—————————-
ໃນຕອນເຊົ້າວັນທີ 27 ຕຸລາ ນີ້ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ; ຄະນະຜູ້ແທນສະພາທິດສະດີສູນກາງພັກປະຊາຊົນ ປະຕິວັດລາວ ໄດ້ເຂົ້າຢ້ຽມຂໍ່ານັບສະຫາຍ ໂຕເລີມ ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ເນື່ອງໃນໂອກາດທີ່ຄະນະຜູ້ແທນສະພາທິດສະດີສູນກາງພັກ ຊຶ່ງນຳໂດຍ ສະຫາຍ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ສະຫາຍ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ພ້ອມດ້ວຍຄະນະ ໄດ້ເດີນທາງເຮັດວຽກ ແລະ ເຂົ້າຮ່ວມກອງປະຊຸມສຳມະນາທິດສະດີ ສອງພັກ ລາວ-ຫວຽດນາມ ຄັ້ງທີ XII ທີ່ ສສ ຫວຽດນາມ ເປັນເຈົ້າພາບຊຶ່ງຈັດຂຶ້ນທີ່ ນະຄອນດາໜັງ.
ໃນໂອກາດດັ່ງກ່າວ, ສະຫາຍ ກິແກ້ວ ໄຂຄໍາພິທູນ ໃນນາມ ຫົວໜ້າຄະນະຜູ້ແທນຝ່າຍລາວ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ສະຫາຍ ໂຕເລີມ ທີ່ສະຫຼະເວລາໃຫ້ກຽດຕ້ອນຮັບຄະນະຜູ້ແທນຝ່າຍລາວຢ່າງອົບອຸ່ນ ແລະ ສະໜິດສະໜົມຖານອ້າຍນ້ອງຮ່ວມອຸທອນດຽວກັນ ແລະ ຂໍຖືໂອກາດນີ້ນໍາເອົາຄວາມຢ້ຽມຢາມຖາມຂ່າວຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ມາຍັງສະຫາຍເລຂາທິການໃຫຍ່ ແລະ ບັນດາສະຫາຍການນໍາຂັ້ນສູງພັກ, ລັດ ສສ ຫວຽດນາມ. ພ້ອມດຽວກັນນັ້ນ ກໍໄດ້ລາຍງານແຈ້ງສະພາບການໂດຍຫຍໍ້ໃນການກະກຽມກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ; ສະພາບການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ແລະ ການສືບຕໍ່ຮ່ວມມືສອງຝ່າຍລາວ-ຫວຽດນາມ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ມີຄວາມໜັກແໜ້ນ ແລະ ກ້າວສູ່ລວງເລິກໃນທຸກຂົງເຂດ ຢ່າງບໍ່ຢຸດຢັ້ງ; ການຮ່ວມມືດ້ານການເມືອງສືບຕໍ່ມີຄວາມໜັກແໜ້ນ, ສ້າງໄດ້ຄວາມໄວ້ເນື້ອເຊື່ອໃຈຊຶ່ງກັນ ແລະ ກັນໃນລະດັບສູງ; ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ ນັບມື້ນັບໄດ້ຮັບການເສີມຂະຫຍາຍຢ່າງມີປະສິດທິຜົນ; ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ເຕັກໂນໂລຊີ, ວັດທະນະທໍາ-ສັງຄົມ ແລະ ສຶກສາ ນັບມື້ນັບໄດ້ຮັບການເພີ່ມທະວີ; ການພົວພັນຮ່ວມມື ລະຫວ່າງ ທ້ອງຖິ່ນຂອງສອງປະເທດ ນັບມື້ນັບຂະຫຍາຍຕົວເຂົ້າສູ່ລວງເລິກ ແລະ ນໍາຜົນປະໂຫຍດຕົວຈິງມາສູ່ປະຊາຊົນ ສອງຊາດພວກເຮົາ.

ໃນຕອນທ້າຍ, ສະຫາຍຫົວໜ້າຄະນະຜູ້ແທນຝ່າຍລາວ ໄດ້ສະແດງຄວາມຂອບໃຈຕໍ່ສະຫາຍ ໂຕເລີມ ທີ່ໄດ້ມີຄໍາເຫັນຊີ້ນໍາ ແລະ ມີຄໍາເວົ້າອັນຈົບງາມ ຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ.