ພິທີຂໍໄຟສັກສິດ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ຈັດຂຶ້ນໃນວັນທີ 14 ພະຈິກ 2025 ທີ່ພະທາດຫລວງວຽງຈັນ ໂດຍມີ ທ່ານ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫລວງວຽງຈັນ, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ, ປະທານຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII, ມີບັນດາການນໍາພັກ-ລັດ ຂັ້ນສູນກາງ, ທ້ອງຖິ່ນ ພໍ່ແມ່ປະຊາຊົນ, ພະນັກງານ, ທະຫານ-ຕຳຫລວດ ແລະ ມ່ວນຊົນເຂົ້າຮ່ວມ.

ໃນການຈັດພິທີຂໍໄຟສັກສິດ ແລະ ທວນໄຟສັກສິດ ຈາກພະທາດຫລວງທີ່ສັກສິດແຫ່ງນີ້ ເພື່ອໃຫ້ກາຍເປັນສັນຍາລັກແຫ່ງຄວາມສາມັກຄີ, ມິດຕະພາບອັນເປັນປຶກແຜ່ນ, ເປັນຈິດໜຶ່ງໃຈດຽວຂອງຄະນະນໍາກິລາ, ຄະນະນັກກິລາ ຈາກບັນດາກະຊວງ, ບັນດາແຂວງ ແລະ ນະຄອນຫລວງວຽງຈັນ ໃນຂອບເຂດທົ່ວປະເທດ. ພ້ອມກັນນີ້, ກໍເພື່ອພ້ອມກັນພັດທະນາວຽກງານກິລາ-ກາຍຍະກຳ ຊຶ່ງເປັນໜຶ່ງໃນ 5 ຫລັກມູນຂອງການສຶກສາແຫ່ງຊາດ ແລະ ສ້າງໃຫ້ໄດ້ນັກກິລາທີ່ດີເດັ່ນໃນວົງການກິລາ ກໍຄື ການສ້າງປະສົບການ ແລະ ຄວາມເຂັ້ມແຂງໃຫ້ນັກກິລາດ້ວຍຫລາຍສີສັນ, ໃຫ້ມີຄວາມອຸດົມສົມບູນ ເພື່ອສ້າງເງື່ອນໄຂຍົກລະດັບຄວາມສາມາດ ຂອງນັກກິລາ ໃຫ້ກາຍເປັນນັກກິລາລະດັບຊາດ ເພື່ອເຂົ້າຮ່ວມການແຂ່ງຂັນໃນລະດັບອະນຸພາກພື້ນ ແລະ ສາກົນ, ພ້ອມກັນນັ້ນ ກໍເພື່ອສືບຕໍ່ຊຸກຍູ້ ແລະ ພັດທະນາຂະບວນການກິລາລາວ ຢູ່ພາຍໃນປະເທດ ໃຫ້ມີຄວາມເຂັ້ມແຂງ ເປັນການສ້າງຂະບວນການຟົດຟື້ນ ແລະ ຕໍ່ເນື່ອງ, ສະນັ້ນ, ການຈັດມະຫະກຳກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫລວງວຽງຈັນ ເປັນເຈົ້າພາບໃນຄັ້ງນີ້ ໃຫ້ປະສົບຜົນສໍາເລັດຢ່າງມີຜົນສຳເລັດອັນຈົບງາມ.
ຫລັງຈາກນັ້ນ ກໍໄດ້ມີການແລ່ນທວນໄຟສັກສິດ ຊຶ່ງເລີ່ມຈາກທ່ານ ທອງສະລິດ ມັງໜໍ່ເມກ ນໍາພາຂະບວນແຫ່-ແລ່ນທວນໄຟ ໂດຍເລີ່ມຈາກຈຸດທີ 1 ແລ້ວມອບທວນໄຟໃຫ້ ທ່ານ ອານຸພາບ ຕຸນາລົມ ນໍາພາຂະບວນສືບຕໍ່ ຈາກຈຸດທີ 2 ແລະ ມອບຕໍ່ໃຫ້ ທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ນໍາພາຂະບວນສືບຕໍ່ ຈາກຈຸດທີ 3 ແລະ ມອບທວນໄຟໃຫ້ຂະບວນນັກກິລາ ສືບຕໍ່ແລ່ນຕາມເສັ້ນທາງທີ່ໄດ້ກຳນົດໄວ້ຕາມເສັ້ນທາງຖະໜົນກຳແພງເມືອງ-ຖະໜົນ 13 ໃຕ້ ເຂົ້າສູ່ສະໜາມກິລາແຫ່ງຊາດ ຫລັກ 16 ແລ້ວສົ່ງມອບທວນໄຟໃຫ້ທ່ານຮອງເຈົ້າຄອງນະຄອນຫລວງວຽງຈັນ ເພື່ອນໍາທວນໄຟໄປໄວ້ຫ້ອງເກັບຮັກສາ (ສະໜາມກິລາແຫ່ງຊາດ ຫລັກ 16).