Home ຂ່າວຕ່າງປະເທດ ສິງກະໂປ ຄອງແຊັມປະເທດທີ່ປອດໄພທີ່ສຸດໃນໂລກ ເປັນຄັ້ງທີ 12

ສິງກະໂປ ຄອງແຊັມປະເທດທີ່ປອດໄພທີ່ສຸດໃນໂລກ ເປັນຄັ້ງທີ 12

0

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາ, ບົດ​ລາຍ​ງານ​ຄວາມ​ປອດ​ໄພລະດັບ​ໂລກ​ທີ່​​ເຜີຍ​ແຜ່ຫວ່າງບໍ່ດົນມານີ້ ​ໂດຍ ບໍລິສັດ Gallup ລະບຸວ່າ: ສິງກະ​ໂປ​ຖືກ​ຈັດ​ອັນ​ດັບ​ເປັນ​ປະ​ເທດ​ທີ່​ປອດ​ໄພ​ທີ່​ສຸດ​ໃນ​ໂລກ​ເປັນ​ຄັ້ງ​ທີ 12 ນັບ​ແຕ່​ປີ 2006 ​ເປັນ​ຕົ້ນ​ມາ.

ໃນປີ 2024, ຊາວສິງກະໂປ 98% ລະບຸວ່າ: ຮູ້ສຶກປອດໄພເມື່ອຍ່າງຄົນດຽວໃນເວລາກາງຄືນ ຊຶ່ງເປັນໜຶ່ງໃນໂຕເລກທີ່ສູງທີ່ສຸດເທົ່າທີ່ Gallup ເຄີຍບັນທຶກໄວ້ທົ່ວໂລກ. ໂດຍບົດ​ລາຍ​ງານສະບັບ​ນີ້​ໄດ້ຕອກຢໍ້າປະສິດທິພາບທີ່ສະໝໍ່າສະເໝີຂອງສິງກະໂປ ໃນ​ການ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ໂດຍ​ລວມ​ໃຫ້​ແກ່​ຜູ້​ຢູ່​ອາ​ໄສ. ຜົນການສໍາຫຼວດຍັງໄດ້ສະແດງໃຫ້ເຫັນເຖິງລະດັບຄວາມຮູ້ສຶກປອດໄພທີ່ໃກ້ຄຽງກັນລະຫວ່າງ ເພດ, ໂດຍຜູ້ຊາຍ 98% ແລະ ແມ່ຍິງ 97% ລາຍງານວ່າມີຄວາມຮູ້ສຶກປອດໄພໃນປີ 2024. ທັງນີ້, ບົດ​ລາຍ​ງານ​ສະ​ແດງ​ໃຫ້​ເຫັນ​ວ່າ​ຜົນ​ໄດ້​ຮັບດັ່ງກ່າວມາຈາກ​ປັດ​ໄຈ​ຫຼາຍ​ຢ່າງ ເຊັ່ນ: ​ອັດຕາ​ການເກີດອາຊະຍາ​ກຳ​ທີ່​ຕ່ຳ, ການ​ປະຕິບັດ​ກົດໝາຍ​ທີ່​ມີ​ປະສິດທິ​ຜົນ ​ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version