Home ຂ່າວໜ້າໜຶ່ງ ທ່ານ ຈັນສະໝອນ ຈັນຍາລາດ ໂອ້ລົມຕໍ່ວຽກງານ 3 ສ້າງຂະແໜງ ຍທຂ

ທ່ານ ຈັນສະໝອນ ຈັນຍາລາດ ໂອ້ລົມຕໍ່ວຽກງານ 3 ສ້າງຂະແໜງ ຍທຂ

0

ທ່ານ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະຮັບຜິດຊອບວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານພັດທະນາຊົນນະບົດຮອບດ້ານແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງໄດ້ໃຫ້ກຽດໂອ້ລົມໃນໂອກາດເຂົ້າຮ່ວມກອງປະຊຸມວຽກງານ 3 ສ້າງຂອງຂະແໜງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະຈໍາປີ 2025 ຈັດຂຶ້ນໃນວັນທີ 1 ກັນຍານີ້ ທີ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC) ໂດຍການເປັນປະທານຂອງທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ຍທຂ, ມີຮອງລັດ ຖະມົນຕີ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ຮອງເຈົ້າແຂວງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂອກາດນີ້, ທ່ານ ຈັນສະໝອນ ຈັນຍາລາດ ໄດ້ໃຫ້ກຽດໂອ້ລົມເນັ້ນໜັກໃຫ້ຄະນະພັກ-ຄະນະນໍາຂອງກະຊວງ ຍທຂ ຈັດຕັ້ງປະຕິບັດຕາມພາລະບົດບາດໜ້າທີ່ການເມືອງ ຕາມການມອບໝາຍຂອງພັກ-ລັດໃນການຂະຫຍາຍພື້ນຖານໂຄງລ່າງໃຫ້ເຊື່ອມຈອດເຂົ້າສູ່ແລວເສດຖະກິດ ແລະ ເຂດການຜະລິດຕາມຄໍາເວົ້າທີ່ວ່າ “ຄົມມະນາຄົມເປັນປາຍແຫຼມ, ການຄ້າເປັນຕ່ອງໂສ້”; ພ້ອມທັງພັດທະນາລະບົບການຂົນສົ່ງ, ເຂດໂລຈິສຕິກ ແລະ ເຂດທ່າບົກທີ່ທັນສະໄໝເພື່ອສົ່ງເສີມການຜະລິດ ແລະ ບໍລິການຕາມແລວເສດຖະກິດພາຍໃນ ແລະ ພາກພື້ນ, ບົນພື້ນຖານຫຼັກການ “ມີຈຸດສຸມ ແລະ ວ່ອງໄວ” ຊຶ່ງໄດ້ປະກອບສ່ວນອັນໃຫຍ່ຫຼວງ ແລະ ສໍາຄັນຂອງກະຊວງ ຍທຂ ຄື: “ພັດທະນາໂຍທາທິການ ແລະ ຂົນສົ່ງໃຫ້ເປັນປາຍແຫຼມ, ມີຈຸດສຸມ, ມີປະສິດທິຜົນສູງ, ທັນສະໄໝ, ປອດໄພ, ມີຄວາມທົນທານຕໍ່ການປ່ຽນແປງດິນຟ້າອາກາດ, ເຊື່ອມໂຍງ-ເຊື່ອມຈອດ ແລະ ຍືນຍົງ” ເວົ້າສະເພາະວຽກງານ 3 ສ້າງແລ້ວ ຂະແໜງ ຍທຂ ໄດ້ມີຄວາມພະຍາຍາມໃນການປັບປຸງກົນໄກ, ລະບຽບການທີ່ກ່ຽວຂ້ອງເພື່ອມອບວຽກ-ມອບຄວາມຮັບຜິດຊອບໃຫ້ທ້ອງຖິ່ນຫຼາຍຂຶ້ນ ໂດຍສະເພາະໃນ 7 ຂົງເຂດຫຼັກຄື: ຂົວທາງ, ທາງນໍ້າ, ນໍ້າປະປາ ແລະ ສຸຂາພິບານ, ເຄຫາ ແລະ ຜັງເມືອງ, ຂົນສົ່ງ, ການບິນພົນລະເຮືອນ ແລະ ລົດໄຟ; ໄດ້ສະແດງໃຫ້ເຫັນເຖິງຄວາມຕັ້ງໃຈ ແລະ ຄວາມພະຍາຍາມຢ່າງແທ້ຈິງຕໍ່ກັບການຈັດຕັ້ງປະຕິບັດວຽກງານ 3 ສ້າງຂອງຂະແໜງ ຍທຂ ແລະ ຕີລາຄາການຈັດຕັ້ງປະຕິ ບັດວຽກງານ 3 ສ້າງຂອງຂະແໜງ ຍທຂ ຂັ້ນຕ່າງໆ (ສູນກາງ, ແຂວງ ແລະ ເມືອງ) ກໍໄດ້ຕັ້ງໜ້າປະຕິບັດວຽກງານດັ່ງກ່າວມີຜົນສໍາເລັດໂດຍພື້ນຖານ, ຫົວຂໍ້ທີ່ພົ້ນເດັ່ນຂອງຂະແໜງ ຍທຂ ທີ່ຕິດພັນກັບວຽກງານ 3 ສ້າງ ແລະ ຕິດພັນກັບວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ ເພື່ອຄວາມຢູ່ດີກິນດີຂອງປະຊາຊົນລາວບັນດາເຜົ່າ ເພື່ອເສີມຂະຫຍາຍບົດບາດໜ້າທີ່ຕົ້ນຕໍຂອງວຽກງານກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານຕິດພັນກັບວຽກງານ 3 ສ້າງ.

ທ່ານ ຈັນສະໝອນ ຈັນຍາລາດ ໄດ້ກ່າວຕື່ມວ່າ: ຕ້ອງເຂົ້າໃຈແຈ້ງ ແລະ ສ້າງຄວາມເປັນເອກະພາບທາງດ້ານທັດສະນະ ແລະ ຄວາມຮັບຮູ້ກ່ຽວກັບວຽກງານ 3 ສ້າງໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ຢ່າງເລິກເຊິ່ງທົ່ວເຖິງ ແລະ ແທດເໝາະກັບທຸກເປົ້າໝາຍຕໍ່ຄວາມຮັບຜິດຊອບຂອງຂະແໜງການ ຍທຂ ແລະ ວຽກງານ 3 ສ້າງ ຊຶ່ງໃນນັ້ນ, ວຽກງານ ຍທຂ ປຽບເໝືອນສາຍເລືອດຂອງຊາດ, ຂອງການພັດທະນາ ແລະ ຄວາມຈະເລີນສີວິໄລຂອງປະເທດຊາດ ຂອງຕົວເມືອງໜຶ່ງ, ບ້ານໜຶ່ງໆ ແມ່ນຄວາມສະອາດງາມຕາຂອງບັນດາເສັ້ນທາງ, ຂອງລະບຽບການຂົນສົ່ງ-ຈໍລະຈອນທຸກປະເພດ ແລະ ສືບຕໍ່ປັບປຸງນິຕິກຳຕ່າງໆກ່ຽວກັບການແບ່ງຂັ້ນຄຸ້ມຄອງທີ່ບໍ່ທັນຈະແຈ້ງ ເພື່ອເຮັດໃຫ້ກົນໄກປະສານງານລະຫວ່າງຂະແໜງການ, ສູນກາງ ແລະ ທ້ອງຖິ່ນມີຄວາມໂລ່ງລ່ຽນມີປະສິດທິຜົນ, ມອບຄວາມຮັບຜິດຊອບໃຫ້ທ້ອງຖິ່ນຫຼາຍຂຶ້ນ ຕິດພັນກັບການສ້າງພະນັກງານວິຊາການໃຫ້ສາມາດເປັນຊ່ຽວຊານ, ເປັນມືອາຊີບໄດ້; ເອົາໃຈໃສ່ຊຸກຍູ້ຕິດຕາມ, ກວດກາ ແລະ ຕີລາຄາປະເມີນຜົນວຽກງານສາມສ້າງເປັນແຕ່ລະໄລຍະ ພ້ອມທັງມີລະບອບສ່ອງແສງລາຍງານຢ່າງເປັນປົກ ກະຕິ ແລະ ເຂັ້ມງວດກວ່າເກົ່າ ໂດຍໃຫ້ມີຄະນະຮັບຜິດຊອບສະເພາະທັງຢູ່ຂັ້ນກະຊວງ ແລະ ທ້ອງຖິ່ນ ເພື່ອເປັນເຈົ້າການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ; ສືບຕໍ່ຄົ້ນຄວ້າສ້າງແຜນຍຸດທະສາດວຽກງານ 3 ສ້າງຂອງຂະແໜງການຕົນ ເພື່ອເປັນພື້ນຖານໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ປະກົດຜົນເປັນຈິງ; ໂດຍສະເພາະແມ່ນວຽກພັດທະນາບຸກຄະລະກອນຢູ່ຂັ້ນເມືອງໃຫ້ມີຄວາມເຂັ້ມແຂງແທ້ໆ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version