ໃນວັນທີ 18-19 ກັນຍາ 2025 ນີ້, ຄະນະຜູ້ແທນ ສປປ ລາວ ນຳໂດຍ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ພ້ອມດ້ວຍຄະນະທີ່ຕາງໜ້າໃຫ້ບັນດາກະຊວງ, ຂະແໜງການກ່ຽວຂ້ອງ ເຂົ້າຮ່ວມການທົບທວນບົດລາຍງານແຫ່ງຊາດ ສະບັບທຳອິດພາຍໃຕ້ສົນທິສັນຍາວ່າດ້ວຍສິດທິທາງດ້ານເສດຖະກິດ, ສັງຄົມ ແລະ ວັດທະນະທໍາ ໃນກອງປະຊຸມ ຄັ້ງທີ 78 ຂອງຄະນະກຳມະການ ສປຊ ວ່າດ້ວຍ ສິດທິທາງດ້ານເສດຖະກິດສັງຄົມ ແລະ ວັດທະນະທໍາ ທີ່ເຊີແນວ, ປະເທດສະວິດ.

ໃນກອງປະຊຸມດັ່ງກ່າວ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າຄະນະຜູ້ແທນ ສປປ ລາວ ໄດ້ສະເໜີໂດຍຫຍໍ້ກ່ຽວກັບເນື້ອໃນບົດລາຍງານແຫ່ງຊາດ ສະບັບທໍາອິດຂອງ ສປປ ລາວ ໂດຍເນັ້ນເຖິງຜົນສໍາເລັດໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9, ອັດຕາການຂະຫຍາຍຕົວທາງດ້ານເສດຖະກິດມີຄວາມໝັ້ນທ່ຽງ, ຄວາມທຸກຍາກຂອງປະຊາຊົນສືບຕໍ່ໄດ້ຮັບການແກ້ໄຂ ແລະ ຫລຸດລົງຢ່າງຕໍ່ເນື່ອງ, ສ້າງເງື່ອນໄຂໃນການດໍາລົງຊີວິດ ແລະ ການຊົມໃຊ້ສິດທິດ້ານເສດຖະກິດ, ສັງຄົມ ແລະ ວັດທະນະທໍາຂອງ ປະຊາຊົນລາວບັນດາເຜົ່າ ໄດ້ຮັບການປັບປຸງໃຫ້ດີຂຶ້ນ ແລະ ເສີມຂະຫຍາຍຢ່າງຕໍ່ເນື່ອງ. ນອກນັ້ນ, ຍັງຍົກໃຫ້ເຫັນເຖິງຄວາມຄືບໜ້າໃນການປະຕິຮູບກົງຈັກບໍລິຫານລັດ ຂັ້ນສູນກາງ ແລະ ທ້ອງຖິ່ນ ໃຫ້ກະທັດຮັດ ແລະ ມີປະສິດທິຜົນຫລາຍຂຶ້ນ; ການປັບປຸງລັດຖະທໍາມະນູນ ແລະ ກົດໝາຍທີ່ກ່ຽວຂ້ອງ; ການກະກຽມຄວາມພ້ອມເພື່ອຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາໃນອະນາຄົດ, ລວມທັງ ການຮັບຮອງເອົານະໂຍບາຍວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່; ການຮ່ວມມືກັບກົນໄກດ້ານສິດທິມະນຸດສາກົນ ແລະ ພາກພື້ນ. ນອກນັ້ນ, ຍັງໄດ້ຍົກໃຫ້ເຫັນບັນດາຂໍ້ຈໍາກັດ ແລະ ສິ່ງທ້າທາຍຕ່າງໆທີ່ ສປປ ລາວ ຕ້ອງໄດ້ສືບຕໍ່ແກ້ໄຂ ໂດຍສະເພາະຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19, ການປ່ຽນແປງສະພາບດິນຟ້າອາກາດ, ໄພພິບັດທາງທໍາມະຊາດ, ຂໍ້ຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ຜົນກະທົບຈາກລະເບີດບໍ່ທັນແຕກທີ່ຕົກຄ້າງໃນປາງສົງຄາມ. ຄຽງຄູ່ກັນນັ້ນ, ທ່ານຮອງລັດຖະມົນຕີ ໄດ້ຢືນຢັນຄືນຄໍາໝາຍໝັ້ນຂອງລັດຖະບານ ສປປ ລາວ ໃນການສົ່ງເສີມ ແລະ ປົກປ້ອງບັນດາສິດທິຕ່າງໆ ໂດຍພາຍໃຕ້ສົນທິສັນຍາສາກົນທີ່ ສປປ ລາວ ເປັນພາຄີ ໂດຍ ສອດຄ່ອງກັບລັດຖະທໍາມະນູນ, ກົດໝາຍພາຍໃນທີ່ກ່ຽວຂ້ອງ ແລະ ບຸລິມະສິດດ້ານການພັດທະນາໃນແຕ່ລະໄລຍະ ຂອງ ສປປ ລາວ.
ຈາກນັ້ນ, ຄະນະຜູ້ແທນ ສປປ ລາວ ໄດ້ສືບຕໍ່ສົນທະນາ ແລະ ຊີ້ແຈງອະທິບາຍຕໍ່ບັນດາຄໍາຖາມເຈາະຈີ້ມ ທີ່ຄະນະກໍາມະການໄດ້ຍົກຂຶ້ນທີ່ກ່ຽວຂ້ອງກັບສິດທິດ້ານຕ່າງໆທີ່ໄດ້ກໍານົດໄວ້ໃນສົນທິສັນຍາ, ລວມທັງການສຶກສາ, ສາທາລະນະສຸກ, ແຮງງານ, ການປົກປ້ອງທາງສັງຄົມ, ຄວາມສະເໝີພາບບົດບາດຍິງ-ຊາຍ, ສິດທິຂອງແມ່ຍິງ, ເດັກ ນ້ອຍ ແລະ ກຸ່ມຄົນດ້ອຍໂອກາດຕ່າງໆ, ການເຂົ້າຮ່ວມຊີວິດວັດທະນະທຳ ແລະ ໄດ້ຮັບຜົນປະໂຫຍດຈາກຄວາມກ້າວໜ້າທາງດ້ານວິທະຍາສາດ ແລະ ບັນຫາທີ່ປິ່ນອ້ອມອື່ນໆ.
ພາຍຫລັງສໍາເລັດການທົບທວນບົດລາຍງານແຫ່ງຊາດດັ່ງກ່າວນີ້, ຄະນະກໍາມະການວ່າດ້ວຍສິດທິທາງດ້ານເສດຖະກິດ, ສັງຄົມ ແລະ ວັດທະນະທໍາ ຈະສົ່ງຄໍາເຫັນມ້ວນທ້າຍ (Concluding Observations) ໃຫ້ ສປປ ລາວ ໃນວັນທີ 6 ຕຸລາ 2025 ເພື່ອນໍາໄປພິຈາລະນາຈັດຕັ້ງປະຕິບັດ ແລະ ລາຍງານຄວາມຄືບໜ້າໃນຮອບວຽນຕໍ່ໄປ.
ສປປ ລາວ ເປັນພາຄີສົນທິສັນຍາວ່າດ້ວຍສິດທິທາງດ້ານເສດຖະກິດ, ສັງຄົມ ແລະ ວັດທະນະທໍາ ໃນວັນທີ 13 ກຸມພາ 2007, ໄດ້ສົ່ງບົດລາຍງານແຫ່ງຊາດ ສະບັບທໍາອິດພາຍໃຕ້ສົນທິສັນຍາດັ່ງກ່າວ ໃນເດືອນສິງ ຫາ 2022 ແລະ ໄດ້ສົ່ງບົດຕອບຄຳຖາມເຈາະຈີ້ມຂອງຄະນະກຳມະການ ສປຊ ວ່າດ້ວຍສິດທິທາງດ້ານເສດຖະກິດ, ສັງຄົມ ແລະ ວັດທະນະທໍາ ແລະ ສປປ ລາວ ໃນເດືອນຕຸລາ 2024.