Home ຂ່າວຕ່າງປະເທດ ພິທີລະນຶກໄຊຊະນະສົງຄາມປະຊາຊົນຈີນ ຕໍ່ຕ້ານການຮຸກຮານ ຂອງຍີ່ປຸ່ນ- ສົງຄາມຕໍ່ຕ້ານຟາດຊິດໂລກຄົບຮອບ 80 ປີ ຈະຈັດຂຶ້ນໃນວັນທີ3ກັນຍານີ້

ພິທີລະນຶກໄຊຊະນະສົງຄາມປະຊາຊົນຈີນ ຕໍ່ຕ້ານການຮຸກຮານ ຂອງຍີ່ປຸ່ນ- ສົງຄາມຕໍ່ຕ້ານຟາດຊິດໂລກຄົບຮອບ 80 ປີ ຈະຈັດຂຶ້ນໃນວັນທີ3ກັນຍານີ້

0

ວັນລະນຶກໄຊຊະນະສົງຄາມປະຊາຊົນຈີນ ຕໍ່ຕ້ານການຮຸກຮານຂອງຍີ່ປຸ່ນ ແລະ ສົງຄາມຕໍ່ຕ້ານຟາດຊິດໂລກ ຄົບຮອບ 80 ປີ ຈະຈັດຂຶ້ນ ໃນເວລາ 9 ໂມງ ຂອງວັນທີ 3 ກັນຍານີ້ ຢູ່ສະໜາມຫລວງທຽນອ່ານເມີນ ນະຄອນຫລວງປັກກິ່ງ ຂອງ ສປ ຈີນ. ໃນໂອກາດນີ້ ທ່ານ ສີ ຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ, ປະທານປະເທດ, ປະທານ ຄະນະກຳມະການ ການທະຫານສູນກາງຈີນ ຈະກ່າວຄຳປາໄສສຳຄັນພ້ອມທັງກວດແຖວທະຫານ.

ເວລາ 20 ໂມງຂອງວັນດຽວກັນ, ງານລາຕີສິລະປະວັນນະຄະດີເພື່ອລະນຶກໄຊຊະນະດັ່ງກ່າວພາຍໃຕ້ຫົວຂໍ້ “ຄວາມເປັນທຳຕ້ອງຊະນະແນ່ນອນ” ຈະຈັດຂຶ້ນຢູ່ຫໍສະພາປະຊາຊົນແຫ່ງຊາດ ທີ່ນະຄອນຫລວງປັກກິ່ງ, ທ່ານ ສີ ຈິ້ນຜິງ ແລະ ທ່ານອື່ນໆ ຈະເຂົ້າຊົມການສະແດງສິລະປະວັນນະຄະດີ ຄັ້ງນີ້. ຮອດເວລານັ້ນ, ວິທະຍຸ ໂທລະພາບສູນກາງຈີນ ຫລື CMG ຈະຖ່າຍທອດສົດກິດຈະກຳດັ່ງກ່າວ ແລະ ຂ່າວສານຊິນຮວາ ສຳນັກຂ່າວສານແຫ່ງຊາດຈີນ ກໍຈະລາຍງານສົດດ້ວຍພາບບັນຍາກາດ ຂອງພິທີດັ່ງກ່າວເຊັ່ນກັນ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version