Home ຂ່າວການເມືອງ ຮອງລັດຖະມົນຕີກະຊວງການຕ່າງປະເທດອວຍພອນວັນຊາດ ສປ ຈີນ ຄົບຮອບ 76 ປີ

ຮອງລັດຖະມົນຕີກະຊວງການຕ່າງປະເທດອວຍພອນວັນຊາດ ສປ ຈີນ ຄົບຮອບ 76 ປີ

0

ຂປລ. ໃນວັນທີ 29 ກັນຍາ 2025, ສະຫາຍ ໄມທອງ ທໍາມະວົງສາ ຮອງລັດຖະມົນຕີກະ ຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະໄປອວຍພອນ ສະຫາຍ ນາງ ຟາງ ຫົງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ເນື່ອງໃນໂອກາດວັນສະຖາ ປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 76 ປີ(01 ຕຸລາ 1949-01 ຕຸລາ 2025) ທີ່ສະຖານ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ.

ໃນໂອກາດນີ້, ສະຫາຍ ໄມທອງ ທໍາມະວົງສາ ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະນໍາ ແລະ ພະນັກງານກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ສະແດງຄວາມຊົມເຊີຍ ແລະ ອວຍພອນຢ່າງຈິງໃຈຕໍ່ ສະຫາຍ ນາງ ຟາງ ຫົງ ພ້ອມດ້ວຍພະນັກງານສະຖານທູດທຸກສະຫາຍ ແລະ ຜ່ານສະຫາຍ ໄປຍັງຄະນະພັກ-ຄະນະນໍາ ແລະ ພະນັກງານກະຊວງການຕ່າງປະເທດ ກໍຄື ການນໍາພັກ-ລັດ ຂອງ ສປ ຈີນ, ຕໍ່ຜົນສຳເລັດອັນໃຫຍ່ຫລວງທີ່ສະຫາຍຈີນ ອ້າຍນ້ອງຍາດມາໄດ້ຕະຫລອດໄລຍະ 76 ປີຜ່ານມາ ໂດຍສະເພາະຜົນສໍາເລັດດ້ານວຽກງານການຕ່າງປະເທດ ທີ່ໄດ້ປະກອບສ່ວນອັນສໍາຄັນເຂົ້າໃນພາລະ ກິດສ້າງສັນຕິພາບ ແລະ ການຮ່ວມມື, ການພັດທະນາ ແລະ ເຊື່ອມໂຍງເຊື່ອມຈອດຂອງໂລກ. ພ້ອມນີ້, ກໍມີຄວາມຍິນດີທີ່ເຫັນວ່າ ການພົວພັນຮ່ວມມື ລະຫວ່າງ ສອງປະເທດ ກໍຄື ລະຫວ່າງ ສອງກະຊວງການຕ່າງປະເທດ ໃນຊຸມປີທີ່ຜ່ານມາ ໄດ້ຮັບການເສີມຂະຫຍາຍເຂົ້າສູ່ລວງເລິກ ແລະ ລວງກວ້າງ, ສືບ ຕໍ່ຮັກສາກົນໄກການເຮັດວຽກ, ປະສານງານ ແລະ ປຶກສາຫາລືຢ່າງໃກ້ຊິດ ເພື່ອຈັດຕັ້ງປະຕິບັດບັນດາວຽກງານທີ່ການນຳຂັ້ນສູງ, ສອງພັກ-ສອງລັດ ໄດ້ຕົກລົງກັນຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງສຸດ. ພ້ອມກັນນັ້ນ, ຝ່າຍລາວ ຍັງໄດ້ຍືນຍັນທີ່ຈະສືບຕໍ່ຮ່ວມມືກັນຢ່າງໃກ້ຊິດກັບ ຝ່າຍຈີນ ໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການພົວພັນຄູ່ຮ່ວມຍຸດທະສາດຮອບ ດ້ານໝັ້ນຄົງຍາວນານຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາລາວ-ຈີນ, ຈີນ-ລາວ ກໍຄືການຈັດ ຕັ້ງປະຕິບັດບັນດາຂໍ້ຕົກລົງທີ່ການນໍາຂັ້ນສູງ ໄດ້ເຫັນດີຮ່ວມກັນໃຫ້ມີຜົນສໍາເລັດຕົວຈິງຍິ່ງໆຂຶ້ນ, ພ້ອມທັງຢືນຢັນຄືນວ່າ ພັກ ແລະ ລັດຖະບານ ສປປ ລາວ ເວລາໃດກໍຍຶດໝັ້ນຫລັກການຈີນດຽວ, ສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ.

ໃນໂອກາດດຽວກັນ, ສະຫາຍ ນາງ ຟາງ ຫົງ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ຄໍາອວຍ ພອນອັນປະເສີດ ຈາກຝ່າຍລາວໃນຄັ້ງນີ້, ພ້ອມທັງຢືນຢັນວ່າ ສະຖານທູດ ກໍຄື ກະຊວງການຕ່າງປະ ເທດ ສປ ຈີນ ຈະສືບຕໍ່ຮັກສາມູນເຊື້ອການພົວພັນອັນສະໜິດແໜ້ນ ກັບກະຊວງການຕ່າງປະເທດລາວ ເພື່ອຮ່ວມກັນຈັດຕັ້ງຜັນຂະຫຍາຍບັນດາວຽກງານ ທີ່ຂັ້ນເທິງໄດ້ຕົກລົງຮ່ວມກັນແລ້ວນັ້ນ ໃຫ້ປະ ກົດຜົນເປັນຈິງ, ມີປະສິດທິພາບ ແລະ ປະສິດທິຜົນ ເພື່ອນໍາເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງຊາດ ລາວ-ຈີນ, ຈີນ-ລາວ.

ຂ່າວ-ພາບ: ກົມການຂ່າວ, ກະຊວງການຕ່າງປະເທດ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version