Home ຂ່າວການເມືອງ ແຕ່ງຕັ້ງຄະນະກຳມະການເລືອກຕັ້ງລະດັບຊາດ ເພື່ອເລືອກຕັ້ງ ສສຊ-ສສຂ ຊຸດໃໝ່

ແຕ່ງຕັ້ງຄະນະກຳມະການເລືອກຕັ້ງລະດັບຊາດ ເພື່ອເລືອກຕັ້ງ ສສຊ-ສສຂ ຊຸດໃໝ່

0

ຄະນະກໍາມະການເລືອກຕັ້ງລະດັບຊາດ ສະພາແຫ່ງຊາດ ໄດ້ແຕ່ງຕັ້ງຄະນະກໍາມະການເລືອກຕັ້ງລະດັບຊາດ ເພື່ອເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ຊຶ່ງຄະນະກຳມະການເລືອກຕັ້ງລະດັບຊາດ ມີທັງໝົດ 21 ທ່ານ, ຍິງ 6 ທ່ານ, ມີຄະນະປະຈໍາການ 10 ທ່ານ, ຍິງ 2 ທ່ານ.

ທ່ານ ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ, ກໍາມະການຄະນະກໍາມະການເລືອກຕັ້ງລະດັບຊາດ, ຮອງຫົວໜ້າອະນຸກໍາມະການໂຄສະນາ, ປຸກລະດົມຂະບວນການ ແລະ ຍ້ອງຍໍ ຂອງຄະນະກໍາມະການເລືອກຕັ້ງລະດັບຊາດ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນ ໃນວັນທີ 28 ຕຸລາ 2025 ກ່ຽວກັບການແຕ່ງຕັ້ງຄະນະກໍາມະການເລືອກຕັ້ງລະດັບຊາດ ແລະ ຜົນສຳເລັດການດໍາເນີນກອງປະ ຊຸມຄັ້ງປະຖົມມະລືກ ຂອງຄະນະກໍາມະການເລືອກຕັ້ງລະດັບຊາດ ໂດຍມີເນື້ອໃນບາງຕອນວ່າ: ຄະ ນະປະຈໍາສະພາແຫ່ງຊາດ ໄດ້ອອກມະຕິ ສະບັບເລກທີ 277/ຄປຈ, ລົງວັນທີ 7 ຕຸລາ 2025 ວ່າດ້ວຍການແຕ່ງຕັ້ງຄະນະກໍາມະການເລືອກຕັ້ງລະດັບຊາດ ເພື່ອເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ແລະ ທ່ານປະທານປະເທດ ແຫ່ງ ສປປ ລາວ ໄດ້ອອກລັດຖະດໍາລັດ ສະບັບເລກທີ 172/ປປທ, ລົງວັນທີ 24 ຕຸລາ 2025 ວ່າດ້ວຍການປະກາດການແຕ່ງຕັ້ງ ຄະນະກໍາມະການເລືອກຕັ້ງລະດັບຊາດ ເພື່ອເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ຊຶ່ງຄະນະກຳມະການເລືອກຕັ້ງລະດັບຊາດ ມີທັງໝົດ 21 ທ່ານ, ຍິງ 6 ທ່ານ, ມີຄະນະປະຈໍາການ 10 ທ່ານ, ຍິງ 2 ທ່ານ. ໃນນັ້ນ, ຄະນະກຳມະການເລືອກຕັ້ງລະດັບຊາດ ແມ່ນ ທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສະພາ ແຫ່ງຊາດ ເປັນປະທານ, ທັງເປັນຫົວໜ້າຄະນະປະຈຳການ; ທ່ານ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ເປັນຮອງປະທານ, ທັງເປັນຮອງຫົວໜ້າຄະນະປະຈຳການ; ທ່ານ ພົນເອກ ວິໄລ ຫລ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ເປັນຮອງປະທານ, ທັງເປັນຮອງຫົວໜ້າຄະນະປະຈຳການ; ທ່ານ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ເປັນຮອງປະ ທານ, ທັງເປັນຮອງຫົວໜ້າຄະນະປະຈຳການ. ພ້ອມນີ້, ຍັງມີ ກຳມະການ ຄະນະກຳມະການເລືອກຕັ້ງລະດັບຊາດ ທັງໝົດ 17 ທ່ານ ແລະ ກຳມະການ ຄະນະປະຈໍາການ ທັງໝົດ 6 ທ່ານ.

ຄະນະກໍາມະການເລືອກຕັ້ງລະດັບຊາດ ແລະ ຄະນະປະຈໍາການດັ່ງກ່າວ, ມີສິດ ແລະ ໜ້າທີ່ນໍາພາ-ຊີ້ນໍາການຈັດຕັ້ງດຳເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ໃຫ້ຖືກຕ້ອງຕາມລັດຖະທໍາມະນູນ ແຫ່ງ ສປປ ລາວ, ກົດໝາຍ ແລະ ລະບຽບການເລືອກຕັ້ງ, ຮັບປະກັນໃຫ້ການເລືອກຕັ້ງບັນລຸຜົນສໍາເລັດຕາມຈຸດປະສົງ ແລະ ລະ ດັບຄາດໝາຍທີ່ກໍານົດໄວ້.

ໂອກາດນີ້, ທ່ານ ຈະເລີນ ເຍຍປາວເຮີ ຍັງໄດ້ຍົກໃຫ້ເຫັນ ຜົນສໍາເລັດການດໍາເນີນກອງປະຊຸມຄັ້ງປະຖົມມະລືກ ຂອງຄະນະກໍາມະການເລືອກຕັ້ງລະດັບຊາດ ຊຶ່ງໄດ້ດໍາເນີນກອງປະຊຸມຄົບຄະນະຄັ້ງປະຖົມມະລືກຂອງຕົນ ເພື່ອພິຈາລະນາ ແລະ ຕົກລົງວຽກງານສໍາຄັນທີ່ຈໍາເປັນ ແລະ ຮີບດ່ວນຈໍານວນໜຶ່ງ ໃນການກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V.

ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາ ຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V, ເປັນເຫດການປະຫວັດສາດທີ່ສໍາຄັນຍິ່ງໃນຊີວິດການເມືອງຂອງຊາດ ແລະ ຂອງປະຊາຊົນລາວບັນດາເຜົ່າ. ບັນຫາສໍາຄັນ ທີ່ມີລັກສະນະຕັດສິນຊີ້ຂາດ ຕໍ່ຜົນການເລືອກຕັ້ງເທື່ອນີ້, ພວກເຮົາຕ້ອງເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນພາຍໃນຊາດ, ພາຍໃນຊົນເຜົ່າ, ຕັດສິນໃຈສູ້ຊົນຜ່ານຜ່າສິ່ງທ້າທາຍທົດສອບຕ່າງໆ, ຮ່ວມແຮງຮ່ວມໃຈກັນ, ເປັນເຈົ້າການ ແລະ ຮັບຜິດຊອບສູງ ທັງປະສານສົມທົບກັນຢ່າງກົມກຽວ ເຮັດໃຫ້ການກະກຽມການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະ ພາປະຊາຊົນຂັ້ນແຂວງຊຸດໃໝ່ນີ້ ກາຍເປັນປາງບຸນໃຫຍ່ຂອງຊາດ, ຕິດແທດກັບສະພາບການຕົວຈິງຂອງປະເທດຊາດ ກໍຄື ແຕ່ລະທ້ອງຖິ່ນ ແລະ ມີຜົນສຳເລັດຕົວຈິງ, ເຮັດແນວໃດໃຫ້ສາມາດຮັບປະກັນການເສີມຂະຫຍາຍສິດປະຊາທິປະໄຕ ຂອງປະຊາຊົນລາວບັນດາເຜົ່າຢ່າງແຂງແຮງ, ເຕັມສ່ວນ, ກວ້າງ ຂວາງ, ທົ່ວເຖິງ ແລະ ເລິກເຊິ່ງ ເພື່ອເລືອກເຟັ້ນໃຫ້ໄດ້ຜູ້ສະໝັກຮັບເລືອກຕັ້ງທີ່ມີມາດຖານ ແລະ ເງື່ອນໄຂຢ່າງຄົບຖ້ວນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ມາປັນສະມາຊິກສະພາແຫ່ງຊາດ ແລະ ສະມາ ຊິກສະພາປະຊາຊົນຂັ້ນແຂວງ ເພື່ອເປັນຕົວແທນປະຊາຊົນລາວບັນດາເຜົ່າ ປະຕິບັດສິດອໍານາດຂອງປະຊາຊົນ ຢູ່ໃນອົງການອໍານາດແຫ່ງລັດ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາ ຂອງປະຊາຊົນລາວບັນດາເຜົ່າ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version