ເຖິງ: ສະຫາຍ ສະຫາຍ ເລ ຮວາຍ ຈຸງ, ເລຂາທິການສູນກາງພັກ, ຮັກສາການລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ທີ່ນະຄອນຫຼວງຮ່າໂນ້ຍ.
ຂ້າພະເຈົ້າມີຄວາມປິຕິຍິນດີເປັນຢ່າງຍິ່ງທີ່ໄດ້ຊາບຂ່າວວ່າ: ສະຫາຍ ໄດ້ຮັບແຕ່ງຕັ້ງເປັນຮັກສາການລັດຖະມົນ ຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ. ການທີ່ສະຫາຍໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງສຳຄັນດັ່ງກ່າວນີ້ ເປັນການສະແດງໃຫ້ເຫັນເຖິງຄວາມເຊື່ອໝັ້ນ ແລະ ຕີລາຄາສູງຂອງພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ຕໍ່ຄວາມຮູ້, ຄວາມສາມາດໃນການຊີ້ນຳ-ນຳພາ, ບົດບາດ ແລະ ການປະກອບສ່ວນອັນສຳຄັນ ແລະ ມີປະສິດທິຜົນຂອງສະຫາຍ ໃນຂົງເຂດວຽກງານຕ່າງປະເທດຕະຫຼອດໄລຍະເວລາທີ່ຜ່ານມາ, ໂດຍສະເພາະການຍົກສູງບົດບາດ “ການທູດຕົ້ນໄຜ່” ກໍຄືການປະກອບສ່ວນເຂົ້າໃນການຍົກສູງຖານະ ແລະ ບົດບາດ ຂອງ ສສ. ຫວຽດນາມ ໃນເວທີພາກພື້ນ ແລະ ສາກົນຢ່າງບໍ່ຢຸດຢັ້ງ.
ຂ້າພະເຈົ້າ ມີຄວາມເຊື່ອໝັ້ນຢ່າງຍິ່ງວ່າ: ດ້ວຍຄວາມຮູ້, ຄວາມສາມາດ ແລະ ປະສົບການອັນອຸດົມສົມບູນ,ສະຫາຍ ຈະສືບຕໍ່ຍາດໄດ້ຜົນສຳເລັດໃໝ່ໃຫຍ່ຫຼວງກວ່າເກົ່າ ໃນໜ້າທີ່ອັນສຳຄັນ ທີ່ພັກກອມມູນິດຫວຽດນາມ ໄດ້ມອບໝາຍໃຫ້, ຂ້າພະເຈົ້າ ຂໍຢຶນຢັນວ່າຈະສືບຕໍ່ຮ່ວມກັບສະຫາຍໃນການປະກອບສ່ວນອັນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ລະຫວ່າງ ສອງກະຊວງການຕ່າງປະເທດຂອງພວກເຮົາ ໃຫ້ນັບມື້ ນັບແຕກດອກອອກຜົນ ຍິ່ງໆຂຶ້ນ.
ເນື່ອງໃນໂອກາດວັນຊາດ ແຫ່ງ ສສ. ຫວຽດນາມ ຄົບຮອບ 80 ປີ ວັນທີ 2 ກັນຍາ ທີ່ຈະມາເຖິງນີ້, ໃນນາມຕາງໜ້າຄະນະນຳ, ພະນັກງານ-ລັດຖະກອນກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄໍາອວຍພອນໄຊອັນປະເສີດ ແລະ ຄວາມສາມັກຄີຮັກແພງ ອັນສະໜິດສະໜົມຖານສະຫາຍອ້າຍນ້ອງໃນຄອບຄົວດຽວກັນ ມາຍັງສະຫາຍ ແລະ ຜ່ານສະຫາຍໄປຍັງຄະນະນຳ, ພະນັກງານ-ລັດຖະກອນກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ທຸກຖ້ວນໜ້າ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 80 ປີ (2/9/1945 – 2/9/2025). ພ້ອມກັນນີ້, ກໍ່ຂໍສະແດງຄວາມຊົມເຊີຍຢ່າງສຸດອົກສຸດໃຈຕໍ່ສະຫາຍທີ່ໄດ້ຮັບການແຕ່ງຕັ້ງຕຳແໜ່ງອັນສົມກຽດ ມານະໂອກາດນີ້ດ້ວຍ ແລະ ຫວັງຢ່າງຍິ່ງວ່າ ຈະໄດ້ມີໂອກາດພົບກັບສະຫາຍໃນເວລາອັນໃກ້ນີ້.