Home ສຶກສາ ນຳສະເໜີ 2 ວິດີໂອ ແຜນໂຄສະນາການສຶກສາຄັ້ງທຳອິດ

ນຳສະເໜີ 2 ວິດີໂອ ແຜນໂຄສະນາການສຶກສາຄັ້ງທຳອິດ

0

ໃນໂອກາດວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 31 ປີ ກະຊວງສຶກສາທິການ ແລະ ກິລາ (ສສກ) ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ ໄດ້ນຳສະເໜີ 2 ວິດີໂອທຳອິດ ຂອງແຜນໂຄສະນາການສຶກສາຄັ້ງທຳອິດ ແນໃສ່ຫັນປ່ຽນທັດສະນະຄະຕິດ້ານສຶກສາໃນທົ່ວປະເທດ ໃນວັນທີ 3 ຕຸລາ 2025 ຢູ່ນະຄອນຫລວງວຽງຈັນ.

ແຜນໂຄສະນາດັ່ງກ່າວ, ຈະຊ່ວຍແກ້ໄຂສິ່ງທ້າທາຍອັນຮີບດ່ວນຂອງການຫລຸດລົງ ຂອງອັດຕາການເຂົ້າຮຽນ ແລະ ຄວາມສົງໄສກ່ຽວກັບຄຸນຄ່າການສຶກສາ ຂອງພໍ່-ແມ່ຜູ້ປົກຄອງ ແລະ ນັກຮຽນ ໂດຍຜ່ານ 4 ບົດເລື່ອງ ຂອງແຜນໂຄສະນາ ເຊິ່ງຈະບອກເລື່ອງຈິງ ທີ່ມີຈຸດປະສົງເພື່ອສ້າງແຮງບັນດານໃຈໃຫ້ນັກຮຽນ ສືບຕໍ່ການສຶກສາຂອງເຂົາເຈົ້າ ຮັບປະກັນຜົນປະໂຫຍດຂອງພໍ່-ແມ່ຕະຫລອດຊີວິດ ແລະ ສັນລະເສີນການອຸທິດຕົນຂອງຄູ. ສອງວິດີໂອດັ່ງກ່າວ, ຈະຖືກອອກອາກາດທົ່ວປະເທດທາງໂທລະ ພາບ, ສົ່ງອອກທາງສື່ສັງຄົມອອນລາຍ ແລະ ນຳໃຊ້ເຂົ້າໃນການເຜີຍແຜ່ຕໍ່ຊຸມຊົນ. ໃນປັດຈຸບັນ ສສກ ກໍາລັງຜະລິດວິດີໂອອີກສອງເລື່ອງ ຄາດວ່າຈະສຳເລັດໃນທ້າຍປີນີ້.

ໃນໂອກາດນີ້, ທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງ ສສກ ໄດ້ກ່າວວ່າ: ການພັດທະນາແຜນໂຄສະນາຄັ້ງນີ້, ແນໃສ່ເພື່ອແກ້ໄຂສິ່ງທ້າທາຍອັນຮີບດ່ວນ ລວມທັງການຫລຸດລົງຂອງການເຂົ້າຮຽນຂອງນັກຮຽນ ແລະ ບັນຫາສຳຄັນຂອງການຊຸກຍູ້ ແຜນໂຄສະນາສົ່ງເສີມການສຶກສາດັ່ງກ່າວ, ແມ່ນເປັນຂີດໝາຍສໍາຄັນໃນການຫັນປ່ຽນ ແນວຄິດກ່ຽວກັບການສຶກສາ ທີ່ຖືກຮັບຮູ້ ແລະ ຄຸນຄ່າຂອງການສຶກສາໃນ ສປປ ລາວ ໂດຍການເຊີດຊູ ບົດບາດຄູ ແລະ ຄູເປັນແຮງບັນດານໃຈໃຫ້ແກ່ນັກຮຽນ ແລະ ຜູ້ປົກຄອງ. ແຜນໂຄສະນານີ້, ຍັງຈະເສີມຂະຫຍາຍຄໍາໝັ້ນສັນຍາຮ່ວມກັນ ຂອງພວກເຮົາໃນການສຶກສາ ທີ່ເປັນພື້ນຖານຂອງການພັດທະນາປະເທດ ຊາດ.

ທ່ານ ນາງ ເບັນນິຕາ ຊຳເມີວິວ ຮອງເອກອັກຄະລັດຖະທູດ ອົດສະຕຣາລີ ໄດ້ກ່າວວ່າ: ລັດຖະບານອົດສະຕຣາລີ ມີຄວາມພູມໃຈທີ່ໄດ້ໃຫ້ການສະໜັບສະໜູນ ສິ່ງທີ່ເປັນບູລິມະສິດຂອງກະຊວງ ສສກ ບໍ່ພຽງແຕ່ໃນການພັດທະນາຫລັກສູດ ແລະ ປັບປຸງຄຸນນະພາບການສອນເທົ່ານັ້ນ ແຕ່ຍັງເປັນການຫັນປ່ຽນແນວຄວາມຄິດດ້ານການສຶກສາ ໃຫ້ມີຄຸນຄ່າ ແລະ ຄວາມເຂົ້າໃຈໃນຊຸມຊົນຕ່າງໆ ສ້າງຄວາມອາດສາມາດໃຫ້ແກ່ຄູ ຫລື ສ້າງສະພາບແວດລ້ອມທີ່ດີ ໃນໂຮງຮຽນເປົ້າໝາຍຂອງພວກເຮົາ ເພື່ອຮັບປະກັນໃຫ້ເດັກທຸກຄົນໃນລາວ ໄດ້ຮັບໂອກາດເພື່ອສຶກສາຮໍ່າຮຽນ ດ້ວຍການສຶກສາທີ່ມີຄຸນນະພາບ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version