະ ຄວາມເປັນເອກະພາບໃນດ້ານຕ່າງໆ ໃຫ້ແກ່ການເຂົ້າຮ່ວມສວນສະໜາມສະ ເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (2 ທັນວາ 1975-2 ທັນວາ 2025) ທີ່ຈະມາເຖິງໃນມໍ່ໆນີ້ ໃຫ້ເຕັມໄປດ້ວຍຄວາມໝາຍຄວາມສໍາຄັນ, ມີບັນຍາຟົດຟື້ນ ແລະ ສະແດງໃຫ້ເຫັນການເຕີບໃຫຍ່ຂະຫຍາຍຕົວຂອງປະເທດຊາດ, ເພື່ອລະນຶກເຖິງວັນສໍາຄັນທາງປະ ຫວັດສາດຂອງຊາດ, ເອກອ້າງຜົນງານໃນການສ້າງສາ ແລະ ພັດທະນາປະເທດຊາດ ຕະຫຼອດໄລຍະ 50 ປີໃຫ້ແຂກພາຍໃນ ແລະ ຕ່າງປະເທດໄດ້ຮັບຊາບ ພ້ອມທັງຖື ເອົາໂອກາດນີ້ເຕົ້າໂຮມຄວາມສາມັກຄີປອງດອງຊາດ, ຂອງປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ໂດຍພາຍໃຕ້ການນຳພາຂອງພັກປະຊາຊົນ ປະຕິວັດລາວ ໃຫ້ເປັນປຶກ ແຜ່ນ, ສືບຕໍ່ປົກປັກຮັກສາ ແລະ ສ້າງສາພັດທະນາປະ ເທດຊາດຕາມທິດຊີ້ນໍາຂອງພັກວາງອອກ ໃຫ້ບັນລຸຕາມຈຸດປະສົງຄາດໝາຍ.

ຫຼັງຈາກສໍາເລັດການຝຶກຊ້ອມ, ບັນດາການນຳຂັ້ນສູງແຕ່ລະທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍມາຍັງທຸກພາກສ່ວນທີ່ເອົາໃຈໃສ່ຝຶກຊ້ອມ ແລະ ມີຄວາມອົດທົນພະຍາຍາມເຮັດໜ້າທີ່ຂອງຕົນແຕ່ລະວຽກງານໃນໄລຍະຜ່ານມາ ພ້ອມທັງເນັ້ນໜັກໃຫ້ບັນດາຄະນະຮັບຜິດຊອບແຕ່ລະພາກສ່ວນປັບປຸງບ່ອນທີ່ຍັງຄົງຄ້າງ ເປັນຕົ້ນແມ່ນ ຈັງຫວະທ່າທາງ, ສີໜ້າ, ໄລຍະຫາງແຕ່ລະກ້ອນ, ສຽງດົນຕີ, ສຽງເສບກັບສຽງພາກ, ສຽງພາກກັບແຕ່ລະກ້ອນຕ້ອງໃຫ້ທັນ ຫຼື ເຂົ້າກັນກັບກ້ອນນັ້ນໆ ແລະ ກໍານົດຈຸດແຕ່ລະໜ້າວຽກງານ ເປັນຕົ້ນ ຈຸດສື່ມວນຊົນ ແລະ ວຽກ ງານອື່ນໃຫ້ລະອຽດຊັດເຈນ ເພື່ອຮັບປະກັນຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມພ້ອມໃນມື້ຕົວຈິງ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version