Home ຂ່າວການເມືອງ ຮສສ ປາຖະກະຖາ ວັນລັດຖະທໍາມະນູນແຫ່ງຊາດ ຄົບຮອບ 34 ປີ

ຮສສ ປາຖະກະຖາ ວັນລັດຖະທໍາມະນູນແຫ່ງຊາດ ຄົບຮອບ 34 ປີ

0

————————

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ຈັດພິທີປາຖະກະຖາ ວັນລັດຖະທໍາມະນູນແຫ່ງຊາດ ຄົບຮອບ 34 ປີ ແລະ ໂຄສະນາເຜີຍແຜ່ລັດຖະທໍາມະນູນແຫ່ງ ສປປ ລາວ ສະບັບ ປີ 2025 ຂຶ້ນໃນວັນທີ 30 ກັນຍານີ້ ທີ່ ກະຊວງດັ່ງກ່າວ ບ້ານ

ໜອງທາ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໂດຍການເປັນປະທານ ແລະ ໃຫ້ກຽດປາຖະກະຖາຂອງ ສະຫາຍ ໂພໄຊ ໄຊຍະສອນ ກຳມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງ ຮສສ, ມີບັນດາສະຫາຍຮອງລັດຖະມົນຕີ, ຄະນະພັກຮາກຖານ, ຄະນະໜ່ວຍພັກ, ສະມາຊິກພັກ, ພະນັກງານ-ລັດຖະກອນ ກະຊວງ ຮສສ ເຂົ້າຮ່ວມຮັບຟັງ.

ສະຫາຍ ໂພໄຊ ໄຊຍະສອນ ໃຫ້ກຽດປາຖະກະຖາໂດຍຍົກໃຫ້ເຫັນຄວາມ ໝາຍ-ຄວາມສໍາຄັນ ລັດຖະທຳມະນູນແມ່ນກົດໝາຍພື້ນຖານຂອງຊາດ ທີ່ກຳນົດບັນຫາໃຫຍ່, ຫຼັກການໃຫຍ່ ກ່ຽວກັບລະບອບການເມືອງ, ລະບອບເສດຖະກິດ-ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສິດ ແລະ ພັນທະພື້ນຖານຂອງພົນລະເມືອງ, ລະບົບການຈັດຕັ້ງອໍານາດແຫ່ງລັດ (ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ, ສະພາປະຊາຊົນທ້ອງຖິ່ນ, ອົງການປົກຄອງທ້ອງຖິ່ນ, ສານປະຊາຊົນ, ອົງການໄອຍະການປະຊາຊົນ, ການກວດກາລັດ ແລະ ການກວດສອບແຫ່ງລັດ), ພາສາ, ອັກສອນ, ເຄື່ອງ

ໝາຍຊາດ, ທຸງຊາດ, ເພງຊາດ, ວັນຊາດ, ສະກຸນເງິນ ແລະ ນະຄອນຫຼວງ; ລັດຖະທໍາມະນູນ ແມ່ນກົດໝາຍແມ່ ຫຼື ແມ່ຂອງກົດໝາຍ ໂດຍອີງໃສ່ລັດຖະທໍາມະນູນ ລັດເຮົາໄດ້ຄົ້ນຄວ້າ ແລະ ປະກາດໃຊ້ກົດໝາຍໃນແຕ່ລະຂະແໜງການ, ແຕ່ລະຂົງເຂດ ໄດ້ທັງໝົດ 171 ສະບັບ. ໃນນັ້ນ, ຂົງເຂດການປົກຄອງ ແລະ ຍຸຕິທໍາ 32 ສະບັບ, ຂົງເຂດເສດຖະກິດ 77 ສະບັບ, ຂົງເຂດວັດທະນະທໍາ-ສັງຄົມ 45 ສະບັບ, ຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 12 ສະບັບ, ຂົງເຂດການຕ່າງປະເທດ 5 ສະບັບ; ລັດຖະທຳມະນູນແມ່ນນິຕິກຳສູງສຸດຂອງລັດເຮົາ, ກົດໝາຍວ່າດ້ວຍການສ້າງນິຕິກຳ ສະບັບເລກທີ 06/ສພຊ, ລົງວັນທີ 16 ພະຈິກ 2021 ມາດຕາ 4 ໄດ້ກຳນົດລະບົບນິຕິກຳທີ່ມີຜົນບັງຄັບໃຊ້ທົ່ວໄປຂອງປະເທດເຮົາ. ພ້ອມນັ້ນ, ສະຫາຍຍັງໄດ້ຍົກໃຫ້ເຫັນການຕີລາຄາດ້ານດີ ແລະ ດ້ານອ່ອນການຈັດຕັ້ງປະຕິບັດຕະຫຼອດ 34 ປີ, ບົດຮຽນທີ່ຖອດຖອນໄດ້ ແລະ ເນື້ອໃນສໍາຄັນຂອງລັດຖະທໍາມະນູນສະບັບປັບປຸງ ປີ 2025. ພ້ອມນັ້ນ, ສະຫາຍ ໂພໄຊ ໄຊຍະສອນ ຍັງໄດ້ເຜີຍແຜ່ລັດຖະທໍາມະນູນແຫ່ງ ສປປ ລາວ ສະບັບປີ 2025 ຕື່ມອີກ.

ການຈັດປາຖະກະຖາໃນຄັ້ງນີ້, ເພື່ອໃຫ້ຄະນະພັກ, ສະມາຊິກພັກ, ພະນັກງານ-ລັດຖະກອນ ກະຊວງ ຮສສ ໄດ້ຮັບຮູ້, ເຂົ້າໃຈຄວາມໝາຍ-ຄວາມສໍາຄັນ ຂອງວັນດັ່ງກ່າວ, ພ້ອມກໍາແໜ້ນໄດ້ເນື້ອໃນຈິດໃຈຢ່າງກວ້າງຂວາງ ເພື່ອນໍາໄປຈັດຕັ້ງປະຕິບັດເຂົ້າໃນວຽກງານຂອງຕົນຮັບຜິດຊອບ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version