Home ຂ່າວໜ້າໜຶ່ງ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ພົບປະກັບ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປ ຈີນ

ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ພົບປະກັບ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປ ຈີນ

0

ໃນໂອກາດເດີນທາງເຂົ້າຮ່ວມພິທີລະນຶກວັນໄຊຊະນະສົງຄາມຕ້ານຟາດຊິດ ຄົບຮອບ 80 ປີ ແລະ ຢ້ຽມຢາມເຮັດວຽກຢູ່ ສປ ຈີນ ແຕ່ວັນທີ 3-6 ກັນຍາ 2025, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະເຮັດວຽກກັບ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະກໍາມະການສູນກາງພັກກອມມູນິດຈີນ, ປະທານປະເທດ ແຫ່ງ ສປ ຈີນ ທີ່ຫໍສະພາ ປະຊາຊົນຈີນ ໃນຕອນເຊົ້າວັນທີ 4 ກັນຍາ 2025 ໂດຍມີການນໍາຂັ້ນສູງພັກ, ລັດ ຂອງສອງຝ່າຍເຂົ້າຮ່ວມ.

ໃນການພົບປະ, ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ສະ ໜິດສະໜົມ ຂອງ ສະຫາຍ ສີ ຈິ້ນຜິງ ແລະ ຊົມເຊີຍຕໍ່ຜົນສໍາເລັດອັນຈົບງາມ ຂອງ ກອງປະຊຸມສຸດຍອດອົງການ ຮ່ວມມືຊຽງໄຮ້ ຄັ້ງທີ 25 ທີ່ ສປ ຈີນ ເປັນເຈົ້າພາບຈັດທີ່ນະຄອນທຽນຈິນ ໃນວັນທີ 31 ສິງຫາ-1 ກັນຍາ 2025, ຜົນສໍາເລັດການຈັດພິທີລະນຶກວັນໄຊຊະນະສົງຄາມຕ້ານຟາດຊິດ ຄົບຮອບ 80 ປີ ຢູ່ນະຄອນຫລວງປັກກິ່ງ ໃນວັນ ທີ 3 ກັນຍາ 2025 ຜ່ານມາ ແລະ ຕີລາຄາສູງຕໍ່ຜົນສໍາເລັດອັນໃຫຍ່ຫລວງ ແລະ ຮອບດ້ານ ທີ່ ພັກ, ລັດ ແລະ ປະຊາຊົນຈີນ ຍາດມາໄດ້ ພາຍໃຕ້ການນໍາພາຂອງພັກກອມມູນິດຈີນ ທີ່ມີ ສະຫາຍ ເລຂາທິການໃຫຍ່, ປະທານປະ ເທດ ສີ ຈິ້ນຜິງ ເປັນແກນກາງ ໂດຍສະເພາະ ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XX ຂອງ ພັກກອມມູນິດຈີນ. ພ້ອມນັ້ນ, ຍັງໄດ້ແຈ້ງສະພາບການພົ້ນເດັ່ນພາຍໃນພັກ, ສປປ ລາວ ໃຫ້ຝ່າຍຈີນຊາບ, ສະແດງ ຄວາມຂອບໃຈ ຕໍ່ການສະໜັບສະໜູນຊ່ວຍເຫລືອຂອງພັກ, ລັດຖະບານ ແລະ ປະຊາຊົນຈີນ ຕໍ່ພັກ, ລັດ ແລະ ປະຊາຊົນລາວ ໃນຕະຫລອດໄລຍະຜ່ານມາ; ຢຶນຢັນທັດສະນະຂອງພັກ, ລັດລາວ ໃນການສະໜັບສະໜູນບັນດາ ຂໍ້ລິເລີ່ມ ທີ່ ສະຫາຍ ສີ ຈິ້ນຜິງ ສະເໜີອອກໃນຜ່ານມາ ໂດຍສະເພາະແມ່ນ “ຂໍ້ລິເລີ່ມ ວ່າດ້ວຍການປົກຄອງລັດ ໃນທົ່ວໂລກ” ທີ່ສະເໜີອອກໃນກອງປະຊຸມສຸດຍອດອົງການຮ່ວມມືຊຽງໄຮ້ ຄັ້ງທີ 25 ຜ່ານມາ.

ສະຫາຍ ສີຈິ້ນຜິງ ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງ ຕໍ່ການເຂົ້າຮ່ວມພິທີລະນຶກວັນໄຊຊະນະສົງ ຄາມຕ້ານຟາດຊິດ ຄົບຮອບ 80 ປີ ແລະ ກອງປະຊຸມສຸດຍອດອົງການຮ່ວມມືຊຽງໄຮ້ ຄັ້ງທີ 25 ຂອງຝ່າຍລາວ, ໂດຍສະເພາະແມ່ນ ການຮັບຮອງເອົາ ສປປ ລາວ ເຂົ້າເປັນປະເທດຄູ່ຮ່ວມເຈລະຈາ ຂອງອົງການຮ່ວມມືດັ່ງກ່າວ; ໄດ້ບິແບ່ງບົດຮຽນ ແລະ ຜົນສໍາເລັດອັນພົ້ນເດັ່ນ ຂອງ ພັກ, ລັດຈີນ ໃນການສ້າງສາພັດທະນາປະເທດຊາດ ໃນ ໄລຍະໃໝ່ ຕາມທິດຫັນເປັນທັນສະໄໝ ໃນການສ້າງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ; ເນັ້ນເຖິງຄວາມສໍາຄັນ ຂອງການນໍາພາຂອງພັກ ໃນພາລະກິດກໍ່ສ້າງສັງຄົມນິຍົມ ເຊິ່ງສອງປະເທດ ລາວ-ຈີນ ຕ້ອງໄດ້ຮ່ວມມືກັນ ໃຫ້ແໜ້ນ ແຟ້ນກວ່າເກົ່າ ໃນຈັດຕັ້ງປະຕິບັດແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ຈີນ-ລາວ, ລາວ-ຈີນ ໂດຍສະເພາະ ແມ່ນການລົງເລິກແລກປ່ຽນບົດຮຽນທາງດ້ານທິດສະດີ-ພຶດຕິກໍາ, ວຽກງານກໍ່ສ້າງພັກ-ພະນັກງານ, ການປົກຄອງ ລັດ-ບໍລິຫານປະເທດ, ຊຸກຍູ້ການຮ່ວມມືດ້ານຄວາມໝັ້ນຄົງ, ເສດຖະກິດ, ວັດທະນະທໍາ ແລະ ອື່ນໆ ເພື່ອປະກອບ ສ່ວນແກ່ການພັດທະນາຂອງສອງປະເທດ ໃນໄລຍະໃໝ່.

ສອງຝ່າຍ ຕີລາຄາສູງຕໍ່ໝາກຜົນຂອງການພົວພັນຮ່ວມມື ລາວ-ຈີນ ກໍຄື ການຈັດຕັ້ງປະຕິບັດ ແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ສະບັບທີ 2 ທີ່ນັບມື້ນັບໄດ້ຮັບການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ແລະ ມີໝາກຜົນທີ່ເປັນຮູບປະທຳ; ສອງຝ່າຍ ຍິນດີຮ່ວມກັນສືບຕໍ່ຮ່ວມມືດ້ານການເມືອງ-ຄວາມໝັ້ນຄົງ ຢ່າງແໜ້ນແຟ້ນ ແລະ ມີຄວາມໄວ້ເນື້ອເຊື່ອໃຈກັນທາງດ້ານການເມືອງ ໃນລະດັບສູງ ເຊິ່ງເປັນພື້ນຖານອັນສໍາຄັນໃນການຊຸກຍູ້ ການພົວພັນຮ່ວມມືດ້ານເສດຖະກິດ-ການຄ້າ ແລະ ດ້ານອື່ນໆ ໃຫ້ຂະຫຍາຍຕົວເຂົ້າສູ່ລວງເລິກ ແລະ ມີໝາກຜົນ ຕົວຈິງມາສູ່ປະຊາຊົນສອງຊາດ; ສອງຝ່າຍ ໄດ້ເຫັນດີເປັນເອກະພາບນຳກັນ ກໍານົດເອົາປີ 2026 ເປັນປີມິດຕະພາບ ລາວ-ຈີນ ເພື່ອສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ, ກະກຽມສ້າງແຜນ ການຮ່ວມມືໄລຍະ 5 ປີ ສະບັບໃໝ່ ລະຫວ່າງ ພັກ ປປ ລາວ ແລະ ພັກກອມມູນິດຈີນ ແລະ ສືບຕໍ່ຈັດຕັ້ງປະຕິບັດ ແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ໃຫ້ເຂົ້າສູ່ລວງເລິກ ດ້ວຍຄຸນນະພາບສູງ, ປະສິດທິຜົນສູງ ແລະ ລະດັບທີ່ສູງກວ່າເກົ່າ; ສືບຕໍ່ປະຕິບັດບັນດາໂຄງການຮ່ວມມືສຳຄັນຂອງສອງຝ່າຍ ໃຫ້ບັນລຸຕາມຄາດໝາຍທີ່ ວາງໄວ້; ສືບຕໍ່ຍົກສູງປະສິດທິພາບຂອງການຮ່ວມມືດ້ານພະລັງງານໄຟຟ້າ, ກະສິກໍາ, ປັນຍາປະດິດ, ການທ່ອງທ່ຽວ ແລະ ອື່ນໆ; ປະສານສົມທົບກັນເພື່ອບຸກທະລຸ ໃນການຈັດຕັ້ງປະຕິບັດໂຄງການຮ່ວມມືຂະໜາດໃຫຍ່ ແລະ ຮ່ວມ ກັນປາບປາມບັນຫາອາຊະຍາກໍາຕ່າງໆ ທີ່ເກີດຂຶ້ນຢ່າງທັນການ. ໃນການພົບປະ, ສອງຝ່າຍຍັງໄດ້ແລກປ່ຽນທັດສະ ນະກ່ຽວກັບສະພາບການພາກພື້ນ ແລະ ສາກົນ ຈໍານວນໜຶ່ງ ທີ່ສອງຝ່າຍມີຄວາມສົນໃຈ.

ພາຍຫລັງສໍາເລັດການພົບປະກັບ ສະຫາຍ ສີ ຈິ້ນຜິງ, ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ພົບປະກັບ ສະຫາຍ ຕິງ ເຊຍສຽງ ກໍາມະການປະຈໍາກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ເຊິ່ງສອງຝ່າຍ ໄດ້ແລກປ່ຽນຄໍາຄິດຄໍາເຫັນນໍາກັນ ກ່ຽວກັບການຊຸກຍູ້ ແລະ ເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງ ສອງ ພັກ, ສອງລັດຖະບານ ແລະ ປະຊາຊົນສອງຊາດ ລາວ-ຈີນ, ຍິນດີສືບຕໍ່ລົງເລິກການຮ່ວມມືສອງຝ່າຍ ເພື່ອນໍາເອົາ ຜົນປະໂຫຍດມາສູ່ປະຊາຊົນສອງຊາດ ໃຫ້ນັບມື້ຫລາຍຂຶ້ນ, ປະກອບສ່ວນເຂົ້າໃນພາລະກິດສັນຕິພາບ, ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.

ໃນໄລຍະຢ້ຽມຢາມເຮັດວຽກ ຢູ່ ສປ ຈີນ, ສອງລັດຖະບານ ລາວ-ຈີນ ໄດ້ລົງນາມ “ສັນຍາວ່າດ້ວຍການ ຈັດຕັ້ງປະຕິບັດວຽກງານກວດກາປະຕູດຽວ, ຄັ້ງດຽວ ຢູ່ດ່ານສະຖານີລົດໄຟສາກົນ ລາວ-ຈີນ” ແລະ ເອກະສານ ຮ່ວມມືສອງຝ່າຍ ອີກຈໍານວນໜຶ່ງ.

ຂ່າວ-ພາບ: ກົມການຂ່າວ, ກະຊວງການຕ່າງປະເທດ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version