ຂປລ. ໃນວັນທີ 27 ຕຸລາ 2025, ທີ່ກົວລາລໍາເປີ, ມາເລເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ອັນໂຕນິໂອ ຄອດສ໌ຕາ ປະທານສະພາມົນຕີເອີຣົບ ແຫ່ງ ສະຫະພາບເອີຣົບ (ອີຢູ) ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26-28 ຕຸລາ 2025.
ໃນການພົບປະ, ຜູ້ນຳຂອງທັງສອງຝ່າຍ ລາວ ແລະ ສະຫະພາບເອີຣົບ ຕ່າງກໍສະແດງຄວາມປິຕິຍິນດີ ທີ່ໄດ້ພົບປະກັນໃນຄັ້ງນີ້, ຊຶ່ງເປັນຂີດໝາຍສຳຄັນປະກອບສ່ວນເຂົ້າໃນການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີທີ່ມີຢູ່. ພ້ອມນີ້, ສອງຝ່າຍ ກໍໄດ້ສະແດງຄວາມຍິນດີ, ຕີລາຄາສູງ ແລະ ຊົມເຊີຍເປັນຢ່າງຍິ່ງ ຕໍ່ການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ອີຢູ ໃນໄລຍະຜ່ານມາ, ຊຶ່ງຜູ້ນຳລາວ ແລະ ອີຢູ ໄດ້ແລກປ່ຽນການຢ້ຽມຢາມ ແລະ ພົບປະກັນປົກກະຕິ. ພິເສດ ໃນປີ 2025 ນີ້, ເປັນປີທີ່ມີຄວາມໝາຍສໍາຄັນ ທາງດ້ານປະຫວັດສາດແຫ່ງການສ້າງຕັ້ງສາຍພົວພັນການທູດລະຫວ່າງ ສປປ ລາວ ແລະ ອີຢູ ຄົບຮອບ 50 ປີ(21 ພະຈິກ 1975). ສອງຝ່າຍມີແຜນຈະຈັດງານສະເຫລີມສະຫລອງຮ່ວມກັນ ລວມທັງການກະກຽມກອງປະຊຸມຄະນະກຳມະທິການຮ່ວມ ລາວ-ອີຢູ ຄັ້ງທີ 12 ທີ່ ບຣຸກແຊນ, ຄັ້ງນີ້ຝ່າຍອີຢູ ຈະເປັນເຈົ້າພາບໃນປີ 2026 ເພື່ອທົບທວນຄືນຜົນການຈັດຕັ້ງປະຕິບັດ ວຽກງານຮ່ວມມືສອງຝ່າຍໃນຂົງການຕ່າງໆ ໃນໄລຍະຜ່ານມາ ແລະ ການວາງທິດທາງແຜນການຮ່ວມມືໃນຕໍ່ໜ້າ.

ພ້ອມນີ້, ຜູ້ນຳຂອງທັງສອງຝ່າຍ ລາວ ແລະ ສະຫະພາບເອີຣົບ ໄດ້ຢືນຢັນ ແລະ ສະແດງຄວາມມຸ່ງໝັ້ນນຳກັນວ່າ ຈະສືບຕໍ່ຮັກສາການພົວພັນແຫ່ງມິດຕະພາບ ແລະ ການຮ່ວມມືອັນດີງາມ ທັງໃນຂອບການຮ່ວມມືສອງຝ່າຍ ແລະ ຫລາຍຝ່າຍ. ພ້ອມກັນນີ້, ສອງຝ່າຍ ໄດ້ລົງເລິກປຶກສາຫາລືການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ອີຢູ ທີ່ໄດ້ຮັບຜົນສໍາເລັດໃນຫລາຍດ້ານ ແລະ ປຶກສາຫາລືຂົງເຂດທີ່ມີຄວາມສົນໃຈຮ່ວມກັນ ຄື: ການປ່ຽນແປງສະພາບດິນຟ້າອາກາດ, ພະລັງງານສະອາດ ແລະ ເສດຖະກິດສີຟ້າ, ການສຶກສາ, ການລົງທຶນ, ວຽກງານສາທາລະນະສຸກ ແລະ ເຫັນດີສືບຕໍ່ຮັດແໜ້ນການພົວພັນຮ່ວມມື ແລະ ສະໜັບສະໜູນ ເຊິ່ງກັນ ແລະ ກັນ ໃນຂອບຫລາຍຝ່າຍ ເປັນຕົ້ນ ໃນຂອບອາຊຽນ, ໃນປີ 2027 ນີ້ກໍຈະເປັນປີ ຄົບຮອບ 50 ປີ ແຫ່ງການພົວພັນ ອາຊຽນ-ອີຢູ. ນອກນີ້, ຍັງໄດ້ປຶກສາຫາລື ການສະໜັບສະໜູນ ສປປ ລາວ ໃນການເປັນປະທານກອງປະຊຸມທົບທວນຄືນ ຄັ້ງທີ 3 ຂອງສົນທິສັນຍາວ່າ ດ້ວຍການເກືອດຫ້າມລະເບີດລູກຫວ່ານ ຊຶ່ງຈະຈັດຂື້້ນໃນເດືອນກັນຍາ 2026 ທີ່ ນະຄອນຫລວງວຽງຈັນ ແລະ ການສະໜັບສະໜຸນ ສປປ ລາວ ອອກຈາກສະຖານະພາບ ປະເທດດ້ອຍພັດທະນາ ໃນປີ 2026.