ການທູດ ແມ່ນປ້ອມດ່ານໜ້າ ທີ່ນັກການທູດຕ້ອງຈື່ໄວ້ວ່າ ການທູດແມ່ນການປ້ອງກັນ ຊາດດ່ານທຳອິດຂອງສະໜາມຮົບທີ່ບໍ່ມີສຽງປືນ. ການທູດມີບົດບາດສໍາຄັນໃນການປູທາງ ຫລື ການເຊື່ອມໂຍງ ໃຫ້ແກ່ການພົວພັນທາງດ້ານການເມືອງ, ເສດຖະ ກິດ ແລະ ວັດທະນະທຳ-ສັງຄົມ, ຖ້າວຽກງານການທູດມີຄວາມຮັກແພງ ເຊື່ອໝັ້ນເຊິ່ງກັນ ແລະ ກັນ ກໍສາມາດເຮັດໃຫ້ການພົວພັນໃນຂອບການຮ່ວມມືອື່ນໆມີຄວາມໂລ່ງລຽນສະດວກສະບາຍ.
ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນໂອກາດສະເຫລີມສະຫລອງຄົບຮອບ 80 ປີ ວັນການທູດລາວ ເມື່ອບໍ່ດົນມານີ້ວ່າ: ການທູດ ມີບົດ ບາດໃນການເປີດກວ້າງປະເທດ ເພື່ອເພີ່ມມິດຫລຸດຜ່ອນສັດຕູ, ອຳນວຍຄວາມສະດວກໃນການຂະ ຫຍາຍ, ການພົວພັນອອກສູ່ພາຍນອກ ແລະ ຍົກລະດັບການພົວພັນໃຫ້ສູງຂຶ້ນໄປເລື່ອຍໆ ໂດຍຍຶດໝັ້ນແນວທາງການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມືຢ່າງສະເໝີຕົ້ນສະເໝີປາຍ, ການເຄື່ອນໄຫວວຽກງານການຕ່າງປະເທດ ແລະ ການເຄື່ອນໄຫວການທູດ ແມ່ນມີບົດ ບາດສຳຄັນໃນການເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ເປີດກວ້າງການພົວພັນຮ່ວມມືກັບບັນດາປະ ເທດໃກ້ຄຽງ ກໍຄື ບັນດາປະເທດສະມາຊິກອາຊຽນ, ປະເທດເພື່ອນມິດໃນໂລກ. ໃນ 5 ປີຜ່ານມາ ເຫັນໄດ້ວ່າ ບົດບາດວຽກງານການທູດແມ່ນພົ້ນເດັ່ນທີ່ສຸດ ທີ່ຈະເປັນອັນກຳນົດທ່າທີການຮ່ວມມືທີ່ຈະເຮັດໃຫ້ ສປປ ລາວ ມີຈຸດຢືນໃນເວທີສາກົນໄດ້ຢ່າງໜັກແໜ້ນ ແລະ ບໍ່ໂດດດ່ຽວ, ການເຄື່ອນໄຫວວຽກງານການທູດ ແມ່ນລ້ວນແລ້ວແຕ່ມີຄວາມເອົາໃຈໃສ່, ເປັນເຈົ້າການເພີ່ມທະວີການພົວພັນຮ່ວມມື ກັບບັນດາປະເທດເພື່ອນມິດຍຸດທະສາດ, ຍົກລະດັບການພົວພັນຮ່ວມມື ໃຫ້ກ້າວຂຶ້ນສູ່ລະດັບສູງໃໝ່ ແລະ ມີປະສິດທິຜົນສູງກວ່າເກົ່າ.
ໃນໂອກາດນີ້, ທ່ານ ສົມສະຫວາດ ເລັ່ງສະຫວັດ ຍັງເນັ້ນໃຫ້ບັນດານັກການທູດ ກຳແໜ້ນທິດສະດີມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ ແລະ ແນວທາງການຕ່າງປະເທດຂອງພັກ ຢ່າງເປັນລະບົບ; ຕ້ອງມີຄຸນສົມບັດສິນທຳປະຕິວັດ, ມີຄວາມຫ້າວຫັນ, ໜັກແໜ້ນ ທຸນທ່ຽງ ບໍ່ສວຍໃຊ້ອຳ ນາດໜ້າທີ່ຂອງຕົນ ໃນການຊອກຫາຜົນປະໂຫຍດສ່ວນຕົວ; ເພີ່ມທະວີການປະສານງານໃຫ້ໂລ່ງລ່ຽນ ລະຫວ່າງກະຊວງການຕ່າງປະເທດ ແລະ ກະຊວງ, ຂະແໜງການພາຍໃນ ເພື່ອຮັບປະກັນໃນການເຊື່ອມໂຍງລະຫວ່າງນະໂຍບາຍການຕ່າງປະເທດ ແລະ ຍຸດທະສາດການພັດທະນາແຫ່ງຊາດ ໃຫ້ສົ່ງເ ສີມເຊິ່ງກັນ ແລະ ກັນ, ອັນສໍາຄັນແມ່ນການສ້າງກົນໄກການປະສານງານທີ່ວ່ອງໄວ, ຮັບປະກັນ, ມີປະສິດທິພາບ ແລະ ປະສິດທິຜົນ.
ສຳລັບ ວຽກງານໃນຕໍ່ໜ້າ ການເສີມສ້າງການພົວພັນ ກັບບັນດາເພື່ອນມິດຍຸດທະສາດຮ່ວມອຸດົມການ ຕ້ອງໃຫ້ມີແຜນ ແລະ ເວລາຄັກແນ່ວ່າ ຈະສຸມໃສ່ດ້ານໃດ ໂດຍສະເພາະການຍົກລະດັບການຮ່ວມມືແບບພິເສດ ລາວ-ຫວຽດນາມ ວ່າ: ໃນ 5 ປີຕໍ່ໜ້າ ຈະເຮັດຫຍັງ ແລະ ອັນໃດແມ່ນບຸລິ ມະສິດພິເສດ; ການພັດທະນາຄູ່ຮ່ວມຊາຕາກຳ ລາວ-ຈີນ ແມ່ນການພັດທະນາໃຫ້ມີຄຸນະພາບອັນໃໝ່ ໂດຍຕ້ອງເບິ່ງວ່າສິ່ງທີ່ເຮົາມີທ່າແຮງ ບວກກັບສິ່ງທີ່ກຳລັງເປັນທີ່ຕ້ອງການ ຂອງການຮັກສາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ຕ້ອງມີຄວາມດຸ່ນດ່ຽງ, ເໝາະສົມ ແລະ ຖືກຕ້ອງທີ່ສຸດ. ສ່ວນວຽກງານການທູດເສດຖະກິດ ຕ້ອງເຜີຍແຜ່ນິຕິກຳທີ່ກ່ຽວຂ້ອງກັບວຽກງານການທູດ ເພື່ອສົ່ງເສີມເສດຖະກິດໃຫ້ກວ້າງຂວາງ ແລະ ເລິກເຊິ່ງ, ສ້າງກົນໄກການປະສານງານຢ່າງເປັນລະບົບ ແລະ ມີຖານຂໍ້ມູນທີ່ເຊື່ອຖື ແລະ ຮັບປະກັນຄວາມປອດໄພ ແລະ ຕ້ອງທັນສະໄໝ ເຂົ້າເຖິງໄດ້ງ່າຍຢ່າງມີປະສິດທິພາບ. ສຳຄັນແມ່ນການສະໜອງຂໍ້ມູນ ດ້ານການຄ້າການລົງທຶນທີ່ເປັນບຸລິມະສິດຂອງ ສປປ ລາວ ທີ່ນອນຢູ່ໃນເປົ້າໝາຍການສົ່ງເສີມການພັດທະນາ ໃຫ້ສາມາດເຂົ້າເຖິງ ແລະ ເປັນຂໍ້ມູນເປີດກວ້າງ ໃຫ້ແກ່ຜູ້ໄປເຄື່ອນໄຫວວຽກງານການທູດຕົວຈິງ ຈຶ່ງຈະເປັນທັງຄູ່ມືແນະນຳ, ເປັນທັງອາວຸດ ແລະ ເປັນທັງເຄື່ອງມື ຊ່ວຍໃຫ້ການເຄື່ອນໄຫວເປັນຂະບວນ ແລະ ເອກະພາບ ຈຶ່ງຈະສາມາດເຮັດໃຫ້ຜົນການເຄື່ອນໄຫວການທູດເສດຖະກິດ ປະສົບຜົນສຳເລັດ ແລະ ຍືນຍົງສືບໄປ.